National Agriculture and Forestry Research Institute

27032018_1 27032018_2

ໃນ 27/3/2018 ສູນຄົ້ນຄວ້າເຂົ້າໄດ້ຈັດຝຶກອົບຮົມສຳມະນາພາຍໃຕ້ຫົວຂໍ້ຫົວຂໍ້ “ວິທີການຂຽນເອກະສານອ້າງອີງ” ໃຫ້ແກ່ບັນດານັກຮຽນ, ນັກສືກສາງານທີ່ມາຈາກມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລກະສິກຳບໍລິຄຳໄຊ, ໂຮງຮຽນເຕັກນິກແຂວງວຽງຈັນ ແລະ ໂຮງຮຽນເຕັກນິກບໍລິຄຳໄຊ ແລະ ນັກວິຊາການພາຍໃນສູນ. ໃຫ້ກຽດເປັນປະທານເປີດພິທີ ຂອງທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຫົວໜ້າສູນຄົ້ນຄວ້າເຂົ້າ ຜູ້ເຂົ້າຮ່ວມທັງໝົດ 22 ຄົນ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ນັກສືກສາຝຶກງານ ແລະ ພະນັກງານວິຊາການຂອງສູນ ໃຫ້ມີຄວາມເຂົ້າໃຈກ່ຽວກັບຫຼັກການການຂຽນ ແລະ ວິທີນຳໃຊ້ເອກກະສານອ້າງອີງ ເພື່ອຄວາມເປັນເອກະພາບກັນຢ່າງຖືກຕ້ອງໃນ ບົດລາຍງານຈົບຊັ້ນ ຂອງນັກຮຽນຝຶກງານ ແລະ ນັກວິຊາການໃຫ້ຮູ້ນຳໃຊ້ເຕັກນິກ ແລະ ຫຼັກການກຳນຳໃຊ້ເອກກະສານອ້າງອີງ ເຂົ້າໃນການຂຽນບົດຄົ້ນຄວ້າ, ບົດລາຍງາຍ ແລະ ບົດສະເໜີໂຄງການ ຢ່າງມີປະສິດທິພາບ.
ຜ່ານການທົບທວນທາງດ້ານທິດສະດີ ໂດຍ ປອ ກູ່ຄຳ ວິໄລເຮືອງ, ການປະຕິບັດຕົວຈິງ ແລະ ແລກປ່ຽນຄຳຄິດຄຳເຫັນ ລະຫວ່າງນັກສືກສາ ແລະ ນັກວິຊາການ ເຮັດໃຫ້ນັກສໍາມະນາກອນເຂົ້້າໃຈໄດ້ເພີ່ມຂື້ນ ກ່ຽວກັບຫຼັກການ ແລະ ແບບວິທີການຂຽນເອກະສານອ້າງອີງ ແລະ ສາມາດຈຳແນກໄດ້ເຖິງປະເພດຂອງເອກກະສານທີ່ຈະນຳມາອ້າງອີງ ແລ້ວນຳໄປໃຊ້ໃນການຂຽນໄດ້ເປັນຢ່າງດີອີກດ້ວຍ.