National Agriculture and Forestry Research Institute

27022018
ກອງປະຊຸມສຳມະນາການຄົ້ນຄ້ວາ ເພື່ອການພັດທະນາ ຄັ້ງທີ 26 ໄດ້ຈັດຂື້ນໃນຕອນເຊົ້າຂອງ ວັນອັງຄານ ທີ 27 ກຸມພາ 2018 ເວລາ 8:30 ໂມງ ທີ່ຫ້ອງປະຊຸມ ສູນຂໍ້ມູນຂ່າວສານ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໂດຍການເປັນປະທານຂອງ ທ່ານ ປອ ວັນທອງ ແພງວິຈິດ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງຂອງ ກອງປະຊຸມສຳມະນາແມ່ນ
(1). ເພື່ອນຳສະເໜີຜົນຂອງການຄົ້ນຄວ້າທົດລອງຈາກການຄົ້ນຄວ້າຂອງບັນດານັກຄົ້ນຄວ້າ,
(2) ເພື່ອ ແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບການ ລະຫວ່າງ ບັນດານັກພັດທະນາ, ນັກສົ່ງເສີມ, ນັກຄົ້ນຄວ້າ ກ່ອນການຕີພິມອອກເປັນວາລະສານການຄົ້ນຄວ້າກະສິກຳ. ກອງປະຊຸມສຳມະນາໃນຄັ້ງນີ້ ມີແຂກເຂົ້າຮ່ວມທັງໝົດ 38 ທ່ານ, ຍິງ 13 ທ່ານ ເຊິ່ງມາຈາກຫຼາຍພາກສ່ວນ ໃນນັ້ນມີ ຕາງໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ກົມລ້ຽງສັດ ແລະ ການປະມົງ, ສູນຄົ້ນຄວ້າການປະມົງ, ສູນສາລີ ແລະ ພືດເສດຖະກິດ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ, ພະແນກກະສິກຳ ແລະ ປ່າໄມ້ ສະຫວັນນະເຂດ, ມະຫາວິທະຍາໄລ ສຸພານຸວົງແລະ ບັນດາພະນັກງານພາຍໃນ ພະແນກແຜນການ ແລະ ການຮ່ວມມື ຈຳນວນໜື່ງ.