National Agriculture and Forestry Research Institute

kkn

ກອງປະຊຸມປຶກສາຫາລືແຜນພັດທະນາຕ່ອງໂສ້ການຜະລິດເມັດພັນເຂົ້າໄກ່ນ້ອຍ ແລະ ການຕະຫຼາດຢູ່ແຂວງຊຽງຂວາງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ຕຸລາ 2017 ນີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ, ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງທ່ານ ສົມສະໝອນ ພະລິຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງເປັນກຽດເຂົ້າຮ່ວມມີທ່ານ ນາງ ດຣ ໃຈ ບຸນພະນຸໄຊ ຮອງຫົວໜ້າສະຖາບັນຄົນຄວ້າກະສິກຳ – ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ໄມເຄີນ ວິກເຕີ (Michael Victor) ຫົວໜ້າຊຽວຊານ ໂຄງການຕາບີ ປະຈຳເເຂວງ ຊຽງຂວາງ, ມີບັນດາສະມາຄົມອີນຊີ ເຂົ້າໄກ່ນ້ອຍແລະຜຸ້ປະກອບການ ຕະຫຼອດຮອດວິຊາການທີ່ມາຈາກສູນທາງ 4 ເມືອງຄື: ເມືອງແປກ,ເມືອງຄູນ,ເມືອງຜາໄຊ ແລະ ເມືອງພູກູດເຂົ້າຮ່ວມ.
ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ເເມ່ນເພື່ອສະເໜີຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການພັດທະນາຕ່ອງໂສ້ກາຜະລິດເມັດພັນເຂົ້າໄກ່ນ້ອຍທີ່ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2014 ເຖີງ 2017 ແລະ ປຶກສາຫາລື ຊອກຫາທິດທາງໃນການພັດທະນາຕ່ອງໂສ້ການຜະລິດແລະການຕະຫຼາດໃຫ້ເຂົ້າໄກ່ນ້ອຍມີຄວາມຍືນຍົງ, ໃນກອງປະຊູມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການພັດທະນາຕ່ອງໂສ້ການຜະລິດເມັດພັນເຂົ້າໄກ່ນ້ອຍຢູ່ເເຂວງຊຽງຂວາງ ພ້ອມທັງລາຍງານວຽກງານສົ່ງເສີ່ມການຜະລິດເຂົ້າໄກ່ນ້ອຍອີນຊີຢູ່ເເຂວງຊຽງຂວາງ ແລະ ລາຍງານການດຳເນີນການຈັດຊື້-ຂາຍເຂົ້າເພື່ອປ້ອນໂຮງສີ ແລະ ການຈຳໜ່າຍ ພ້ອມທັງສະເໜີຫຼັກການຜະລິດເມັດພັນເຂົ້າ, ໂອກາດດຽວກັນນີ້ ກໍ່ໄດ້ເເບ່ງກຸ່ມຄົ້ນຄວ້າຜະລິດເມັດພັນເຂົ້າໄກ່ນ້ອຍລຸ້ນໜື່ງ ແລະ ລຸ້ນສອງ ສຳລັບວິຊາການລຸ້ນສາມເເມ່ນກຸ່ມປະຊາຊົນໂດຍແມ່ນກຸ່ມຕາບີເປັນຜູ້ສົ່ງເສີມ.
ທັງໝົດນີ້ແມ່ນການຊຸກຍູ້ສົ່ງເສີມການຜະລິດເຂົ້າໄກ່ນ້ອຍອີນຊີ ແລະ ຜະລິດເຂົ້າເປັນສິນຄ້າ ໂດຍມີສະມາຄົມພາຊັບ, ເຂົ້າໄກ່ນ້ອຍອີນຊີ ເມືອງຄູນ , ສະມາຄົມ ຮ່ວມໃຈພັດທະນາກພສິກຳ ເມືອງເເປກ,ສະມາຄົມ GI (ເມືອງ ເເປກ, ເມືອງຄູນ) ເເລະ ກຸ່ມຜະລິດເຂົ້າເປັນສິນຄ້າ ເມືອງຄູນ ກັບ ເມືອງ ຜາໄຊ ເພື່ອການປູກ, ການເລືອກເມັດພັນເຂົ້າໄກ່ນ້ອຍ ໃຫ້ໄປຕາມລະບົບ ແລະ ຕໍ່ເນື່ອງ