National Agriculture and Forestry Research Institute

img_6220img_6223

ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ໃນວັນທີ 14-24 ຕຸລາ 2017. ສະຖາບັນ ຄົ້ນຄວ້າ ກະສິກຳປ່າໄມ້, ແລະ ພັດທະນາຊົນນະບົດ(NAFRI), ກົມສົ່ງເສີມກະສິກຳ ແລະ ສະຫະກອນ (DAEC), ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ຮັບກຽດເປັນເຈົ້າພາບຮ່ວມກັບອົງການສະຫະປະຊາຊາດປະຈຳ ສປປ ລາວ ຮັບຜິດຊອບຈັດກອງປະຊຸມສຳມະນາ ແລະ ວາງສະແດງວັນອາຫານໂລກໃນວັນທີ 16-18 ຕຸລາ 2017.
ຫົວຂໍ້ຂອງກອງປະຊຸມສຳມະນາ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ໃນປີ 2017 ນີ້ແມ່ນ “ລົງທຶນໃສ່ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ ເພື່ອແກ້ໄຂການເຄື່ຶອນຍ້າຍຖິ່ນຖານໃນອະນາຄົດ”. ຈຸດປະສົງຂອງກອງປະຊຸມສຳມະນາແມ່ນ ເພື່ອປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບນະວັດຕະກຳໃໝ່ທີ່ຊ່ວຍສ້າງວຽກເຮັດງານທຳຄົ່ງທີ່ໃຫ້ໄວໝຸ່ມ ແລະ ການກະສິກຳເພື່ອກຳນົດແນວທາງໃນການທັບມ້າງວົງຈອນຄວາມທຸກຍາກໃນເຂດຊົນນະບົດຂອງ ສປປ ລາວ.
ກອງປະຊຸມສໍາມະນາດັ່ງກ່າວນີ້້ ແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ຕຸລາ 2017, ແຕ່ເວລາ 13:00 – 16:30 ໂມງ, ທີ່ສະໂມສອນຂອງ ສະຖາບັນ ຄົ້ນຄວ້າ ກະສິກໍາປ່າໄມ້, ແລະ ພັດທະນາຊົນນະບົດ. ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ພະນະທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ແລະ ທ່ານ ນາງ. Kaarina Immonen, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ໄດ້ມີບັນດາຜູ້ແທນ, ແຂກຜູ້ມີກຽດ ເຊິ່ງເປັນຕົວແທນຈາກບັນດາກະຊວງ, ກົມ, ສະຖາບັນ, ພະແນກການຕ່າງໆອ້ອມຂ້າງ, ບັນດາສະຖານທູດຕ່າງໆປະຈຳລາວ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ, ພ້ອມທັງຄູອາຈານ ແລະ ນັກສຶກສາຢູ່ບັນດາຄະນະຕ່າງໆ ຈາກມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຫຼາຍກວ່າ ??? ທ່ານ.
ໃນງານ ແມ່ນໄດ້ຮັບກຽດຈາກຫຼາຍໆພາກສ່ວນ ບໍ່ວ່າພາກລັດ, ສາກົນ ທັງພາຍໃນ ແລະ ຕ່າງປະເທດ ໃນການນຳສະເໜີ, ແລກປ່ຽນຂໍ້ມູນຈາກການຈັດຕັ້ງປະຕິບັດການສຶກສາຄົ້ນຄວ້າ ແລະ ການພັດທະນາ, ແລະ ປະສົບການຕ່າງໆທີ່ກ່ຽວຂ້ອງກັບ ການເຄື່ຶອນຍ້າຍຖິ່ນຖານ ໃນຂົງເຂດຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ຢູ່ ສປປ ລາວ ແລະ ປະເທດອ້ອມຂ້າງ. ຮວມທັງໄດ້ສາຍວິດີໂອເລື່ອງໄວໜຸ່ມໃນຂະແໜງກະສິກຳ ທີ່ໄດ້ຈາກການສຳພາດຊາວກະສິກອນຈຳນວນ 53 ຄົນ ໃນ 8 ແຂວງຂອງ ສປປ ລາວ ກ່ຽວກັບຄວາມຕ້ອງການຂອງໄວໜຸ່ມ ແລະ ຊອກຫາວິທີທາງໃນການຊ່ວຍເຫຼືອເຂົາເຈົ້າໃນການຜະລິດກະສິກຳ. ຫຼັງຈາກນັ້ນ ຄະນະຈັດຕັ້ງກອງປະຊຸມສຳມະນາ ກໍ່ໄດ້ເປີດໂອກາດໃຫ້ແກ່ບັນດາແຂກເຂົ້າຮ່ວມທຸກທ່ານ ໃນການສົນທະນາປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນ ເພື່ອຮັບປະກັນໃຫ້ກອງປະຊຸມສຳມະນາໃນຄັ້ງນີ້ ໃຫ້ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍ ພ້ອມທັງກ້າວໄປສູ່ການຮ່ວມມືກັນໃນຕໍ່ໜ້າຂອງທຸກໆພາກສ່ວນຢ່າງມີປະສິດພາບ.