National Agriculture and Forestry Research Institute

22446962img_6176

ໃນຕອນບ່າຍຂອງວັນທີ 03 ຕຸລາ 2017 ທີ່ຜ່ານມານີ້, ກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງຄັ້ງທີ IX ຂອງໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູ່ເຂດພູດອຍພາກເໜືອ ຂອງ ສປປ ລາວ (ໂຄງການຕາບີ)ໄດ້ໄຂຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມສະໂມສອນໃຫຍ່ ຂອງສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້, ປະທານຄະນະຊີ້ນຳໂຄງການຕາບີ, ແລະການເປັນປະທານຮ່ວມຂອງ ທ່ານ ມາຕິນ ຮັດເລີ (Martin Hasler) ຮອງອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດເຊີແລນປະຈຳສປປລາວ ແລະ ມີບັນດາແຂກທີ່ຖືກເຊີນຈາກບັນດາກົມ ແລະ ພະແນກທີ່ກ່ຽວຂ້ອງອ້ອມຂ້າງ ທັງໝົດ 44 ທ່ານ ມາຈາກ MAF, SDC, MoNRE, NuoL, LWU, LNFC, NIRAS, CDE, PAFOs, News, PCOs/PFOs ແລະ CU/SO; ໃນນັ້ນເປັນ ເພດຍິງ 12 ທ່ານ ແລະ ຕ່າງປະເທດ 05 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອນຳສະເໜີເນື້ອໃນຂອງໂຄງການໄລຍະທີ 3, ຜົນສຳເລັດໃນປີ 2017 ແລະ ຕົກລົງຄືນໃໝ່ອົງການຈັດຕັ້ງທີ່ຮັບຜິດຊອບໂຄງການຕາບີໄລຍະທີ 3 ແລະ ແຜນກິດຈະກຳປະຈຳສົກປີ 2017-2018 ພ້ອມທັງຈັດວາງສະແດງສື່, ຂໍ້ມູນ ແລະ ຜະລິດຕະພັນຊີວະນາໆພັນກະສິກໍາທີ່ ໂຄງການຕາບີ ສະໜັບສະໜູນ.
ໃນກອງປະຊຸມໄດ້ມີການນຳສະເໜີ ຜົນສຳເລັດຂອງບັນດາກິດຈະກຳຕ່າງໆທີ່ໄດ້ດຳເນີນໃນໄລະຍະເດືອນເມສາ-ເດືອນກັນຍາ 2017 ແລະ ແຜນໜ້າວຽກຂອງແຕ່ລະອົງປະກອບໂດຍສະເພາະແມ່ນວຽກງານທຳອິດກ່ຽວກັບການຍົກລະດັບທາງເລືອກໃນການພັດທະນາອາຊີບຊີວະນາໆພັນກະສິກຳ, ວຽກງານທີສອງແມ່ນ: ການວາງແຜນ,ຈັດສັນການຄຸ້ມຄອງນຳໃຊ້ທີ່ດິນກະສິກຳແລະປ່າໄມ້ແບບມີສ່ວນຮ່ວມທີ່ສາມາດສ້າງຄວາມຄວາມເຂັ້ມແຂງແລະປະສົບການໃນການວາງແຜນນຳໃຊ້ທີ່ດິນໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ວຽກງານສຸດທ້າຍແມ່ນການຄຸ້ມຄອງຂໍ້ມູນ, ຂ່າວສານ, ຄວາມຮູ້ດ້ານຊີວະນານາພັນກະສິກໍາ ແລະ ແລກປ່ຽນເຄື່ອງມືເພື່ອສັບໜັບສະໜູນການຕັດສິນໃຈ.
ຫຼັງຈາກການນຳສະເໜີສິ້ນສຸດລົງ, ປະທານຮ່ວມ, ທ່ານ ມາຕິນ ຮັດເລີ ໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ນີ້ຖືວ່າເປັນ ຄັ້ງທໍາອິດ ຂອງ ໂຄງການໄລຍະ 3. ໃນເຄິ່ງປີທໍາອິດທີ່ຜ່ານມາ ໂຄງການສ້າງໄດ້ຜົນງານຫລາຍສົມຄວນ ແລະ ໄດ້ເຮັດການປະຕິບັດເປັນໄປຕາມທີ່ໄດ້ລະບຸໄວ້ໃນເອກະສານໂຄງການເປັນຢ່າງດີ. ຜົນບັນລຸທີ່ພົ້ນເດັ່ນເປັນພິເສດ ແມ່ນບັນດາການຈັດຕັ້ງຂອງພາກລັດໄດ້ເຂົ້າຮ່ວມຮັບຜິດ ຊອບວຽກງານກ້ວາງຂວາງຫລາຍຂຶ້ນ ຊຶ່ງວຽກຂອງໂຄງການຫລາຍກ່ວາ 60% ແມ່ນໄດ້ມອບໃຫ້ການຈັດຕັ້ງຂອງພາກລັດໄດ້ເປັນຜູ້ຮັບຜິດຊອບແລ້ວ. ສິ່ງພົ້ນເດັ່ນອີກຕາມທີ່ໄດ້ປະຕິບັດໃນ 6 ເດືອນຜ່ານມາຄື ໄດ້ເຮັດການຈັດລຽງບູລິມະສິດຂອງທາງເລືອກໃນການພັດທະນາອາຊີບດ້ານຊີວະນາໆພັນກະສິກໍາ ລົງຈາກ 24 ຫົວຂໍ້ມາເປັນ 7 ຫົວຂໍ້ສໍາຄັນເພື່ອສືບຕໍ່ປະຕິບັດໃນຊຸມປີຕໍ່ໜ້າ. ໂຄງການຍັງຈະຕ້ອງໄດ້ເຮັດການສຶກສາຄືນເບິ່ງວ່າ ຍັງຈະມີບັນດາສາຍການຈັດຕັ້ງ ແລະ ຜູ້ປະກອບການຫຍັງຕື່ມອີກແດ່ ທີ່ຈະຕ້ອງໄດ້ເຂົ້າມາຮ່ວມໃນການປະຕິບັດກິດຈະກໍາຕົວຈິງອີກ. ເພື່ອເປັນການຮັບປະກັນໃຫ້ມີຄວາມຍືນຍົງສືບຕໍ່ໄປພາຍຫລັງທີ່ໂຄງການສິ້ນສຸດແລ້ວ. ຜົນງານອີກຢ່າງໜຶ່ງ ແມ່ນການສ້າງ ABD Portal ຂຶ້ນແລ້ວຢູ່ NAFRI ແລະ ການກັບມາໃຫ້ການສະ ໜັບສະໜູນ ກຸ່ມເຮັດວຽກຂະແໜງການຍ່ອຍດ້ານຊີວະນາໆພັນກະສິກໍາ (sSWG-ABD). ນອກນັ້ນທ່ານປະທານ, ທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ, ໄດ້ເນັ້ນອີກວ່າຄຽງຄູ່ກັບຜົນສຳເລັດດັ່ງກ່າວ ຍັງມີສິ່ງທ້າທາຍບາງຢ່າງໃນການຈັດຕັ້ງປະຕິບັດໂຄງການໃນໄລຍະຕໍ່ໜ້າ ຄືການທີ່ຈະເຮັດໃຫ້ກິດຈະກໍາການປູກ-ການລ້ຽງຊີວະນາໆພັນກະສິກໍາມີຄວາມຍືນຍົງໂດຍສະເພາະແມ່ນ:ຜະລິດຕະພັນນໍ້າເຜິ້ງຂາຍເປັນສິນຄ້າ, ການຜະລິດຕະພັນ “ຊາປ່າ” ທີ່ມີທ່າແຮງສູງ ແຕ່ວ່າຍັງຕ້ອງໄດ້ເຮັດການປຸງແຕ່ງ ຫຸ້ມຫໍ໋ໃຫ້ດີເພື່ອເປັນການດຶງດູດລູກຄ້າ, ໄຄແຜ່ນ ຢູ່ ຫລວງພະບາງ ຕ້ອງເຮັດໃຫ້ມີຕ່ອງໂສ້ມູນຄ່າ. ພວກເຮົາຈະຕ້ອງໄດ້ໃຫ້ຂະແໜງການເອກະຊົນເຂົ້າມາຮ່ວມ.
ຕໍ່ຈາກນັ້ນ, ບັນດາແຂກທີ່ເຂົ້າຮ່ວມ ໄດ້ສະແດງຄວາມເຫັນເອກະພາບ ກ່ຽວກັບບັນດາຜົນສຳເລັດຕ່າງໆທີ່ໂຄງການຕາບີ ສາມາດບັນລຸໄດ້ໃນໄລຍະຜ່ານມາ ໂຄງການໄດ້ນຳເອົາບົດຮຽນແລະວິທີການຕ່າງໆເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດພູດອຍໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ. ສ່ວນວຽກງານວາງແຜນຄຸ້ມຄອງນຳໃຊ້ທີ່ດິນແລະປ່າໄມ້ແບບມີສ່ວນຮ່ວມ pFALUPAM ຄວນກາຍເປັນຂອງການຈັດຕັ້ງລັດ ແລະ ວິທີການ ລວມທັງ ຜະລິດຕະພັນທີ່ສ້າງມາໄດ້ ເຊັ່ນ ແຜນທີ່ ຕ້ອງໄດ້ຖືກນໍາໃຊ້ເຂົ້າໃນການຕັດສິດໃຈ. ນອກນັ້ນຜະລິດຕະພັນ ABD ທີ່ກໍາລັງພັດທະນາ ແມ່ນຈໍາເປັນຕ້ອງໄດ້ເຮັດເປັນຕ່ອງໂສ້ມູນຄ່າ ຮ່ວມກັບພາກເອກະຊົນ ແລະເຮັດການຈໍາແນກຊີວະນາໆພັນກະສິກໍາທີ່ເປັນທ່າແຮງໃນແຕ່ລະເຂດ ເພື່ອກຳນົດເປັນເຂດທີ່ປົກປັກຮັກສາມັນເອົາໄວ້ໃຫ້ມີຄວາມຍືນຍົງ.
ທາງຄະນະຊີ້ນຳໂຄງການໄດ້ຕົກລົງເຫັນດີມອບ ໂຄງການຕາບີ ໃຫ້ຂຶ້ນກັບ NAFRI ເປັນຜູ້ເຮັດການປະສານງານກັບບັນດາກົມວິຊາການທີ່ກ່ຽວຂ້ອງແຕ່ລະກົມ ເພື່ອສ້າງແຜນການວຽກງານສະເພາະດ້ານຂອງ ໂຄງການຕາບີ ຕາມໜ້າທີ່ຮັບຜິດຊອບຂອງໃຜລາວ. ສ່ວນ DoPF ຈະເປັນຜູ້ເບິ່ງລວມ
ໃນຕອນທ້າຍກອງປະຊຸມທ່ານ ປອ ພວງປະຣິສັກ ປຣະວົງວຽງຄຳ ກໍ່ໄດ້ສະແດງຄວາມຊົມເຊີຍເປັນຢ່າງຍິ່ງຕໍ່ຜົນສຳເລັດຂອງໂຄງການ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນຄວນໄດ້ມີການປະສານງານຊຶ່ງກັນແລະກັນ, ຈຸດສໍາຄັນແມ່ນແຕ່ລະກົມວິຊາການທີ່ກ່ຽວຂ້ອງຄວນຕ້ອງໄດ້ເຂົ້າຮ່ວມໃນການປະຕິບັດຕົວຈິງ ແລະ ໃຫ້ມີການມອບໝາຍຄວາມຮັບຜິດຊອບວຽກໃຫ້ຢ່າງລະອຽດ. ໂດຍອິງຕາມ ການປັບປຸງການຈັດຕັ້ງຄືນໃໝ່ນັ້ນ ກໍເຫັນດີໃຫ້ມີການແຕ່ງຕັ້ງ ຄະນະຊີ້ນໍາໂຄງການຂັ້ນສູນກາງ ຄືນໃໝ່ເຊັ່ນກັນ.
ກອງປະຊຸມ ຄະນະຊີ້ນໍາຂັ້ນສູນກາງ ຄັ້ງທີ່ 9 ຂອງ ໂຄງການຕາບີ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ມີຄວາມເປັນເອກະພາບກັນສູງ, ໃນເວລາ 17:15 ໂມງ ຂອງມື້ດຽວກັນ, ກອງປະຊຸມໄດ້ຖືກປິດລົງຢ່າງເປັນທາງການ ແລະ ຫຼັງຈາກນັ້ນໄດ້ມີການທ່ຽວຊົມງານວາງສະແດງຂໍ້ມູນຂອງໂຄງການ, ສື່ສິ່ງພິມການຈັດຕັ້ງກິດຈະກຳຂອງໂຄງການຍ່ອຍໃນແຕ່ລະແຂວງ ແລະ ບັນດາຜະລິດຕະພັນຊີວະນາໆພັນກະສິກຳຕ່າງໆເປັນຕົ້ນແມ່ນ: ນ້ຳເຜີ້ງ, ຟອຍກວາດ, ເຂົ້າໄກ້ນ້ອຍ, ໝາກກ້ວຍນ້ຳ, ໝາກກ້ຽງ, ໜໍ່ຫຼອຍ,…ທີ່ເປັນຜົນໄດ້ຮັບຈາກໂຄງການຍ່ອຍ, ຊຶ່ງຂໍ້ມູນຂ່າວສານ ແລະ ຜະລິດຕະພັນດັ່ງກ່າວໄດ້ຮັບຄວາມສົນໃຈຢ່າງຍິ່ງຈາກບັນດາແຂກທີ່ເຂົ້າຮ່ວມງານເປັນຢ່າງຍິ່ງ.