National Agriculture and Forestry Research Institute

dsc_24221490894203045

ໃນຕອນເຊົ້າຂອງ ວັນທີ  29 ເດືອນມີນາ  2017 ຜ່ານມາ ຄະນະທີມງານຂອງສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດນໍາໂດຍ ທ່ານ ດຣ. ບູນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານວາງສະແດງ ຜົນງານການຄົ້ນຄ້ວາ ທີ່ຕຶກອາຄານ ສໍານັກງານການວິທະຍາສາດ ແລະ ເທັກໂນໂລຊີແຫ່ງຊາດ, ແຂວງ ປະທູມຖານີ , ປະເທດໄທ,

ໃນງານດັ່ງກ່າວ ແມ່ນມີບັນດານັກຄົ້ນຄ້ວາ ໄດ້ ນໍາເອົາຜົນການຄົ້ນຄ້ວາ ເຊີ່ງມີ ຫຼາກຫຼາຍ ສາຂາ, ບັນດາເຕັກນິກເທັກໂນໂລຊີທີທັນສະໃໝ ແລະ ບັນດານະວັດທະກໍາໃໝ່ໆ ເຫັນວ່າເປັນໂອກາດອັນດີ ໃຫ້ແກ່ ຄະນະທີມງານຂອງ ສະຖາບັນພວກເຮົາ ທີ່ ໄດ້ ຮຽນຮູ້ ແລະ ທອດຖອນ ບົດຮຽນ ເຊີ່ງມີຫຼາຍ ອັນ ສາມາດເອົາມາໝູນໃຊ້ ເຂົ້າໃນການວາງແຜນ ແລະ ການຄົ້ນຄ້ວາພ້ອມກັນນີ້ທີມງານຂອງສະຖາບັນພວກເຮົາຍັງໄດ້ເຂົ້າຮ່ວມເປັນເຈົ້າພາບຮ່ວມກັບສູນພັນທຸວິສະວະກໍາ ແລະ ເທັກໂນໂລຍີແຫ່ງຊາດ (BIOTECH), ທີ່ຫ້ອງວາງສະແດງ Exhibition hallພາຍໃຕ້ຫົວຂໍ້ໂຄງການປັບປຸງພັນເຂົ້າໂດຍການນໍາໃຊ້ເຕັກໂນໂລຢີເຄື່ອງໝາຍໂມເລກູນ ເຂົ້າໃນການຄັດເລືອກພັນແນວເຂົ້າຂອງບັນດາປະເທດລຸ່ມແມ່ນໍ້າຂອງ,ໃນການຮ່ວມມື ໂຄງການດັ່ງກ່າວ ສຄກປ ແຫ່ງຊາດ ກໍ່ຄືສູນຄົ້ນຄວ້າກະສິກໍານາພອກ ສາມາດ ຄົ້ນຄ້ວາ ແລະ ພັດທະນາໄດ້ 04 ແນວພັນ ຄື :
 ແນວພັນເຂົ້າໜຽວ 02 ແນວພັນ: 1. ແນວພັນ ຫອມທ່າດອກຄໍາ1,
2. ແນວພັນ ຫອມເຊບັ້ງໄຟ4,
 ແນວພັນເຂົ້າຈ້າວ: 02 ແນວພັນ: 1. ແນວພັນ ຫອມເຊບັ້ງໄຟ2,
2. ແນວພັນ ຫອມເຊບັ້ງໄຟ3,
ລວມທັງ 04 ແນວພັນ ດັ່ງກ່າວໄດ້ຖືກນໍາໄປວາງສະແດງໃນງານແລະເຫັນວ່າ ນັກຄົ້ນຄ້ວາ ແລະ ນັກວິທະຍາສາດ ມີຄວາມສົນໃຈຫຼາຍຕໍ່ກັບແນວພັນຂອງພວກເຮົາ. ພິເສດສຸດ ແລະ ເປັນກຽດຢ່າງສູງ ຕໍ່ ກັບ ຫົວໜ້າສຄກປ ແຫ່ງຊາດ ພ້ອມດ້ວຍຄະນະຂອງພວກເຮົາ ໄດ້ມີກຽດ ຕ້ອນຮັບ ການຢ້ຽມຊົມຂອງ ສົມເດັດ HRH Princess Maha Chakri Sirindhorn (ສົມເດັດ ພະເທບລັດຕະນະຊະສູດາ) ແຫ່ງ ປະເທດ ໄທ ແລະ ເຫັນວ່າທ່ານມີຄວາມສົນໃຈຫຼາຍ ຕໍ່ແນວພັນເຂົ້າດັ່ງກ່າວ.
ໃນຕອນບ່າຍ ວັນດຽວກັນ ຫົວໜ້າສຄກປແຫ່ງຊາດ ພ້ອມດ້ວຍຄະນະຂອງພວກເຮົາ ໄດ້ເຂົ້າຮ່ວມພິທີເຊັນບົດບັນ ທຶກ ການຮ່ວມມືວຽກງານດ້ານການຄົ້ນຄ້ວາ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ກັບ ສໍານັກງານວິທະຍາສາດ ແລະ ເທັກໂນໂລຊີ ແຫ່ງຊາດ, ປະເທດໄທ. ເຊີ່ງມີກໍານົດໄລຍະເວລາການຮ່ວມມື 05ປີ ເລີ້ມແຕ່ປີ 2017-2022. ເພື່ອສືບຕໍ່ການຮ່ວມມືວຽກງານດ້ານການຄົ້ນຄ້ວາ