National Agriculture and Forestry Research Institute

img_3058img_3053-1

ວັນທີ່ 03/03/2017 ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລົງຊຸກຍູ້ວຽກງານການຄົ້ນຄວ້າທົດລອງ ຢູ່ທີສູນຄົ້ນຄວ້າກະສິກຳເຂດພູດອຍ(ສພດ), ແຂວງຫຼວງພະບາງ ເປັນກຽດຕ້ອນຮັບໂດຍ ທ່ານ ປອ ບຸນທັນ ແກ້ວບົວລະພາ ຫົວໜ້າສູນຄົ້ນຄວ້າກະສິກໍາເຂດພູດອຍ ພ້ອມດ້ວຍອ້າຍນ້ອງພະນັກງານພາຍໃນສູນ. ໂອກາດດັ່ງກ່າວທາງຫົວໜ້າສູນຄົ້ນຄວ້າກະສິກຳເຂດພູດອຍ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບການເຄື່ອນໄຫວວຽກງານການຄົ້ນຄວ້າທົດລອງຢູ່ໃນເຂດພູດອຍພາກເໜືອຂອງ ສພດ ນອກຈາກນີ້, ຍັງໄດ້ລາຍງານກ່ຽວກັບ ລະບົບໂຄງຮ່າງການຈັດຕັ້ງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບັນຫາທີ່ຍັງຄົງຄ້າງ. ຫຼັງຈາກນັ້ນທ່ານ ລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ໃຫ້ທິດຊີ້ນໍາໂດຍສະເໜີໃຫ້ການນໍາຂອງສູນ ຈົ່ງໄດ້ສືບຕໍ່ແກ້ໄຂບັນຫາທີ່ເປັນຈຸດບົກຜ່ອງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ໂດຍເນັ້ນໃສ່ 3 ວຽກຕົ້ນຕໍທີ່ເປັນເສົາຄໍ້າ ຄຶ: ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍສະເພາະວຽກງານກະສິກຳແມ່ນຕ້ອງຄໍ້າປະກັນທາງດ້ານສະບຽບອາຫານໃຫ້ໄດ້ ເອົາໃຈໃສ່ປັບປຸງດ້ານແນວພັນ ຕົວຢ່າງ ປັບປຸງແນວພັນເຂົ້າທົນແລ້ງ ແລະ ໃຊ້ນໍ້າໜ້ອຍເຂົ້າໃນການຜະລິດ, ການຜະລິດເປັນສິນຄ້າແມ່ນຜະລິດໃຫ້ໄດ້ຫຼາຍ ຕິດພັນກັບກະສິກຳສະອາດ, ກະສິກຳອິນຊີ ແລະ ຍືນຍົງ ໃຫ້ມີປະສິດທິຜົນດ້ານຕົ້ນທຶນການຜະລິດຕໍ່າ ແຕ່ເວລາຂາຍໄດ້ລາຄາສູງ, ໝາກສະຕໍເບີຣີ ກໍ່ເປັນທ່າແຮງໜຶ່ງ ຂອງ ສພດ ໃນການຜະລິດກະສິກຳສະອາດ, ສີຂຽວ ແລະ ຍືນຍົງ, ໃນນະໂຍບາຍການພັດທະນາເຂດພູດອຍ ເຕັກນິກການກະສິກຳແບບປະສົມປະສານ ກໍ່ແມ່ນທາງເລືອກໜຶ່ງ ໂດຍຍົກມູນຄ່າເພີ້ມຂອງຜົນຜະລິດໃຫ້ໄດ້ຫຼາຍຂື້ນ ແລະ ພຽງພໍໃນການບໍລິໂພກຂອງຄອບຄົວ ແລະ ເຫຼືອກິນແມ່ນຂາຍ ເຊັ່ນ: ການປູກເຂົ້າ, ລ້ຽງປາ, ປູກຜັກ ລ້ຽງໄກ່ ແລະ ອື່ນໆ ໃຫ້ມີການປະສົມປະສານພົວພັນເຊິ່ງກັນຂອງແຕ່ລະກິດຈະກຳເຂົ້າກັນ ຊຶ່ງໃນປະຈຸບັນ ປະຊາຊົນ, ຊາວກະສິກອນແມ່ນໄດ້ໃຫ້ຄວາມສຳຄັນໃນການນຳໃຊ້ແນວພັນ, ເຕັກນິກວິທີການອັນໃໝ່ເຂົ້າໃນການຜະລິດກະສິກຳຫລາຍຂຶ້ນ ຊຶງມັນເປັນທ່າແຮງໃນການສະໜັບໜູນວຽກງານການຄໍ້າປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ທີທາງກະຊວງເຮົາໄດ້ກຳໜົດໄວ້.

ຂຽນຂ່າວໂດຍ: ບັນທະສັກ ວົງພູທອນ