National Agriculture and Forestry Research Institute

WhatsApp Image 2022-01-25 at 14.22.06

ຮຽບຮຽງໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

          ດັ່ງທີທ່ານຮູ້ກັນດີດີແລ້ວວ່າລັດຖະບານລາວ ໄດ້ມີຍຸດທິສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະເພາະ, ພືດຜັກ ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນ ວິຕະມິນ ແລະ ແຮ່ທາດຕ່າງໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍ. ຫຼາຍກວ່າ 48 ຊະນິດພືດຜັກຖືກບໍລິໂພກໃນລາວ , ນອກຈາກນັ້ນ ການປູກພືດຜັກ ເປັນການໃຊ້ປະໂຫຍດພື້ນທີ່ດິນ, ທີ່ໃຫ້ຜົນຕອບແທນສູງ. ແຕ່ວ່າການຜະລິດພືດຜັກແມ່ນມີຫຼາຍບັນຫາ ເຊັ່ນ ການຕອບສະໜອງທາງດ້ານຜົນຜະລິດໃນລະດູຝົນ ແມ່ນບໍ່ພຽງພໍ ເນື່ອງຈາກ ມີຄວາມຊຸ່ມຊື້ນສູງ, ການລະບາດຂອງພະຍາດ ແລະ ແມງໄມ້,  ການປ່ຽນແປງທາງດ້ານດິນຟ້າອາກາດເຮັດໃຫ້ເກີດໄພນໍ້າຖົມ ແລະ ແຫ້ງແລ້ງຖີ່ຂື້ນ, ຂາດແນວພັນທີເໝາະສົມໃນການປູກໃນຊ່ວງລະດູຝົນໂດຍສະເພາະແນວພັນສໍາຫຼັບປູກໃນເຮືອນຮົ່ມ.

ເພື່ອເປັນການແກ້ໄຂບັນຫາກ່າວ ໃນລະຫວ່າງ ວັນທີ 25 ມັງກອນ 2022 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ສູນຄົ້ນຄວ້າກະສິກໍາເຂດເນີນສູງ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນສປປ ລາວ (AFACI_VEGT) ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ “ການຄັດເລືອກສາຍພັນ ໝາກເລັ່ນແບບມີສ່ວນຮ່ວມເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ” ຢູ່ທີ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ພັນທະບູນ ຮອງຫົວໜ້າສູນຄົ້ນຄວ້າກະສິກໍາເຂດເນີນສູງ, ມີຜູ້ເຂົ້າຮ່ວມ ທັງໝົດ ຈໍານວນ 21 ຄົນ, ຍິງ 11 ຄົນ  ເຊີ່ງມາຈາກ 5 ບ້ານ, ເຂດເມືອງຊຽງເງິນ.

ຈຸດປະສົງ ເພື່ອໃຫ້ຊາວກະສິກອນໄດ້ມີສ່ວນໃນການຄັດເລືອກສາຍພັນພືດຜັກເວົ້າລວມເວົ້້າສະເພາະກໍ່ຄືແນວພັນໝາກເລັ່ນເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ ແລະ ເພື່ອເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມ ເພື່ອເຮັດໃຫ້ຊາວກະສິກອນສາມາດຍົກສູງທາງດ້ານປະມານລິມານແລະຄຸນນະພາບຂອງຜົນຜະລິດພືດຜັກ ແລະ ມີລາຍຮັບຈາກການຜະລິດຜັກເພິ່ມຂືຶ້ນ. ການຝຶກອົບຮົມໃນຄັ້ງນີ້ປະກອບມີສອງພາກຄືພາກທິດສະດີ ແລະ ພາກປະຕິບັດໂຕຈິງ ເຊິ່ງພາກທິດສະດີຜູ້ເຂົ້າຮ່ວມໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າ, ການຄົ້ນຄວ້າ ແລະ ການພັດທະນາທາງດ້ານແນວພັນພືດຜັກ. ພາກປະຕິບັດໂຕຈິງຜູ້ເຂົ້າຮ່ວມໄດ້ມີໂອກາດໃນການຄັດເລືອກສາຍພັນໝາກເລັ່ນທີໃຫ້ຜົນຜະລິດສູງ ນອກຈາກນັ້ນ, ໄດ້ເປີດໂອກາດໃຫ້ຊາວກະສິກອນທີ່ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນເຊິ່ງກັນແລະກັນກ່ຽວກັບປະສົບການ ແລະ ບັນຫາຂອງການຜະລິດພືດຜັກໃນຊ່ວງລະດູແລ້ງ ແລະ ລະດູຝົນ. ຜົນຈາກການສົນທະນາພົບວ່າຜູ້ເຂົ້າຮ່ວມສ່ວນໃຫຍ່ຈະໃຫ້ຄໍາເຫັນວ່າການຜະລິດພືດຜັກຍັງມີບັນຫາ ແລະ ຂໍ້ຈໍາກັດ ຢູ່ຫຼາຍດ້ານ ເຊັນ: ການລະບາດຂອງພະຍາດໂດຍສະເພາະພະຍາດໃບກູດ, ຕົ້ນທຶນການຜະລິດສູງ, ຄວາມບໍ່ແໜ່ນອນຂອງຕະຫຼາດ, ບໍ່ມີການວາງແຜນການຜະລະລິດທີ່ດີ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ, ຂໍ້ຈໍາກັດທາງດ້ານແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ.

WhatsApp Image 2022-01-25 at 14.22.05 WhatsApp Image 2022-01-25 at 14.22.04 WhatsApp Image 2022-01-25 at 14.21.27 WhatsApp Image 2022-01-25 at 14.21.27 (1) WhatsApp Image 2022-01-25 at 14.21.25WhatsApp Image 2022-01-25 at 14.21.28