National Agriculture and Forestry Research Institute

IMG_8783

          ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ ມີການຮ່ວມມື ແລະ ສະໜັບສະໜູນຈາກ ໄດ້ຮັບທຶນສະໜັບສະໜູນ ຈາກ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ ໂດຍຜ່ານລັດວິສະຫະກິດຊຸມຊົນຊົນນະບົດ ສ. ເກົາຫລີ(KRC)ຈໍານວນ 3,478,260 ໂດລາສະຫະລັດ ຫຼື 4,000,000,000 ວອນ ທີ່ໄດ້ຈັດຕັ້ງໂຄງການນີ້  ເພື່ອຊ່ວຍການ ຄົ້ນຄວ້າ, ພັດທະນາ ເຕັກນິກການຜະລິດທີ່ເໝາະສົມ, ເຕັກນິກຫລັງການເກັບກ່ຽວທີ່ດີ ເພື່ອຊ່ວຍຮັກສາ ຄຸນນະພາບ ແລະ ຄວາມປອດໄພ ຜະລິດຕະພັນຜັກ, ນອກນັ້ນ ຍັງຊ່ວຍ ໃນການແນະນໍາການເຂົ້າເຖີງຕະຫຼາດ ຂອງຊາວກະສິກອນ, ການພັດທະນາຄວາມອາດສາມາດຂອງ ຊາວກະສິກອນ, ຜູ້ປະກອບການ, ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ແມ່ນນອກໃນກິດຈະກໍາຂອງໂຄງການ, ນອກນັ້ນ, ການສ້າງສ່ວນສາທິດ ແລະ ຄອບຄົວຕົວແບບ, ບ້ານຕົວແບບ ເພື່ອໃຫ້ຊາວກະສິກອນອື່ນໆ, ນັກຮຽນນັກສຶກສາ, ຜູ້ປະກອບການ, ແລະ ພະນັກງານ ໄດ້ຮຽນຮູ້ ແມ່ນຈະໄດ້ຖືກຈັດຕັ້ງປະຕິບັດໃນໂຄງການ. ໂຄງການຈະຖືກຈັດຕັ້ງປະຕິບັດໃນ 4 ປີ (2019 – 2022).

ໃນຕອນບ່າຍຂອງວັນທີ 24 ທັນວາ 2021 ທີ່ຜ່ານມາ, ໂຄງການ ການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໄດ້ຈັດພິທີມອບ-ຮັບອາຄານ ແລະ ອຸປະກອນຫ້ອງທົດລອງຈາກ (KRC)ໃຫ້ກັບໂຄງການ ການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຈັດຂຶ້ນທີ່ສູນຄົ້ນຄວ້າພືດຜັກ ແລະ ໃຫ້ໝາກໄມ້, ບ້ານຫາດດອກແກ້ວ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຕາງໜ້າ (KRC) ເຊັນມອບໂດຍທ່ານ Dr Yong in Ho ຫົວໜ້າຫ້ອງການ (KRC) ປະຈຳລາວ, ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້ ເຊັນຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ, ເຊິ່ງມີແຂກທີ່ຖືກເຊີນ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຈຸດປະສົງຂອງໂຄງການ

– ເພື່ອຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີ ການຜະລິດ ທີ່ເໝາະສົມ ໃນສະພາບແວດລ້ອມຂອງ ສປປ ລາວ

– ເພື່ອສ້າງຄວາມເຂັ້ມແຂງໃຫ້ ນັກຄົ້ນຄວ້າ, ນັກສົ່ງເສີ້ມ, ນັກສຶກສາ, ຊາວກະສິກອນ ທາງດ້ານເຕັກໂນໂລຊີ ການຜະລິດພືດຜັກ

– ເພື່ອເພີ່ມລາຍຮັບ ໃຫ້ຊາວກະສິກອນ ຜ່ານການ ການນໍາໃຊ້ ເຕັກໂນໂລຊີແບບໃໝ່ທີ່ ສາມາດ ເພີ້ມຜົນຜະລິດຕໍ່ເນື້ອທີ່, ຫຼຸດຕົ້ນທຶນການຜະລິດ

– ເພື່ອປັບປຸງໂຄງລ່າງພື້ນຖານ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໃນການເປັນພື້ນທີ່ຕົວແບບ ແລະ ເປັນບ່ອນຮຽນຮູ້

ໂຄງການດັ່ງກ່າວໄດ້ວາງແຜນຈັດຕັ້ງປະຕິບັດໃນໄລຍະ 2019 ຫາ 2022. ໂດຍກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ (MAFRA)ໄດ້ແຕ່ງຕັ້ງKRC (Korea Rural Community Corporation) ເປັນອົງກອນໃນການຈັດຕັ້ງປະຕິບັດໂຄງການ, ແລະKRC ໄດ້ເລືອກເອົາDICA-DOWON Engineering Architect Co. Consortium ເປັນPMC (ທີ່ປຶກສາດ້ານການຄຸ້ມຄອງ) ແລະໄດ້ເຊັນສັນຍາກັນໃນວັນທີ 4 ພະຈິກ 2019. ພ້ອມດຽວກັນນີ້, ທາງກະຊວງກະສິກໍາ ແລະ ປ່າໄມ້ (MAF)ຂອງສປປລາວໄດ້ແຕ່ງຕັ້ງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ເປັນຜູ້ຈັດຕັ້ງປະຕິບັດໂຄງການ ຮ່ວມກັບKRC.

ເຖິງວ່າຈະເກີດພະຍາດໂຄວິດ-19 ໃນໄລຍະ 2 ປີຜ່ານມາ, ແຕ່ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນ ແລະ ອໍານວຍຄວາມສະດວກຢ່າງເຕັມທີ່ ລະຫວ່າງKRC ກັບNAFRI ຈົນໃນທີ່ສຸດສາມາດກໍ່ສ້າງພື້ນທີ່ຕົວແບບ ແລະສິ່ງອຳນວຍຄວາມສະດວກຢູ່ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ(HRC) ແລະ 4 ບ້ານຕົວແບບ. (ບ້ານຫົວຫ້າ, ບ້ານຊາຍຟອງເໜືອ, ບ້ານທ່າແຂກແລະບ້ານສີມມະໂນ) ເມືອງຫາດຊາຍຟອງ. ສິ່ງອໍານວຍຄວາມສະດວກຕ່າງໆ ເຫຼົ່ານີ້ໄດ້ຖືກມອບໃຫ້ແກ່ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງສປປລາວໃນວັນທີ 24 ທັນວາ 2021.

ເນື່ອງໃນໂອກາດດັ່ງກ່າວ ທາງ ທ່ານ ນາງ. ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ກ່າວວ່າ: ໂຄງການດັ່ງກ່າວຈະປະກອບສ່ວນປັບປຸງເຕັກໂນໂລຊີການປູກຜັກແລະສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພືດຜັກແລະລາຍຮັບໂດຍຜ່ານການປັບປຸງເຕັກໂນໂລຊີການປູກພືດໃນສປປລາວ. ການຄົ້ນຄວ້າ ແລະພັດທະນາເຕັກໂນໂລຊີທີ່ເໝາະສົມສຳລັບການປູກຜັກ ແລະການສ້າງຄວາມສາມາດໃຫ້ແກ່ຊາວກະສິກອນແມ່ນຍັງຈະສືບຕໍ່ດຳເນີນໄປຮອດທ້າຍປີ 2022. ໃນນາມສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຂ້າພະເຈົ້າເຊື່ອໝັ້ນວ່າບັນດາກິດຈະກຳຂອງໂຄງການ, ໂດຍສະເພາະແມ່ນ ການກໍ່ສ້າງອາຄານ ແລະອຸປະກອນທີ່ມີໃນຫ້ອງທົດລອງ ຂອງໂຄງການຈະປະກອບສ່ວນສຳຄັນເຂົ້າໃນການປະຕິບັດຍຸດທະສາດການພັດທະນາກະສິກຳ (ADS) 2021–2025 ສຳລັບການພັດທະນາກະສິກຳແບບຍືນຍົງໃນນັ້ນລວມໄປເຖິງ ທາງດ້ານເສດຖະກິດ-ສັງຄົມ ແລະ ດ້ານສິ່ງແວດລ້ອມ.

ດຕບເ IMG_8747 IMG_8788IMG_8641