National Agriculture and Forestry Research Institute

22072021002 22072021001

ໃນລະຫວ່າງວັນທີ 19 ຫາ 23 ກໍລະກົດ 2021, ຢູ່ທີ່ ສະຖານີຂະຫຍາຍພັນປາ ບ້ານນາ ເມືອງ ໂຂງ ແຂວງຈຳປາສັກ, ໄດ້ມີການຝຶກອົບຮົມກ່ຽວກັບ ການຕິດຕາມກວດກາ ແລະ ວິໄຈຊະນິດລູກປານ້ອຍ ໃນແມ່ນ້ຳຂອງ ສໍາລັບໂຄງການເຂື່ອນໄຟຟ້າພະລັງງານນ້ຳ ຕາມລຳແມ່ນ້ຳຂອງ ໃນ ສປປ ລາວ. ໂດຍການເປັນປະທານຮ່ວມຂອງທ່ານ ນວນ ວັນນາ ຊ່ຽວຊານຈາກ ກອງເລຂາ ແມ່ນ້ຳຂອງສາກົົນ ແລະ ທ່ານ ບຸນສົງ ວົງວິຈິດ ຮອງຫົວໜ້າສູນຄົ້ນຄວ້າການປະມົງ, ມີຜູ້ເຂົ້າຮ່ວມຈາກ ສູນຄົ້ນຄວ້າການປະມົງ, ພະແນກປະມົງ ກົມລ້ຽງສັດ, ຂະແໜງລ້ຽງສັດ ແລະ ການປະມົງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂຂງ, ກອງເລຂາຄະນະກຳມະການແມ່ນ້ຳຂອງ, ກອງເລຂາແມ່ນ້ຳຂອງ ສາກົນ, ວິຊາການຈາກເຂື່ອນດອນສະໂຮງ, ວິຊາການຈາກເຂື່ອນໄຊຍະບູລີ, ລວມທັງໝົດ 16 ທ່ານ.

ພາຍໃຕ້ທຶນໂຄງການ ຮ່ວມຂອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ, ເຊິ່ງວຽກດັ່ງກ່າວແມ່ໄດ້ສຶບເນື່ອງມາຈາກ ການເຂົ້າຮ່ວມ ກອງປະຊຸມ EMEG ຢູ່ທີ່ຫຼວງພະບາງ ໃນລະຫວ່າງເດືອນ ເມສາ 2019 ແລະ ການເຂົ້າຮ່ວມ ຝຶກອົບຮົມ ແລະ ຢ້ຽມຍາມຫ້ອງທົດລອງຂອງສະຖາບັນຄົ້ນຄວ້າ ແລະ ພັດທະນາປະມົງນ້ຳຈຶດ ຢູ່ພະນົມເປັນ, ກຳປູເຈຍ ລະຫວ່າງເດືອນ ມີນາ 2020.

ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອແລກປ່ຽນບົດຮຽນໃຫ້ຜູ້ເຂົ້າຮ່ວມຮູ້ໄດ້ກ່ຽວກັບການຕິດຕາມລູກປາໃນໄລຍະຈະເຕີບໂຕ, ເພື່ອໃຫ້ຮູ້ການນໍາໃຊ້ເຄື່ອງເອເລັກໂຕຣນິກ ແລະ ອຸປະກອນພື້ນຖານໃນການກວດກາວິໄຈລູກປາ, ເພື່ອຮຽນຮູ້ລະບົບ ແລະ ການລາຍງານຂໍ້ມູນສຳຄັນ, ເພື່ອຮຽນຮູ້ການນຳໃຊ້ຫ້ອງທົດລອງ-ສານເຄມີ ແລະ ກໍານົດ ຫຼື ໄຈ້ແຍກລາຍລະອຽດຂອງແຕ່ລະຊະນິດຂອງລູກປາ. ການຝຶກອົບຮົມໄດ້ໃຊ້ວີດີໂອທາງໄກ ສຳຫຼັບອາຈານຜູ້ນຳສະເໜີ ຈາກປະເທດໄທ ແລະ ປະເທດກຳປູເຈຍ, ເຊິ່ງ ໄດ້ໃຊ້ເວລາ 5 ມື້ ໃນນັ້ນໄດ້ແບ່ງ ອອກເປັນ 1 ມື້ໃນການນຳສະເໜີທິດສະດີ 3 ມື້ໃນການປະຕິບັດໂຕຈິງ ແລະ ອີກ 1 ມື້ ແມ່ນການຜ່ານບົດການປະຕິບັດຕົວຈິງ ແລະ ທົບທວນການຝຶກອົບຮົົມ.

ການຝຶກອົບຮົມກ່ຽວກັບ ການຕິດຕາມກວດກາ ແລະ ວິໄຈຊະນິດລູກປານ້ອຍ ໃນແມ່ນ້ຳຂອງ ສໍາລັບໂຄງການເຂື່ອນໄຟຟ້າພະລັງງານນ້ຳ ຕາມລຳແມ່ນ້ຳຂອງ ໃນ ສປປ ລາວ ໃນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍຕໍ່ພະນັກງານວິຊາການຂອງສູນຄົ້ນຄວ້າປະມົງເພື່ອທີ່ຈະຮັບຮູ້ ເຂົ້າໃຈ ແລະ ຜັນຂະຫຍາຍວຽກງານການຄົ້ນຄວ້າສັດນ້ຳໃຫ້ເທົ່າທຽມກັບພາກພື້ນ. ວິຊາການເຂົ້າຮ່ວມໃນຄັ້ງນີ້ແມ່ນຮູ້ໄດ້ອຸປະກອນ ແລະ ເຕັກນິກການຈັບລູກປາ, ການດອງຫຼືຮັກສາປາເພື່ອຂົນສົ່ງທາງໄກ ແລະ ເກັບຮັກສາໄວ້ໄດ້ດົນ, ຮູ້ໄດ້ເຕັກນິກການໄຈ້ແຍກຊະນິດລູກປາອອກມາແຕ່ລະໄລຍະໃນແຕ່ລະຊະນິດ (Yolk Stage, Pre Larvae Stage, Post Larvae Stage ແລະ Juvenile Stage), ຮູ້ການເອົາຂໍ້ມູນຈາກຖານຂໍ້ມູນຈາກ M.Access ມາວິເຄາະຮູບແບບ ແລະ ການຂຽນບົດລາຍງານການສຶກສາລູກປາໃນແມ່ນ້ຳ.

22072021003 22072021004

ຂ່າວໂດຍ: ຖາວອນ ພົມມະວົງ  ສູນຄົ້ນຄວ້າການປະມົງ