National Agriculture and Forestry Research Institute

08072021001

ເພື່ອສົ່ງເສີມ ແລະ ພັດທະນາລະບົບນະວັດຕະກຳກະສິກຳໃຫ້ມີປະສິດທິພາບ ແລະ ຍືນຍົງ ໂດຍການສ້າງຄວາມເຂົ້າໃຈກ່ຽວກັບທ່າແຮງ, ໂອກາດລວມທັງບັນຫາ ແລະ ສິ່ງທ້າທາຍຕ່າງໆ. ໃນຕອນບ່າຍຂອງວັນທີ 8 ກໍລະກົດ 2021 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໄດ້ຈັດກອງປະຊຸມເຜີຍແຜ່ຜົນການປະເມີນລະບົບນະວັດຕະກຳກະສິກຢູ່ ສປປ ລາວ (AIS) ພາຍໃຕ້ການຈັດຕັ້ງປະຕິບັດໂຄງການພັດທະນາຄວາມສາມາດໃນລະບົບ ນະວັດຕະກຳກະສິກຳຂຶ້ນ ທີ່ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ,  ທ່ານ ນາງ Akiko Inoguchi, ຕາງໜ້າ ອົງການອາຫານ ແລະ ການກະເສດ ປະຈຳ ສປປ ລາວ ແລະ ທ່ານ Assunta Testa, ຕາງໜ້າ ສະຫະພາບເອີຣົບປະຈຳ ສປປ ລາວ, ມີບັນດາຮອງຫົວໜ້າກົມ, ຄະນະກຳມະການຊີ້ນຳ ແລະຈັດຕັ້ງປະຕິບັດໂຄງການ, ຄູ່ຮ່ວມພັດທະນາ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

IMG_7294IMG_7288 IMG_7310-2

ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ກ່າວເປີດກອງປະຊຸມວ່າ: ຈຸດປະສົງຫຼັກຂອງການປະເມີນແມ່ນ ເພື່ອກຳນົດໜ້າທີ່ ແລະ ການສະໜັບສະໜຸນທີ່ຈຳເປັນສຳລັບລະບົບນະວັດຕະກຳກະສິກຳເພື່ອສ້າງຄວາມເຂົ້າໃຈກ່ຽວກັບລະບົບນະວັດຕະກຳ ວິທີການເຮັດວຽກ ແລະ ການສະໜັບສະໜຸນທີ່ມີຄວາມກ່ຽວຂ້ອງ, ການກຳນົດບັນຫາທີ່ສຳຄັນ ແລະ ຈຸດເລີ່ມຕົ້ນໃນການສ້າງຄວາມເຂັ້ມແຂງຂອງລະບົບນະວັດຕະກຳກະສິກຳ ເພື່ອແຈ້ງໃຫ້ຮູ້ກ່ຽວກັບນະໂຍບາຍ ແລະ ຜູ້ທີ່ມີອຳນາດຕັດສິນ ກ່ຽວກັບປະສິດທິພາບຂອງລະບົບນະວັດຕະກຳກຳສິກຳ ແລະ ໃຫ້ຄຳແນະນຳໃນການປັບປຸງ ແລະ ເພື່ອເສີມສ້າງຂີດຄວາມສາມາດ ຂອງບັນດາພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ ພະນັກງານລັດ, NGO, ວິຊາການ ໂດຍວີທີຜ່ານການຮຽນຮູ້ຕາມຂະບວນການປະເມີນຜົນຂອງລະບົບນະວັດຕະກຳກະສິກຳ. ນອກນີ້ຜູ້ແທນຍັງໄດ້ຮັບຟັງການແນະນຳໂຄງການ, ການພັດທະນາຄວາມສາມາດໃນລະບົບນະວັດຕະກຳກະສິກຳ ຜັນຂະຫຍາຍກອບເວທີ ກະສິກຳເຂດຮ້ອນ (AIS) ໃນລະດັບຊາດພ້ອມທັງປຶກສາຫາລືເຖິງຜົນໄດ້ຮັບ ແລະ ຂໍ້ສະເໜີຂອງການປະເມີນນຳອີກ.

ໂດຍ ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະປ່າໄມ້