National Agriculture and Forestry Research Institute

 

0109202102092021

ໃນວັນທີ່ 09 ກໍລະກົດ 2021, ກອງປະຊຸມປະເມີນຜົນເຄິ່ງປີ່ (ມັງກອນ-ມິຖຸນາ, 2021)ຂອງ 5 ໂຄງການ ຮ່ວມມືດ້ານກະສິກໍາ ລະຫວ່າງ ສູນການກະສິກໍາສາກົນແຫ່ງປະເທດ ສ.ເກົາຫລີ (KOPIA), ປະຈໍາລາວ ແລະ ສະຖາບັນຄົ້ນຄວ້າ ກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI),ໄດ້ຈັດຂື້ນ, ໂດຍການເປັນປະທ່ານຮ່ວມຂອງທ່ານ ດຣ ໃຈ ບຸນພານຸໄຊ ຫົວໜ້າ ສກປພ (NAFRI) ແລະ ທ່ານ ຊິນຈາງໂຫ ຜູ້ອໍານວຍການສູນໂຄເປຍ(KOPIA) ປະຈໍາລາວ ພ້ອມດ້ວຍທີມນັກຄົ້ນຄວ້າໂຄງການ ນັກຄົ້ນຄວ້າຂອງນາຟຣີ (NAFRI), ພະນັກງານ ສູນໂຄເປຍລາວ, ແລະ ຄະນະກໍາມະການຊີ້ນໍາ ແລະ ກວດການໂຄງການ ເຂົ້າຮ່ວມປະຊຸມໃນຄັ້ງນີ້.

ທີມນັກຄົ້ນຄວ້າຂອງໂຄງການໄດ້ລາຍງານໝາກຜົນຄວາມສໍາເລັດຂອງໂຄງການໃນຊ່ວງເຄິ່ງປີທີ່ຜ່ານມາ ແລະ ນໍາສະເໜີກິດຈະກໍາທີ່ວາງແຜນໄວ້ໃນອະນາຄົດ. ຄະນະກໍາມະການຊີ້ນໍາ ແລະ ກວດການໂຄງການ ທັງ 10 ທ່ານ ໄດ້ປະເມີນຜົນ ໃນມຸມມອງດ້ານປະສິດທິພາບ, ປະສິດທີ່ຜົນ, ຜົນໄດ້ຮັບ ແລະ ຄວາມຢືນຢົງຂອງ 5 ໂຄງການຮ່ວມມື ເຊິ່ງປະກອບດ້ວຍ ໂຄງການປັບປຸ່ງການເພີ່ມລາຍຮັບໃຫ້ຊາວກະສິກໍາຂະໜາດນ້ອຍ ໂດຍການນໍາໃຊ້ແນວພັນ ແລະ ການນໍາໃຊ້ເທັກນິກການປູກ ທີ່ເໝາະສົມ ໃນການປູກພືດຜັກລະດູຝົນ ຂອງ ສປປ ລາວ, ໂຄງການພັດທະນາເຕັກໂນໂລຢີເພື່ອຍົກລະດັບຜົນຜະລິດ ແລະ ຄຸນນະພາບໝາກກ້ຽງພື້ນບ້ານເມືອງນໍ້າບາກ, ໂຄງການລ້ຽງໄກ່ພື້ນເມືອງເພື່ອເປັນສິນຄ້າໂດຍຜ່ານການພັດທະນາ ແລະ ປັບປຸງທາງດ້ານກໍາມະພັນ, ໂຄງການຄົ້ນຄວ້າ ແລະ ສາທິດການນໍາໃຊ້ແນວພັນເຂົ້າ ທີ່ປັບຕົວກັບການປ່ຽນແປງ ຂອງສະພາບແວດລ້ອມ, ໂຄງການຄົ້ນຄວ້າການຍົກສະມັດຕະພາບຜົນຜະລິດ ແລະ ເຕັກນິກການປຸງແຕ່ງຖົ່ວເຫລືອງ ໃນ ສປປ ລາວ.

ທ່ານ ຊິນ ຈາງໂຫ ຜູ້ອໍານວຍການ ສູນໂຄເປຍປະຈໍາລາວ ໄດ້ກ່າວວ່າ ການເພີ່ມຂື້ນຂອງຜົນຜະລິດ ແລະ ລາຍຮັບຂອງຊາວກະສິກອນຜ່ານການຖ່າຍທອດເຕັກນິກລະດັບສູງໃນການຜະລິດກະສິກໍາໃຫ້ແກ່ຊາວກະສິກອນແມ່ນຈຸດປະສົງຕົ້ນຕໍຂອງໂຄງການ ເຊິ່ງມັນຈະຊ່ວຍປະກອບສ່ວນເຂົ້າໃນການພັດທະນາກະສິກໍາລາວ.

ຫຼັງຈາກສໍາເລັດການປະຊຸມ ທ່ານ ປອ ໃຈ ບຸນພານຸໄຊ ໄດ້ກ່າວຕືມວ່າ ເຖິ່ງແມ່ນວ່າຈະພົບກັບຄວາມຫຍຸ້ງຍາກໃນຊ່ວງການລະບາດຊອງພະຍາດ ໂຄວິດ 19 ທຸກໆໂຄງການກໍໄດ້ປະສົບຜົນສໍາເລັດໃນການຈັດຕັ້ງປະຕິບັດຕາມຈຸດປະສົງຂອງໂຄງການ ແລະ ກິດຈະກໍາທີ່ໄດ້ວາງໄວ້.

ໂຄງການໂຄເປຍ (KOPIA) ແມ່ນສາຂາ ຂອງ ໜ່ວຍງານບໍລິຫານການພັດທະນາຊົນນະບົດ (RDA) ຢູ່ຕ່າງປະເທດຂອງລັດຖະບານ ສ. ເກົາຫຼີ ເຊິ່ງວິໄສທັດໃນສືບຕໍ່ການພັດທະນາແບບຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ສ. ເກົາຫຼີ ແລະ ບັນດາປະເທດຄູ່ຮ່ວມມືໂດຍຜ່ານການຮ່ວມມືແບບໃໝ່ ໃນເຕັກໂນໂລຢີ ດ້ານກະສິກຳ.

ສູນ KOPIA ໃນ ສປປ ລາວ ໄດ້ຖືກສ້າງຕັ້ງຂື້ນໃນປີ 2016 ໂດຍອີງໃສ່ MOA ລະຫວ່າງ RDA, ສ. ເກົາຫຼີ ແລະ NAFRI, ສປປ ລາວ. ປະຈຸບັນ ສູນ KOPIA ແມ່ນມີ 22 ແຫ່ງໃນທົ່ວໂລກ ເຊິ່ງໄດ້ລິເລີ່ມສ້າງຕັ້ງຂື້ນແຕ່ປີ 2009.