National Agriculture and Forestry Research Institute

ສຶບຕໍ່ຈັດຕັ້ງປະຕິບັດວຽກງານໂຄງການພາເຂົ້າລາວ ພາຍໃຕ້ການຊີ້ນຳ – ນຳພາໂດຍສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE), ສະໜັບສະໜຸນຫຼັັກໂດຍ ອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດເຊີແລນ(SDC)

1ອ_0

 

ໃນຕອນບ່າຍຂອງວັນທີ 23 ທັນວາ 2020, ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໄດ້ມີພິທີເຊັນເອກະສານຮ່ວມມືດ້ານວິຊາການ ລະຫວ່າງສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE), ໃນການຈັດຕັ້ງປະຕິບັດໂຄງການພາເຂົ້າລາວ 1 ປີ ເລີ່ມແຕ່ເດືອນ 1/2021-12/2021. ພາຍໃນພິທີ ເຊິ່ງນຳພາ ແລະ ເຊັນເອກະສານໂດຍ ທ່ານ ປອ ໃຈ ບຸນພະນຸໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Dr. Michael Epprecht ຫົວໜ້າສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ, ປະຈຳ ສປປ ລາວ (CDE) ແລະ ບັນດາສູນອ້ອມຂ້າງສະຖາບັນເຂົ້າຮ່ວມ.

IMG_8262

ພາເຂົ້າລາວແມ່ນໜຶ່ງໃນຜະລິດຕະພັນທີ່ສຶບຕໍ່ຈັດຕັ້ງປະຕິບັດຈາກໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູ່ເຂດພູດອຍ (TABI) ,ຊຶ່ງເລີ້ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນ ສິງຫາ ປີ 2018 ເປັນຕົ້ນມາ. ພາເຂົ້າລາວແມ່ນການມີສ່ວນຮ່ວມຂອງອົງການຈັດຕັ້ງຕ່າງໆ ເປັນລະບົບແລກປ່ຽນຄວາມຮູ້ທີ່ສ້າງຂຶ້ນເພື່ອສັງລວມຄວາມຫຼາກຫຼາຍດ້ານຄວາມຮູ້ອັນລໍ້າຄ່າທີ່ເປັນເອກະສານ ແລະ ຄຳເວົ້າ (ຮູບແບບປາກເປົ່າ) ຂອງຊີວະນາໆພັນກະສິກຳໃນລາວ ແລະ ການອະນຸລັກໃນຂອບເຂດທົ່ວປະເທດໃຫ້ສາມາດເຂົ້າເຖິງ ແລະ ນໍາໃຊ້ໄດ້ງ່າຍໂດຍນັກສຶກສາ, ນັກຄົ້ນຄວ້າ, ນັກພັດທະນາ, ຜູ້ຕັດສິນດ້ານນະໂຍບາຍ, ຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນ. ລະບົບດັ່ງກ່າວຈະເປັນລະບົບການສົ່ງ-ຮັບຄວາມຮູ້, ເຂົ້າໃຈງ່າຍ ແລະ ເປັນປະໂຫຍດຕໍ່ຜູ້ນຳໃຊ້.

ລະບົບ www.phakhaolao.la ຈະເຮັດວຽກເປັນເວທີຮວບຮວມ ແລະ ແລກປ່ຽນຂໍ້ມູນຄວາມຮູ້ຂ່າວສານທີ່ເປັນທາງການ ຂອງບັນດາຜະລິດຕະພັນຊີວະນາໆພັນ ແລະ ຂໍ້ມູນທີ່ກ່ຽວກັບຊະນິດພັນທີ່ກ່ຽວຂ້ອງ ລວມທັງສະໜອງຂໍ້ມູນໃຫ້ແກ່ນັກຄົ້ນຄວ້າ ທາງດ້ານນະໂຍບາຍ, ສ້າງແຮງບັນດານໃຈໃຫ້ແກ່ນັກສຶກສາ, ຜູ້ປະກອບການຊາວກະສິກອນໜຸ່ມ, ຊາວກະສິກອນທັງຍິງ ແລະ ຊາຍໃນການຜະລິດກະສິກຳ ແລະ ຜະລິດ ຜະລິດຕະພັນທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ອຳນວຍຄວາມສະດວກໃນການຮຽນຮູ້ ແລະ ແບ່ງປັນຂໍ້ມູນລະຫວ່າງພາກສ່ວນຕ່າງໆ ແລະ ສະໜັບສະໜູນຄວາມປ່ຽນແປງໃນການຜະລິດກະສິກຳ, ການບໍລິໂພກ ແລະ ການນຳໃຊ້ຊີວະນາໆພັນ. ພາຍໃນໄລຍະເວລາ 2 ປີທີ່ຜ່ານມາ ລະບົບຖານຂໍ້ມູນສາມາດສັງລວມຂໍ້ມູນຊະນິດພັນໄວ້ໄດ້ຫຼາຍກວ່າ 900 ຊະນິດ, ເລື່ອງເລົ່າຊີວະນາໆພັນອາຫານລາວຫຼາຍກວ່າ 280 ເລື່ອງ ແລະ ມີຍອດສະຖິຕິຜູ້ເຂົ້າໃຊ້ງານຫຼາຍກວ່າ 390.000 ຄົນ.

ປັດຈຸບັນວຽກງານພາເຂົ້າລາວໄດ້ສຶບຕໍ່ຈັດຕັ້ງປະຕິບັດ ພາຍໃຕ້ການຊີ້ນຳ – ນຳພາໂດຍສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ (NAFRI) ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE), ໂດຍການຮ່ວມມືສະໜັບສະໜຸນຈາກ ອົງການຝຣັ່ງເສດເພື່ອການພັດທະນາ (AFD), ສະຫະພາບເອີລົບ (EU) ແລະ ໃຫ້ທຶນສະໜຸນຫຼັກໂດຍ ອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດເຊີແລນ(SDC).

IMG_5666

ພາບ ແລະ ຂ່າວໂດຍ: phakhaolao.la