National Agriculture and Forestry Research Institute

MG_4449_news MG_4456_news

ດັ່ງທີ່ບັນດາທ່ານໄດ້ຮັບຮູ້ກັນແລ້ວວ່າ ສະພາບການນໍາໃຊ້ບັນດາຂໍ້ມູນ ເອກະສານລາຍຊື່ຊະນິດ ພັນໄມ້ ເພື່ອເປັນບ່ອນອີງຕໍ່ ກັບການນໍາໃຊ້ຊັບພະຍາກອນປ່າໄມ້ ກໍຄື ການຂຸດຄົ້ນ ການຜະລິດ ແລະ ການສົ່ງໄມ້ອອກໄມ້ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ ແມ່ນມີການນໍາໃຊ້ແບບພື້ນຖານ ແລະ ມີຂໍ້ຈໍາກັດດ້ານຂໍ້ມູນ ໂດຍສະເພາະແມ່ນຊື່ຊະນິດພັນໄມ້ (ຊື່ພື້ນເມືອງ ການຄ້າ ຫຼື ຊື່ວິທະຍາ ສາດ) ທີ່ຍັງບໍ່ມີຄວາມຊັດເຈນ ເຊີ່ງເປັນສາເຫດເຮັດໃຫ້ມີຂໍ້ຫຍຸ້ງຍາກ ແລະ ເປັນຊ່ອງຫວ່າງໃນການແຈ້ງຊື່ຊະນິດພັນໄມ້ທີ່ບໍ່ຖືກຕ້ອງໃນຂອດການຄ້າໄມ້ທັງພາຍໃນ ແລະ ສົ່ງອອກ;
ເມື່ອເຫັນໄດ້ບັນຫາດັ່ງກ່າວ ທາງຄູ່ຮ່ວມມືຈັດຕັ້ງປະຕິບັດໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນແຜນງານ ປະຕິບັດກົດໝາຍປ່າໄມ້ FAO-EU FLEGT ແລະ ຜູ້ໃຫ້ທືນ ກໍຄື ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາ ຊາດ ຈື່ງເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ ຈື່ງໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າ ກປ ແລະ ພັດທະນາ ຊົນນະບົດ ຂອງພວກເຮົາ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ ໄດ້ຂຽນບົດສະເໜີໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ “Establishment of a Tree Species Master List for Lao PDR” ໂຄງການ ມີຈຸດປະສົງເພື່ອສ້າງລາຍຊື່ ແມ່ບົດຊະນິດພັນໄມ້ ໃນ ສປປ ລາວ ໂດຍ ສະເພາະແມ່ນມີເປົ້າໝາຍ ເພື່ອສ້າງແມ່ບົດລາຍຊື່ຊະນິດພັນໄມ້ທີ່ຖືກຕ້ອງຊັດ ເຈນ ສະໜັບສະໜູນໃຫ້ແກ່ວຽກງານປະຕິບັດກົດໝາຍປ່າໄມ້ຮັບປະກັນໃຫ້ແກ່ວຽກງານຕິດຕາມກວດກາປ່າໄມ້ໃຫ້ສາມາດ ປະຕິບັດໄດ້ຢ່າງມີປະສິດທິພາບ;
ທີ່ສູນຄົ້ນຄວ້າປ່າໄມ້ ຂຽນບົດສະເໜີໂຄງການຮ່ວມກັບຊ່ຽວຊານຜູ້ອໍານວຍຄວາມສະດວກໃນການ ເຂົ້າຫາແຫຼ່ງທືນ ແລະ ໄດ້ຮັບການສະໜັບສະໜູນຈາກແຜນງານປະຕິບັດກົດໝາຍປ່າໄມ້ FAO-EU FLEGT ໂດຍ ຜ່ານແຫຼ່ງທືນ Direct Assistance; ເຊີ່ງມີເປົ້າໝາຍເຮັດວຽກເປັນທີມງານຮ່ວມກັບ ຄະນະວິທະຍາສາດປ່າໄມ້, ຄະນະວິທະຍາສາດທໍາມະຊາດ, ພາກວິຊາຊີວະສາດ ມະຫາວິທະຍາໄລ ແຫ່ງຊາດ ແລະ ສະຖາບັນນິເວດ ແລະ ເຕັກໂນໂລຊີ່ ຊີວະພາບ; ໂຄງການດັ່ງກ່າວ ແມ່ນຈະມີວາລະດໍາເນີນການແຕ່ເດືອນ ກໍລະກົດ 2020 ຫາ ຕຸລາ 2021.
ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ໂຄງການ ໃນເບຶ້ອງຕົ້ນ ແລະ ປຶກສາ ຫາລື ກ່ຽວກັບ ການນຳໃຊ້ບັນຊີລາຍຊື່ ແມ່ບົດ ນຳພາກສວ່ນ ທີ່ນຳໃຊ້ ຕົວຈິງ ໂດຍສະເພາະ ຕາງໜ້າ ຈາກ ກົມ ອູດສະກຳ ແລະ ຫັດຖະກຳ, ກົມສ່ງສົ່ງອອກ ແລະ ນຳເຂົ້າ, ກະຊວງ ການຄ້າ ແລະ ອູດສະຫະກຳ ແລະ ການຄ້າ, ກົມພາສີ,ກະຊວງ ການເງິນ , ກົມປ່າໄມ້, ກົມກວດກາ ປ່າໄມ້ ແລະ ຕົວແທນ ຈາກ ອົງການຈັດຕັ້ງສາກົນ ເພື່ອ ໄປ ປັບປງຸ ແລະ ໃຫ້ ສອດຄ່ອງອ່ງກັບຄວາມຕ້ອງອ້ງການ ກັບຜູ້ຊົມໃຊ້. ກອງປະຊຸມ ແມ່ນ ຈະໄດ້ ດຳເນີນ ໄປ ນຶ່ງ ຄາບ ຂອງ ວັນທີ 22/12/ 2020 ໂດຍການ ເປັນປະທານ ຂອງ ທ່ານ ຂອງ ຮອງຫົວໜ້າສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາ ຊົນນະບົດ ຮວ່ມ ກັບ ຜູ້ຕາງໜ້າ ອົງການ ອາຫານ ແລະ ການ ກະເສດ ສະຫະປະຊາຊາດ ປະຈຳ ສ ປປ ລາວ.

MG_4466_news WhatsApp Image 2020-12-23 at 07.44.23