National Agriculture and Forestry Research Institute

05112020_01  05112020_03

ມັນຕົ້ນເປັນພືດທີ່ມີຄວາມສຳຄັນຕໍ່ເສດຖະກິດຂອງຊາວສວນ ໃນຍຸກປັດຈຸບັນ, ແຕ່ມັນຕົ້ນແມ່ນໄດ້ປະເຊີນກັບພະຍາດ ຫລາຍຊະໜິດ ເປັນຕົ້ນແມ່ນ ພະຍາດໃບດ່າງ, ພະຍາດ ຟອຍຂົນໄກ່…ເຕັກນິກການຂະຫຍາຍພັນດ້ວຍເນື້ອເຍື່ອ ເປັນວິທີການໜຶ່ງ ທີ່ຈະໄດ້ພືດປອດເຊື້ອພະຍາດ, ສະນັ້ນ ພາຍໃຕ້ໂຄງການຮ່ວມມືກັບ CIAT ຈຶ່ງໄດ້ຈັດຕັ້ງປະຕິບັດຂະຫຍາຍພັນມັນຕົ້ນດ້ວຍເນື້ອເຍື່ອຢູ່ທີ່ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳດ ປ່າໄມ້ ແລະ ພັດທະນາຊົນນະບົດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ. ໃນຕອນເຊົ້າຂອງວັນທີ 5 ພະຈີກ 2020 ນີ້ ປອ. ໃຈ ບຸນພະນຸໄຊ, ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາງ ດັນເຊ ສີມມະລາວົງ (ຕາງໜ້າໃຫ້ ACIAR-Australia), ທ່ານ ດຣ ໂຈນາທານ ນີວລີ (ຕາງໜ້າໂຄງການ CIAT) ພ້ອມດ້ວຍ ຫົວໜ້າ ສູນສາລີ ແລະ ພືດເສຖະກິດ ແລະ ຄະນະສູນຄົ້ນຄວ້າເຂົ້າ ໄດ້ໃຫ້ກຽດປູກມັນຕົ້ນທີ່ໄດ້ຈາກການລ້ຽງເນື້ອເຍື່ອ ລົງແປງປູກທົດລອງ (ສູນຄົ້ນຄວ້າສາລີ ແລະ ພືດເສດຖະກິດ) ເປັນຄັ້ງທຳອິດ. ນ້ອງຈາກນັ້ນ ຍັງໄດ້ ຢ້ຽມຊົມແປງປູກທົດລອງມັນຕົ້ນທີ່ໄດ້ຈາກການປັກຊຳລຳຕົ້ນ, ເຮືອນອຸງມຸງ (ສຳລັບປັກຊຳມັນຕົ້ນ) ແລະ ຫ້ອງທົດລອງລ້ຽງເນື້ອເຍື່ອ ອີກດ້ວຍ.

05112020_0205112020_04

ໂດຍ: ບຸນມາ ເພັງພະຈັນ , ສູນຄົ້ນຄວ້າເຂົ້າ