National Agriculture and Forestry Research Institute

IMG_4367

ກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງແນວພັນພືດ, ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ໄດ້ຈັດຂື້ນ ເລີ່ມ ຕອນເຊົ້າຂອງວັນທີ 14 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ລີນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ເປັນປະທານຮ່ວມຂອງທ່ານ ນາງ ບຣຸດສ ບຸສ ຕາງ ໜ້າ ອົງການOXFAM ປະຈຳ ສປປ ລາວ, ທ່ານ ປອ. ນາງ ໃຈ ບຸນພະນຸໄຊ ຫົວໜ້າ NAFRI ແລະ ທ່ານ ສົມຫວັງ ພັນທະວົງ ຮອງຫົວໜ້າ ກົມປູກຝັງ. ໃນກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງແນວພັນພືດ ຄັ້ງນີ້ມີແຂກເຂົ້າຮ່ວມຫລາຍກວ່າ 230 ກວ່າທ່ານ ເຊີ່ງມາຈາກ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ, ບັນດາກົມອ້ອມຂ້າງກະຊວງ, ຫ້ອງວ່າການສູນກາງພັກ, ສູນກາງສະຫະພັນແມ່ຍີງ, ກະຊວງອຸດສາຫະກໍາການຄ້າ, ພະແນກກະສິກໍາ ແລະ ປ່າໄມ້ທົ່ວປະເທດ ແລະ ກຸ່ມເຄືອຄາຍຊາວກະສິກອນ.
1. ຈຸດປະສົງຂອງການຈັດງານ
– ເພື່ອເຜີຍແຜດໍາລັດວ່າດ້ວຍການຄຸ້ມຄອງແນວພັນພືດ ໃຫ້ຊາວກະສິກອນ ແລະ ພາກສ່ວນຕ່າງໆໃຫ້ເຂົ້າໃຈ ເພື່ອສະໜັບສະໜູນການ ການພັດທະນາ ແລະ ຄຸ້ມຄອງແນວພັນພືດທີ່ ຊາວກະສິກອນໄດ້ນໍາໃຊ້ ແລະ ພັດທະນາມາ,
– ນໍາເມັດພັນພືດ, ພືດພື້ນເມືອງຂອງແຕ່ລະທ້ອງຖິ່ນ, ຜະລິດຕະພັນຂອງຊາວກະສິກອນ ທີ່ໄດ້ປູກ, ນໍາໃຊ້ ແລະ ພັດທະນາ ໃນທ້ອງຖິ່ນ ຈາກແຕ່ລະແຂວງ ນໍາມາວາງສະແດງ ແລະ ແລກປ່ຽນເຊິ່ງກັນ ແລະ ກັນ
– ເພື່ອສ້າງເງື່ອນໄຂທີ່ດີ ໃຫ້ຊາວກະສິກອນ ມີໂອກາດ ແລກປ່ຽນບົດຮຽນ ລະຫວ່າງຊາວນາ, ນັກຄົ້ນຄວ້າ, ອົງການຈັດຕັ້ງຕ່າງໆ ແລະ ຜູ້ປະກອບການທີ່ກ່ຽວຂ້ອງ ທາງດ້ານການຄັດເລືອກແນວພັນ, ການຜະລິດ ແລະ ແລກປ່ຽນແນວພັນພືດ
– ພີເສດແມ່ນການສົ່ງເສີມໃຫ້ສັງຄົມໄດ້ຮັບຮູ້ກ່ຽວກັບແນວພັນເຂົ້າ ທີ່ແຊບທີ່ສຸດ
ກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງແນວພັນພືດ,ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ແມ່ນຫນື່ງໃນກິດຈະກໍາຂອງໂຄງການປູກພືດໃຫ້ມີຄວາມຫຼາກຫຼາຍ ເພື່ອການຄໍ້າປະກັນສະບຽງອາຫານ (Sowing diversity= Harvesting Security (SD=HS) ແມ່ນໄດ້ລິເລີ່ມແຕ່ປີ 2015 ເຊິ່ງໄລຍະທີ 1 ແມ່ນ 2015-2018 ແລະ ປະຈຸບັນແມ່ນໄລຍະທີ 2 ແຕ່ປີ 2019-2022 ໂຄງການທີ່ໄດ້ຮັບທືນສະໜັບສະໜູນຈາກ ອົງການ SIDA ໂດຍຜ່ານອົງການ OXFAM. ຈຸດປະສົງຂອງໂຄງການແມ່ນສ້າງຄວາມໝັ້ນໃຈໃຫ້ຊາວກະສິກອນໃນທ້ອງຖີ່ນ ແລະ ຊາວກະສິກອນຂະຫນາດນ້ອຍ ຮູ້ເຖີງສິດຂອງຊາວນາໃນການປັບປຸງແນວພັນພືດ ແລະ ມີຄວາມເຂັ້ມແຂງໃນການເຂົ້າເຖີງແຫຼ່ງເຊື້ອພັນພືດ, ການນໍາໃຊ້ ແລະ ພັດທະນາ ເພື່ອປັບປຸງການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ທີ່ມີຄວາມສາມາດປັບຕົວເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ ແລະ ເຮັດໃຫ້ເຂົາເຈົ້າມີຊີວິດການເປັນຢູທີ່ໝັ້ນຄົງ ແລະ ດີຂື້ນ, ເຊິ່ງໂຄງການດັ່ງກ່າວແມ່ນປະກອບສ່ວນສໍາຄັນໃນການຜັນຂະຫຍາຍແຜນງານບຸລິມະສິດໜຶ່ງການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າຂອງກະຊວງກະສິກໍາ ແລະ ປ່າໄມ້.
ກິດຈະກໍາ ຈະໄດ້ແບ່ງເປັນ 2 ພາກ.
ພາກທີ່ 1: ເຜີຍແຜ່ນະໂຍບາຍທີ່ກ່ຽວຂ້ອງ:
– ລາຍງານຄວາມຄຶບຫນ້າຂອງໂຄງການ, ນໍາສະເໜີຜົນສໍາເລັດຂອງການພັດທະນາແນວພັນພືດໂດຍການມີສ່ວນຮ່ວມຈາກຊາວນາ ໃນກິດຈະກໍາຂອງ ໂຮງຮຽນຊາວນາ
– ເຜີຍແຜ່ດໍາລັດວ່າດ້ວຍການຄຸ້ມຄອງແນວພັນພືດ ແລະ ແນະນຳຂັ້ນຕອນການຂື້ນທະບຽນແນວພັນໃຫມ່ ໃຫ້ກັບ ຂັ້ນແຂວງ, ເມືອງ ແລະ ຊາວກະສິກອນ.
– ປະຫວັດຄວາມເປັນມາ ແລະ ກິດຈະກໍາຂອງເຄື່ອຄາຍຊາວກະສິກອນ
– ການນໍາສະເໜີ ໄວຫນຸມທີ່ມີຄວາມຫລົງໄຫລໃນວຽກງານກະສິກໍາ ໂດຍການສ້າງ ບ້ານອາຍອຸ່ນ ຜະລິດກະສິກໍາອີນຊີ ທີ່ແຂວງຫລວງພະບາງ
ພາກທີ່ 2: ວາງສະແດງເມັດພືດ ເມັດພັນ ແລະ ຊີມເຂົ້າແຊບປະຈຳປີ 2020
– ການວາງສະແດງແນວພັນພືດ ພືດພື້ນເມືອງ ແລະ ຜະລິດຕະພັນກະສິກໍາ ຂອງແຕ່ລະແຂວງ ທີ່ນໍາມາໃນຄັ້ງນີ້ມີ ຄວາມຫຼາກຫຼາຍ ໂດຍສະເພາະແນວພັນເຂົ້າ ແມ່ນມີຫລາຍກວ່າ 50 ແນວພັນ ສ່ວນໃຫຍ່ແມ່ນແນວພັນພື້ນເມືອງ ຊາວກະສິກອນໄດ້ນໍາເອົາມາວາງສະແດງ ແລກປ່ຽນ ແລະ ຈັດຈໍາຫນ່າຍໃຫ້ກັບ ຜູ້ເຂົ້າຮ່ວມທີ່ສົນໃຈ
– ການປະກວດຫາແນວພັນເຂົ້າແຊບທີ່ສຸດ ປະຈໍາປີ 2020 ແມ່ນ ມີແນວພັນທັງໝົດ 21 ແນວພັນຈາກ 18 ແຂວງ ແລະ ຈາກສູນຄົ້ນຄວ້າ (ຕາຕະລາງ ຂ້າງລຸ່ມ) ໂດຍແຕ່ລະແຂວງໄດ້ນໍາແນວພັນທີ່ດີທີສຸດຂອງແຂວງຕົນເອົງ ເຂົ້າປະກວດ ໃນການຊີມເຂົ້າຄັ້ງນີ້ ມີທັງໝົດ 124 ທ່ານ ເຊີງທຸກທ່ານຫລັງຈາກຊີມແລ້ວ ໄດ້ເລືອກແນວພັນທີຕົນເອງມັກທີ່ສຸດ 3 ແນວພັນ ຜົນຂອງການແຂ່ງຂັນ ແນວພັນທີ່ໄດ້ຄະແນນສູງທີ່ສຸດ ແມ່ນແນວພັນເຂົ້າຄາຍຫອມ ຈາກແຂວງຫົວພັນ ໄດ້ 50 ຄະແນນ, ອັນດັບທີ່ 2 ແມ່ນແນວພັນເຂົ້າ ເຊບັ້ງໄຟ 4 ຈາກ ສູນຄົ້ນຄວ້າເຂົ້າ ໄດ້ 44 ຄະແນນແລະ ອັນດັບທີ່ 3 ແມ່ນເຂົ້າຫອມບ້ານດຸງ ຈາກນະຄອນຫລວງວຽງຈັນ ໄດ້ 43 ຄະແນນ.
ຕາຕະລາງ ຜົນການປະກວດແນວພັນເຂົ້າແຊບ ປະຈໍາປີ 2020

ອັນດັບ ຊື່ແນວພັນ ແຂວງ ຄະແນນ
1 ເຂົ້າຄາຍຫອມ ຫົວພັນ 50
2 ເຊບັ້ງໄຟ4
ສູນເຂົ້າ 44
3 ຫ້ອມບ້ານດຸງ ນະຄອນຫລວງ 43
4 ເຂົ້າຂາວຫອມ ສາລະວັນ 35
5 ເຂົ້າໄກ່ນ້ອຍດໍາ ຊຽງຂວາງ 33
6 Bio 5 (ສາຍພັນເຂົ້າໃຫມ່ທີດີເດັ່ນ) ໄຊຍະບູລີ 25
7 ເຂົ້າຕາຂຽດ ຫຼວງນໍ້າທາ 23
8 ເຂົ້ານາຊາງ ອຸດົມໄຊ 18
9 ເຂົ້າເຜີ້ງຫອມ ບໍລິຄໍາໄຊ 17
10 ເຂົ້າຫອມພອຍ ບໍແກ້ວ 12
11 ຫ້ອມສັງທອງ ນະຄອນຫລວງ 10
12 ເຂົ້າຫອມຫລວງພະບາງ ຫຼວງພະບາງ 9
13 ເຂົ້າອີລາຍ ຄໍາມ່ວນ 9
14 ເຂົ້າແກ່ນດູ່ ເຊກອງ 7
15 ເຂົ້າຫນອງລົມ 1 ອັດຕະປື 7
16 ຫອມທ່າດອກຄໍາ 8 ສູນເຂົ້າ 6
17 ເຂົ້າບົວຕູ້ດ ຈໍາປາສັກ 5
18 ເຂົ້າໄກ່ນ້ອຍແດງ ໄຊສົມບູນ 4
19 ເຂົ້າຫອມຍອດອູ ຜົງສາລີ 3
20 RGD13300-172-1-MS1-2-4-B (ສາຍພັນເຂົ້າໃຫມ່ທີ່ດີເດັ່ນ) ສະຫວັນນາເຂດ 3
21 ເຂົ້າແຜ່ສະຫວັນ ວຽງຈັນ 1

IMG_4470IMG_4447

ບັນຍາການໃນງານສໍາມະນາ ແລະ ວາງສະແດງແມ່ນມີຄວາມຟົດຟື້ນຫຼາຍ: ມີຄວາມສົນໃຈ, ຖາມແລກປ່ຽນບົດຮຽນ ແລະ ແລກປ່ຽນແນວພັນເຊິ່ງກັນ ແລະ ກັນເຊິ່ງກັນລະຫວ່າງຜູ້ເຂົ້າຮ່ວມ ແລະ ປະຊາຊົນທີ່ຢ້ຽມຊົມກໍໃຫ້ຄວາມສົນໃຈຫຼາຍກວ່າ 300 ຄົນເຂົ້າຊົມງານວາງສະແດງ. ງານດັ່ງກ່າວໄດ້ຈົບລົງຢ່າງຈົບງາມໃນເວລາ 17 ໂມງ ຂອງມື້ນັ້ນເອງ.