National Agriculture and Forestry Research Institute

ພິທີມອບອາຄານ ແລະ ອຸປະກອນຂອງໂຄງການ ການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

          ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ ມີການຮ່ວມມື ແລະ ສະໜັບສະໜູນຈາກ ໄດ້ຮັບທຶນສະໜັບສະໜູນ ຈາກ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ ໂດຍຜ່ານລັດວິສະຫະກິດຊຸມຊົນຊົນນະບົດ ສ. ເກົາຫລີ(KRC)ຈໍານວນ 3,478,260 ໂດລາສະຫະລັດ ຫຼື 4,000,000,000 ວອນ ທີ່ໄດ້ຈັດຕັ້ງໂຄງການນີ້  ເພື່ອຊ່ວຍການ ຄົ້ນຄວ້າ, ພັດທະນາ ເຕັກນິກການຜະລິດທີ່ເໝາະສົມ, ເຕັກນິກຫລັງການເກັບກ່ຽວທີ່ດີ ເພື່ອຊ່ວຍຮັກສາ ຄຸນນະພາບ ແລະ ຄວາມປອດໄພ ຜະລິດຕະພັນຜັກ, ນອກນັ້ນ ຍັງຊ່ວຍ ໃນການແນະນໍາການເຂົ້າເຖີງຕະຫຼາດ ຂອງຊາວກະສິກອນ, ການພັດທະນາຄວາມອາດສາມາດຂອງ ຊາວກະສິກອນ, ຜູ້ປະກອບການ, ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ແມ່ນນອກໃນກິດຈະກໍາຂອງໂຄງການ, […]

ການຝຶກອົມຮົ່ມໃນຫົວຂໍ: ການເພື່ມລາຍຮັບໃຫ້ຊາວກະສິກອນ ໂດຍການນໍາໃຊ້ແນວ ພັນ, ເຕັກນິກທີ່ເໝາະສົມ ແລະ ການແປຮູບຜະລິດຕະພັນ ພືດຜັກ ແລະ ກ້ວຍ

                    ໃນວັນທີ 27 ທັນວາ 2021 ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການ AFACI_APPT ໄດ້ຈັດຝຶກອົບຮົມໃນຫົວຂໍ້ການສ້າງລາຍຮັບໃຫ້ແກ່ຊາວກະສິກອນໂດຍການນໍາໃຊ້ແນວພັນ, ເຕັກນິກທີ່ເໝາະສົມ ແລະ ການແປຮູບຜະລິດຕະພັນ, ໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 31 ຄົນ, ຍິງ 16 ຄົນ. ໂດຍການເປັນປະທານຂອງ ທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງຂອງການຝຶກໃນຄັ້ງນີ້ແມ່ນ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ຊາວກະສິກອນ ທາງດ້ານແນວພັນ, ເຕັກນິກ ແລະ ການແປຮູບຜະລິດຕະພັນຜັກ ແລະ ໄມ້ໃຫ້ໝາກໂດຍສະເພາະກ້ວຍ ເພື່ອເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ, 2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ. ໃນການດໍາເນີນການຈັດຕັ້ງປະຕິບັດການຝຶກອົບຮົມ […]

ການລົງກວດກາຄວາມຄືບໜ້າໃນການກໍ່ສ້າງອາຄານ ແລະ ລະບົບເຮືອນຮົ່ມ ຂອງໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ທີ່ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ບ້ານ ສິມມະໂນໃຕ້, ບ້ານທ່າແຂກ, ບ້ານຊາຍຟອງເໜືອ ແລະ ບ້ານຫົວຫ້າ

         ໃນວັນທີ 14/12/2021 ທາງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນບົດ ຮ່ວມກັບ ໂຄງການ KRC ປະເທດເກົາຫຼີ ແລະ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງໄດ້ມີການລົງກວດກາ ຄວາມຄືບໜ້າໃນການກໍ່ສ້າງອາຄານ ແລະ ລະບົບເຮືອນຮົ່ມ ຂອງໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ທີ່ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ, ບ້ານ ສິມມະໂນໃຕ້, ບ້ານທ່າແຂກ, ບ້ານຊາຍຟອງເໜືອ ແລະ ບ້ານຫົວຫ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງຮັບເໜົາໃນການກໍ່ສ້າງໂດຍ ບໍລິສັດ ວູຢອງ ກໍ່ສ້າງ ຈໍາກັດ (WJ). ໃນການລົງກວດກາການກໍ່ສ້າງ ຄັ້ງນີ້ແມ່ນນໍາໂດຍ ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ […]