National Agriculture and Forestry Research Institute

ການປັບປຸງແຫລ່ງປະສົມພັນ ແລະ ທີ່ຢູ່ອາໄສ ຂອງສັດນໍ້າເຂດພູດອຍ

ສັດນໍ້າ ແມ່ນອົງປະກອບອັນນຶ່ງຂອງຕ່ອງໂສ້ອາຫານ ແລະ ມີບົດບາດສໍາຄັນຕໍ່ການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ໂພສະນາການ ຂອງປະຊາຊົນບັນດາເຜົ່າຂອງປະເທດລາວເຮົາ ໂດຍສະເພາະແມ່ນຊາວກະສິກອນທີ່ອາໄສຢູ່ເຂດພູດອຍ ທີ່ມີທາງເລືອກ ໃນການເຂົ້າເຖິງອາຫານທີ່ຈໍາກັດ ເຂົາເຈົ້າໄດ້ອາໄສ ການຫາສັດນໍ້າ ຕາມແມ່ນໍ້າ ແລະ ສາຍຫ້ວຍ ເພື່ອລ້ຽງຊີບ. ຍ້ອນການຂະຫຍາຍຕົວຂອງພົນລະເມືອງທີ່ມີການເພີ້ມຂື້ນ ເຮັດໃຫ້ຄວາມຕ້ອງການອາຫານ ຈາກສັດນໍ້າ ມີຫລາຍຂື້ນ ບວກກັບການພັດທະນາ ຂະຫຍາຍເນື້ອທີ່ດິນກະສິກໍາ ແລະ ໂຄງການພັດທະນາຕ່າງໆ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ແຫລ່ງທີ່ຢຸ່ອາໄສ ແລະ ການຂະຫຍາຍພັນ ຂອງສັດນໍ້າ ຢູ່ເຂດພູດອຍ ມີທ່າອ່ຽງລຸດລົງ, ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການການດໍາລົງຊີວິດຂອງຊາວກະສິກອນ ທີ່ອາໄສການທໍາມາຫາກິນ ຕາມທໍາມະຊາດ ໂດຍສະເພາະແມ່ນສັດນໍ້າ ທີ່ເປັນແຫລ່ງສະໜອງທາດໂປເຕອີນ ຈາກສັດທີ່ສໍາຄັນ ຂອງເຂົາເຈົ້າ. ໂດຍປະຕິບັດຕາມຍຸດທະສາດຂອງຂະແໜງການກະສິກໍາ ໃຫ້ໄປຕາມທິດສະອາດ, ສີຂຽວ ແລະ ຍືນຍົງ ແລະ ເຫັນໄດ້ຄວາມຈໍາເປັນຕ້ອງໄດ້ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ສັດນໍ້າ ຢູ່ເຂດພູດອຍ ບໍ່ໃຫ້ບົກແຫ້ງ. ສູນຄົ້ນຄວ້າການປະມົງ ຮ່ວມກັບ […]

ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NAFRI

  ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2021 ນີ້ ໂຄງການ ACIAR ໄດ້ມອບເຄື່ອງຊ່ວຍປ້ອງກັນພະຍາດໂຄວິດ (COVID) ໃຫ້ແກ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ມູນຄ່າ 4.500.000ກີບ, ເຊິ່ງປະກອບມີ: ໜ້າກາກປຣາສະຕິກໃສ 40 ອັນ, ຜ້າປິດປາກ-ດັງ, ເຈວລ້າງມື 45 ກ໋ອງ ; ເປັນກຽດຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດ້ວຍຄະນະ.