National Agriculture and Forestry Research Institute

ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020

ໃນລະຫວ່າງວັນທີ 24 ພະຈິກ 2020 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມວິຊາການປະຈໍາປີ 2016-2020, ໂດຍການເປັນປະທານ ຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 23 ທ່ານ, ມາຈາກຫຼາຍພາກສ່ວນ ເຊັ່ນ: ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສູນຄົ້ນຄວ້າພືດເສດຖະກິດ, ສູນຄົ້ນຄວ້າກະສິກໍາຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ພະແນກແຜນການ ແລະ ການຮ່ວມມືສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອ: 1). ເພື່ອເປີດໂອກາດໃຫ້ບັນດານັກວິຊາການຂອງຂະແໜງຕ່າງໆ ພາຍໃນສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີໂອກາດໃນການນໍາສະເໜີຜົນສໍາເລັດຂອງການຄົ້ນຄວ້າໃນໄລຍະຜ່ານມາ, 2). ເພື່ອເປັນການປັບປຸງ ແລະ ຍົກລະດັບຂີດຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ, 3). ເພື່ອເປັນການເຜີຍແຜ່ ແລະ […]

ກອງປະຊຸມປະເມີນໂຄງການກະສິກຳສາກົນ ລາວ – ສ.ເກົາຫລີປະຈໍາປີ2020

ກອງປະຊຸມປະເມີນໂຄງການກະສິກຳສາກົນ ລາວ – ສ.ເກົາຫລີປະຈໍາປີ2020 ກ່ຽວກັບການສ້າງລາຍຮັບ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ. ກອງປະຊຸມປະເມີນຜົນປະຈຳປີກ່ຽວກັບ 4 ໂຄງການຮ່ວມມືດ້ານກະສິກໍາທີ່ໄດ້ຈັດຕັ້ງປະຕິບັດໂດຍ ສູນ ໂຄເປຍ(KOPIA) ປະຈໍາລາວ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດຂື້ນໃນວັນທີ່ 25 ພະຈິກ ປີ 2020 ທີ່ຜ່ານມາທີ່ສະໂມສອນໃຫຍ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການເປັນປະທ່ານຮ່ວມຂອງທ່ານ ປອ.ໃຈ ບຸນພານຸໄຊ ຫົວໜ້າ ສກປພ ແລະ ທ່ານ ຊິນ ຈາງໂຫ ຜູ້ອໍານວຍການສູນໂຄເປຍ ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ ລວມທັງນັກຄົ້ນຄວ້າໂຄງການ, ນັກຄົ້ນຄວ້າຂອງນາຟຣີ, ພະນັກງານໃນສູນໂຄເປຍ ແລະ ຄະນະກໍາມະການຊີ້ນໍາ ແລະ ກວດກາໂຄງການ. ຈາກມຸມມອງດ້ານປະສິດທິຜົນ, ປະສິດທິຜົນ, ຜົນກະທົບ, ແລະຄວາມຍືນຍົງ. ກອງປະຊຸມຄັ້ງນີ້ມີສະມາຊິກຄະນະຊີ້ນຳໂຄງການ 10 ທ່ານເຊິ່ງໄດ້ຕີລາຄາຜົນສຳເລັດ […]

ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ

ກອງປະຊຸມເປີດໂຄງການ “ພັດທະນາຄວາມສາມາດໃນລະບົບກະສິກຳຮ່ວມສຳພັນ: ການຜັນຂະຫຍາຍກອບເວທີກະສິກໍາເຂດຮ້ອນ” Developing Capacities in Agricultural Innovation Systems (DCAIS): Scaling-up Tropical Agriculture Platform Framework (TAP-AIS), TAP-FAO DeSIRA (GCP/GLO/017/EC), ເຊິ່ງສະໜັບສະໜູນໃຫ້ ການຈັດຕັ້ງປະຕິບັດແຜນງານ Tropical Agriculture Platform (TAP) Action Plan 2018-2021, ໄດ້ຈັດ ຂຶ້້ນໃນວັນທີ 20 ພະຈິກ ປີ 2020 ທີໂຮງແຮມ ຄຮາວພລາຊ່າ, ນະຄອນຫຼວງວຽງຈັນ. ໂຄງການ TAP-AIS ເປັນໂຄງການລະດັບໂລກ ແມ່ນສະໜັບສະໜູນນະວັດຕະກໍາກະສິກໍາ ເພື່ອເພີ້ມປະສິດທິພາບ, ສາມາດແຂ່ງຂັນ, ມີຄວາມທົນທານຕໍ່ເຫດ ການທີ່ເກີດຂື້ນຢ່າງກະທັນຫັນ ຫຼື ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ປະກອບສ່ວນເຂົ້າ ໃນການຄໍ້າປະກັນສະບຽງ ອາຫານ ແລະ ໂພສະນາການ, ການພັດທະນາເສດຖະກິດ ຫຼືທ […]

ກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງແນວພັນພືດ, ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໃນວັນທີ 14 ພະຈິກ 2020

ກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງແນວພັນພືດ, ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ໄດ້ຈັດຂື້ນ ເລີ່ມ ຕອນເຊົ້າຂອງວັນທີ 14 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ລີນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ເປັນປະທານຮ່ວມຂອງທ່ານ ນາງ ບຣຸດສ ບຸສ ຕາງ ໜ້າ ອົງການOXFAM ປະຈຳ ສປປ ລາວ, ທ່ານ ປອ. ນາງ ໃຈ ບຸນພະນຸໄຊ ຫົວໜ້າ NAFRI ແລະ ທ່ານ ສົມຫວັງ ພັນທະວົງ ຮອງຫົວໜ້າ ກົມປູກຝັງ. ໃນກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງແນວພັນພືດ ຄັ້ງນີ້ມີແຂກເຂົ້າຮ່ວມຫລາຍກວ່າ 230 ກວ່າທ່ານ ເຊີ່ງມາຈາກ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, […]

ການປູກມັນຕົ້ົ້ນທີ່ໄດ້ຈາກການລ້ຽງເນື້ອເຍື່ອ ພາຍໃຕ້ໂຄງການຮ່ວມມືກັບ CIAT

  ມັນຕົ້ນເປັນພືດທີ່ມີຄວາມສຳຄັນຕໍ່ເສດຖະກິດຂອງຊາວສວນ ໃນຍຸກປັດຈຸບັນ, ແຕ່ມັນຕົ້ນແມ່ນໄດ້ປະເຊີນກັບພະຍາດ ຫລາຍຊະໜິດ ເປັນຕົ້ນແມ່ນ ພະຍາດໃບດ່າງ, ພະຍາດ ຟອຍຂົນໄກ່…ເຕັກນິກການຂະຫຍາຍພັນດ້ວຍເນື້ອເຍື່ອ ເປັນວິທີການໜຶ່ງ ທີ່ຈະໄດ້ພືດປອດເຊື້ອພະຍາດ, ສະນັ້ນ ພາຍໃຕ້ໂຄງການຮ່ວມມືກັບ CIAT ຈຶ່ງໄດ້ຈັດຕັ້ງປະຕິບັດຂະຫຍາຍພັນມັນຕົ້ນດ້ວຍເນື້ອເຍື່ອຢູ່ທີ່ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳດ ປ່າໄມ້ ແລະ ພັດທະນາຊົນນະບົດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ. ໃນຕອນເຊົ້າຂອງວັນທີ 5 ພະຈີກ 2020 ນີ້ ປອ. ໃຈ ບຸນພະນຸໄຊ, ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາງ ດັນເຊ ສີມມະລາວົງ (ຕາງໜ້າໃຫ້ ACIAR-Australia), ທ່ານ ດຣ ໂຈນາທານ ນີວລີ (ຕາງໜ້າໂຄງການ CIAT) ພ້ອມດ້ວຍ ຫົວໜ້າ ສູນສາລີ ແລະ ພືດເສຖະກິດ ແລະ ຄະນະສູນຄົ້ນຄວ້າເຂົ້າ ໄດ້ໃຫ້ກຽດປູກມັນຕົ້ນທີ່ໄດ້ຈາກການລ້ຽງເນື້ອເຍື່ອ […]

ພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020

      ພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ພາຍໃຕ້ຫົວຂໍ້ຄໍາຂວັນ “ອານາຄົດຂອງພວກເຮົາ ຂຶ້ນກັບການກະທຳຂອງພວກເຮົາ: ຈົ່ງພ້ອມກັນເພີ່ມພູນຜະລິດຜົນ, ຮັບປະກັນໂພຊະນາການ, ໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ”. ໃນວັນທີ 30 ຕຸລາ 2020, ທີ່ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຕາມດ້ວຍ ງານວາງສະແດງ ຂອງ ບັນດາ ອົງການຈັດຕັ້ງ ທີ່ມີສ່ວນຮ່ວມໃນວຽກງານ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ ໃນ ຂະແໜງການກະສິກໍາ. ໃຫ້ກຽດເປັນປະທານ ໂດຍ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, […]