National Agriculture and Forestry Research Institute

ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ໃນຕອນເຊົົ້າຂອງວັນທີ 28 ກັນຍາ 2020 ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ຈັດພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໂດຍການເປັນປະທານຂອງທ່ານ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍຜູ້ເຂົ້າຮ່ວມເຊິ່ງປະກອບມີ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຕາງໜ້າຈາກ ລັດວິສາຫະກິດຊຸມຊົນນະບົດ ແຫ່ງປະເທດ ສ. ເກົາຫຼີ (KRC) (Korean Rural Community Cooperation) ທີ່ຂຶ້ນກັບ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ແຫ່ງ ສ.ເກົາຫຼີ, ຕາງໜ້າຈາກ ບໍລິສັດ DICA/DOWON Engineering and Architects, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງ, ຫ້ອງການກະສິກໍາ […]