National Agriculture and Forestry Research Institute

ກອງປະຊຸມຝຶກອົບຮົມກ່ຽວກັບການສ້າງບົດສະເໜີການຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນໂຄງການລົງທຶນຂອງລັດ ປະຈຳປີ 2019

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການສ້າງບົດສະເໜີການຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນໂຄງການລົງທຶນຂອງລັດ ປະຈຳປີ 2019 ໃນວັນທີ 17-18 ທັນວາ 2019. ທີ່ສູນຝຶກອົບຮົມບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານ. ປອ. ວັນທອງ ແພງວິຈິດ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງຂອງການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອ: 1. ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານວິຊາການແຜນການ – ການເງິນ ແລະ ປັບປຸງລະບົບການເຮັດວຽກງານແຜນການ ແລະ ເປັນພື້ນຖານທີ່ດີເພື່ອຮັບປະກັນດ້ານວຽກງານໃຫ້ມີແຜນການ. 2. ເພື່ອພັດທະນາລະບົບການຄຸ້ມຄອງ, ຕິກຕາມ ແລະ ການປະເມີນຜົນບັນດາໂຄງການລົງທຶນຂອງລັດໃຫ້ເປັນລະບົບດຽວກັນທົ່ວກະຊວງກະສິກຳ ແລະ ປ່າໄມ້.

ກອງປະຊຸມປະເມີນຜົນໂຄງການ ຮ່ວມມືກັບ ທາງ ສູນກະສິກໍາສາກົນ ແຫ່ງປະເທດເກົາຫຼີ ປະຈໍາ ສປປ ລາວ (KOPIA)

ສູນ (KOPIA)Korea Program on International Agricultureປະຈຳ ສປປລາວແລະສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ/NAFRI) ໄດ້ຈັດກອງປະຊຸມປະເມີນຜົນປະຈໍາປີ ກ່ຽວກັບການຈັດຕັ້ງປະຕິບັດໃນ 4 ໂຄງການຮວ່ມມື, ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນຕອນບ່າຍຂອງ ວັນທີ 26 ພະຈິກ 2019 ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ  ທ່ານShin Chang-Hoຜູ້ອຳນວຍການ KOPIA ປະຈຳສປປລາວ, ພ້ອມດ້ວຍຜູ້ກວດກາໂຄງການ, ນັກຄົ້ນຄວ້າຈາກ NAFRI, ພະນັກງານຈາກສູນ KOPIA ປະຈຳສປປລາວແລະຄະນະກຳມະການຊີ້ນຳໂຄງການຮ່ວມທັງໝົດ 30 ທ່ານ. ກອງປະຊຸມໄດ້ປຶກສາຫາຫລື ແລະ ປະເມີນ ດ້ານສິດທິພາບ, ປະສິດທິຜົນ, ຜົນກະທົບແລະຄວາມຍືນຍົງຂອງໂຄງການ, […]

ພິທີເຊັນບົດບັນທຶກ ມອບ-ຮັບ ລົດກ່ຽວເຂົ້າຂະໜາດກາງ ແລະ ລົດໄຖນາເດີນຕາມ ເພື່ອນຳໃຊ້ເຂົ້າໃນວຽກງານປັບປຸງແນວພັນເຂົ້າ

ພິທີເຊັນບົດບັນທຶກມອບ-ຮັບເຄື່ອງກົນຈັກ (ລົດກ່ຽວເຂົ້າຂະໜາດກາງ ຍີ່ຫໍ້  KUBOTA  ລຸ້ນ  50 ແຮງມ້າແລະລົດໄຖນາເດີນຕາມ ຍີ່ຫໍ້  KUBOTA  ພ້ອມດ້ວຍອຸປະກອນຄາດໄຖ 2 ຊຸດ)ຂອງໂຄງການປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານສະໜັບສະໜູນການຜະລິດແນວພັນເຂົ້າທີ່ ສຳນັກສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນວັນທີ 20 ພະຈິກ 2019.ໂດຍເປັນປະທານຂອງທ່ານ ນາງ ພູສອນ ຊາວົງສີ ຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ. ພ້ອມດ້ວຍບັນດາຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈຳນວນ 12 ທ່ານ. ການເຊັນບົດບັນທຶກ ມອບ-ຮັບ ເຄື່ອງກົນຈັກຄັ້ງນີ້ກໍເພື່ອການຄໍ້າປະກັນສະບຽງອາຫານໃນ 10 ແຂວງເປົ້າໝາຍປະຈໍາປີ 2019 ລະຫວ່າງບໍລິສັດອິນຊີທອງມໍເຕີ້ຂາອອກ-ຂາເຂົ້າຈຳກັດຜູ້ດຽວ(ຝ່າຍຂາຍ) ແລະສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ແລະພັດທະນາຊົນນະບົດ (ເຈົ້າຂອງໂຄງການ). ເຊິ່ງບໍລິສັດອິນຊີທອງມໍເຕີ້ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ໄດ້ຈັດຊື້ເຄື່ອງກົນຈັກ(ລົດໄຖແລະລົດກ່ຽວເຂົ້າ) ມູນຄ່າ: 249,480,000ກີບ. ຂອງໂຄງການປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານສະໜັບສະໜູນການຜະລິດແນວພັນເຂົ້າ ເພື່ອການຄໍ້າປະກັນສະບຽງອາຫານໃນ 10 […]