ກອງປະຊຸມປຶກສາຫາລືການຜະລິດພືດຜັກສະໜອງຕະຫຼາດໃນ ນະຄອນຫຼວງວຽງຈັນ
ກອງປະຊຸມປຶກສາຫາລືກ່ຽວກັບການຜະລິດພືດຜັກປ້ອນຕະຫຼາດ ໄດ້ຈັດຂື້ນໃນວັນທີ 4 ພະຈິກ 2019 ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໂດຍກະຊວງກະສິກຳ ແລະ ປ່າໄມ້ຮ່ວມກັບພາກສວ່ນທີ່ກ່ຽວຂ້ອງບໍ່ວ່າຈະແມ່ນຈາກພາກລັດ, ອຳນາດການປົກຄອງບ້ານ, ກຸ່ມຜະລິດພືດຜັກ ແລະ ແມ່ຄ້າຄົນກາງ ທີ່ຢູ່ໃນກົນໄກຕ້ອງໂສ້ການຕະຫຼາດພືດຜັກ. ໃຫ້ກຽດເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ: ທ່ານ. ປອ. ພວງປາຣິສັກ ປຣະວົງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ຈຸດປະສົງກໍ່ແມ່ນເພື່ອເປັນການປຶກສາຫາລືກ່ຽວກັບທິດທາງການຜະລິດພືດຜັກ ແລະກົນໄກຕ່າງໆທີກ່ຽວຂ້ອງເພື່ອໃຫ້ສາມາດຕອບສະໜອງໃຫ້ຕະຫຼາດນະຄອນຫຼວງວຽງຈັນໄດ້ໂດຍພື້ນຖານ. ທ່ານ. ປອ. ພວງປາຣິສັກ ປຣະວົງຄຳຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ໄດ້ກ່າວວ່າ: ພວກເຮົາຕ້ອງມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ວ່າຄວນຈະມີການກຳນົດມາດຕະຖານ ແລະ ເງື່ອນໄຂແນວໃດໃຫ້ຈອດກັນລະຫວ່າງຜູ້ຜະລິດ ແລະ ຜູ້ຈຳໜ່າຍ. ກອງປະຊຸມດັ່ງກ່າວຖືວ່າມີຄວາມສຳຄັນກັບກຸ່ມຜູ້ຜະລິດ ແລະ ຜູ້ຊື້ ເພື່ອປັບປຸງຂອດການຜະລິດພາຍໃນໃຫ້ນັບມື້ນັບດີຂື້ນ ໂດຍສະເພາະກຸ່ມຜູ້ຜະລິດເພື່ອປ້ອນຕະຫຼາດນະຄອນຫຼວງວຽງຈັນ ຊື່ງພາກລັດໄດ້ຊຸກຍູ້ສົ່ງເສີມກະສິກຳສະອາດເພື່ອໃຫ້ ມີການຜະລິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. […]
ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງກະສິກຳ ແລະ ປ່າໄມ້ ສ້າງຂະບວນການອອກແຮງງານລວມ
ການສ້າງຂະບວນການອອກແຮງງານລວມ ຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັນຂື້ນທີ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ, ວັນທີ 01 ພະຈິກ 2019. ໂດຍມິບັນດາຄະນະ ຊາວໜຸ່ມຮາກຖານແຕ່ລະກົມ, ໂຮງຮຽນ ທີ່ຂື້ນກັບຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມຂະບວນການດັ່ງກ່າວ. ນຳພາການສ້າງຂະບວນການໃນຄັ້ງນີ້ໂດຍ: ສະຫາຍ ສົມຫວັງ ພີມມະສອນ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງກະສິກຳ ແລະ ປ່າໄມ້. ຄະນະ ຊາວໜຸ່ມ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ນຳພາໂດຍ: ສະຫາຍ. ມະໂນລັກ ບຸນສີຫາລາດ ເລຂາຄະນະຊາວໜຸ່ມ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດພ້ອມດ້ວຍຄະນະໜ່ວຍຊາວໜຸ່ມສູນອ້ອມຂ້າງ ຊປປລ ຮາກຖານ ສກປພ ທັງໝົດ 23 ສະຫາຍກໍ່ໄດ້ເຂົ້າຮ່ວມການສ້າງຂະບວນການດັ່ງກ່າວ. ການສ້າງຂະບວນການຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຕ້ອນຮັບວັນຊາດ ທີ 02 ທັນວາ ຄົບຮອບ […]




Users Today : 101
Users Yesterday : 571
This Month : 14379
This Year : 104491
Total Users : 812481