National Agriculture and Forestry Research Institute

ສກປພ ຫັດແໜ້ນການຮ່ວມມືແລະແລກປ່ຽນບົດຮຽນດ້ານການຄົ້ນຄວ້າ ກັບ ມະຫາວິທະຍາໄລ ນາໂກຢາ ປະເທດຢີປຸ່ນ ລົງສູ່ລ່ວງເລີກ

ກວ່າ 16 ປີ ຂອງການແລກປ່ຽນ ແລະ ການຮ່ວມມື ທາງດ້ານການພັດທະນາວຽກງານການຄົ້ນຄວ້າກະສກຳ ແລະ ປ່າໄມ້ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ແລະພັດທະນາ ຊົນນະບົດແລະມະຫາວິທະຍາໄລ ນາໂກຢາ ປະເທດຢີປຸ່ນທີໄດ້ສ້າງຜົນງານຂອງການຮ່ວມມືແລະແລກປ່ຽນຊຶງກັນແລະກັນ. ບໍ່ວ່າຈະເປັນການນຳເອົາຜົນຂອງການຄົ້ນຄວ້າທົດລອງ ມາແລກປ່ຽນປະສົບການຜ່ານການປະຊຸມສຳມະນາຕ່າງ ຈົນໄປຮອດການສ້າງບຸກຄະລາກອນທາງດ້ານການຄົ້ນຄວ້າສະເພາະດ້ານ ຊຶງຜ່ານມາ ກໍ່ໄດ້ມີພະນັກງານຂອງທາງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈົບການສືກສາຂັ້ນປະລິນຍາເອກ ຈາກມະຫາວິທະຍາໄລດັ່ງກ່າວ 2 ຄົນ ແລະ ກຳລັງສືບຕໍ່ຍົກລະດັບການສຶກສາ ປະລິນຍາເອກ ແບບຮຽນທາງໄກ ອີກ 3 ຄົນແລະສືບຕໍ່ຂະຫຍາຍສູ່ພາກສ່ວນອືນທີກ່ຽວຂ້ອງອີກດ້ວຍ. ສະນັ້ນ ໃນວັນທີ 14 ມັງກອນ 2019 ໄດ້ມີພິທີເຊັ່ນຂໍ້ຕົກລົງ ແລະ ບົດບັນທຶກຄວາມເຂົ້າໃຈ ຂອງທັງສອງສະຖາບັນ ຂື້ນທີ ສຳນັກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂຶ່ນ ໂດຍການເຂົ້າຮ່ວມໃນພິທີໃນຄັ້ງນີ້ຈາກ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວເາກະສິກຳ, […]