National Agriculture and Forestry Research Institute

ກອງປະຊຸມ ລິເລີ່ມໂຄງການ ອະນຸລັກພັນຖຸກຳຕະກຸນໄມ້ຂະຍຸງ ເພື່ອປັບປຸງຊີວິດການເປັນຢູ່ໃນເຂດແມ່ນ້ຳຂອງ

ໃນວັນທີ່ 10 ຫາ 14 ກັນຍາ 2018 ຢູ່ທີຫ້ອງປະຊຸມ ໂຮງແຮມ ວັນຊະນະ ລີເວີຊາຍ ສູນຄົ້ນຄວ້າປ່າໄມ້ ກໍຄືສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ເປີດກອງປະຊຸມ ລິເລີ່ມໂຄງການ ອະນຸລັກພັນຖຸກຳຕະກຸນໄມ້ຂະຍຸງ ເພື່ອປັບປຸງຊີວິດການເປັນຢູ່ໃນເຂດແມ່ນ້ຳຂອງ “Conserving Rosewood genetic diversity for resilient livelihoods in the Mekong” ໃຫ້ກຽດເປັນປະທານໂດຍທ່ານ ປອ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ່າກະສິກຳ ແລະ ພັດທະນາຊົນນະບົດ. ທ່ານ H.E. Mr Hugh EVANS ເອກອັກຄະລັດຖະທູດອັງກິດປະຈຳລາວ. ທ່ານ Dr. David Boshier ຫົວຫນ້າໂຄງການ ແລະ ມີຜູ້ແທນຈາກ ສສ ຫວຽດນາມ, ກຳປູເຈຍ, ໄທ ແລະ ບັນດາຊ່ຽວຊານຈາກມະຫາລິທະຍາໄລ […]