ການຝຶກອົບຮົມການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ ຂອງພືດຜັກແບບປະສົມປະສານ
ໃນລະຫວ່າງວັນທີ 3-4 ກໍລະກົດ 2018 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການຄົ້ນຄວ້າການຕະຫຼາດ, ການຈັດການຫຼັງເກັບກ່ຽວ ແລະ ຜະລິດພືດຜັກແບບອຸດສາຫະກໍາ (ACIAR) ໄດ້ເປີດຝຶກອົບຮົມໃຫ້ແກ່ພະນັກງານວິຊາການ ໃນຫົວຂໍ້ ການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ ຂອງພືດຜັກແບບປະສົມປະສານ ໂດຍການເປັນປະທານ ຂອງທ່ານ ປອ ບຸນເນືອງ ດວງບຸບຜາ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 15 ທ່ານ ຈາກຫຼາຍພາກສ່ວນ ເຊັ່ນ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ, ສູນປ້ອງກັນພືດ ກົມປູກຝັງ ແລະ ຊຽວຊານຈາກປະເທດອົດສະຕາລີ. ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ: 1). ເພື່ອປັບປຸງ ແລະ ພັດທະນາຄວາມສາມາດທາງດ້ານການຈັດການພະຍາດ ແລະ ແມງໄມ້ ຂອງພືດຜັກ, 2). ເພື່ອປັບປຸງ ແລະ ພັດທະນາລະບົບການປູກພືດຜັກເພື່ອໃຫ້ເກີດປະໂຫຍດສູງສຸດ, ມີຄວາມປອດໄພ ແລະ […]
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ສູນ KOPIA Laos ໄດ້ນໍາເອົາແນວພັນໃໝ່ຂອງພືດຜັກ ໄປທົດລອງປູກ ທີ່ແຂວງ ຫຼວງພະບາງ
ໃນລະຫວ່າງວັນທີ 19-20 ມີຖຸນາ 2018 ທາງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການການພັດທະນາບຸກຄະລາກອນ ທາງດ້ານການປັບປຸງພັນ, ການທົດສອບ ແລະ ຄັດເລືອກແນວພັນພືດຜັກ ທີ່ສາມາດຈະເລີນເຕີບໂຕໃນສະພາບການປ່ຽນແປງດິນຟ້າອາກາດໃນ ສປປ ລາວ (KOPIA) ໄດ້ນໍາເອົາແນວພັນໃໝ່ ຂອງພືດຜັກ ທີ່ສາມາດໃຫ້ຜົນຜະລີດສູງ ທີ່ຜ່ານການສຶກສາ ແລະ ຄັດເລືອກແນວພັນຜັກໂດຍ ສູນຄົ້ນຄ້ວາພືດຜັກ ແລະ ໄມ້ໃຫ້ໝາກ, ການນໍາແນວພັນໃໝ່ໄປທົດສອບທີ່ແຂວງ ຫຼວງພະບາງໃນຄັ້ງນີ້ ເຊີ່ງໃຫ້ກຽດຕອນຮັບທີມງານໂດຍ ທ່ານ ໄຊຍະພັນ ລາສີ ຫົວໜ້າພະແນກກະສິກໍາ ແຂວງ ຫຼວງພະບາງ ແລະ ທ່ານຍັງໄດ້ໃຫ້ທີດຊີ້ນໍາ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ວາງແຜນ ໃນການທົດສອບແນວພັນໃໝ່ຂອງ ຜັກສະຫຼັດ, ໝາກຖົ່ວຟັກຍາວ, ໝາກແຕງ ແລະ ໝາກເຜັດ ໃນພື້ນທີ່ຊາວກະສິກອນ ທີ່ແຂວງ ຫຼວງພະບາງ. ຈຸດປະສົງ ຂອງການນໍາເມັດພັນໄປທົດສອບໃນຄັ້ງນີ້ແມ່ນ: 1).ເພື່ອທົດສອບຄວາມເໝາະສົມຂອງແນວພັນໃໝ່ຕໍ່ສະພາບອາກາດ ແລະ ພື້ນທີ່ ຂອງແຂວງຫຼວງພະບາງ, […]
ພິທີເຊັນ ບົດບັນທຶກຄວາມເຂົ້າໃຈໂຄງການ ຜະລິດ ແລະ ເກັບກູ້ ຫວາຍ ແລະ ໄມ້ປອ່ງ ແບບຍືນຍົງໄລຍະ ທີ v ( 2018-2020)
ຕອນແລງວັນທີ່ 11/06/2018 ທີ່ຜ່ານມານີ້ໄດ້ມີ ການເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການສືບຕໍ່ ໂຄງການ ຜະລິດ ແລະ ເກັບກູ້ ຫວາຍ ແລະ ໄມ້ປອ່ງ ແບບຍືນຍືນ ໄລຍະ ທີ v ( 2018-2020) ທີ່ສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາ ຊົນນະບົດ ໂດຍການຮວ່ມ ຂອງ ທ່ານ ປ.ອ ຈັນສະໝອນ ພົງອຸດົມ,ຮອງ ຫົວໜ້າ ສະຖາບັນ ຄົ້ນຄວ້າ ກປ ແລະ ພັດທະນາ ຊົນນະບົດ ແລະ ທ່ານ ສົມພອນ ບົວສະຫວັນ, ອຳນວຍການ ອົງການ ກອງທຶນອະນຸຮັກ ທຳມະຊາດ ໂລກ (WWF-Laos) ປະຈຳ ສ ປປ. ລາວ ພອ້ມດວ້ຍແຂກ ຖືກເຊີນ […]
ກອງປະຊຸມ ຝືກອົບຮົມ ໃຫ້ຄຳແນະນຳທາງດ້ານ ອຸຕຸ-ກະສິກຳ ແລະ ເຕັກນິກວິຊາການຕ່າງໆ ສຳຫຼັບລະດູການຜະລິດ ປີ 2018
ໃນລະຫວ່າງວັນທີ່ 6-7 ເດືອນ ມີຖຸນາ ປີ 2018 ຜ່ານມາ ທ່ານ ປອ ຖາວອນອິນທະວົງ ຫົວໜ້າ ສູນຄົ້ນຄ້ວາກະສິກໍາຕໍ່ການປ່ຽນແປງດິນຟ້າອາກາດ ແລະ Mr. Erik Junge Maden ຜູ້ປະສານງານ ອົງການ Care ແລະ ຜູ້ຈັດຕັ້ງປະຕິບັດໂຄງການໃຫ້ຄຳແນະນຳທາງດ້ານອຸຕຸ-ກະສິກຳ ແລະ ເຕັກນິກວິຊາການຕ່າງໆ ພ້ອມດ້ວຍພະນັກງານວິຊາການຈາກບັນດາສູນຕ່າງໆ ເຊັ່ນ; ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ສູນຂໍ້ມູນຂ່າວນສານ ກະສິກຳ ແລະ ປ່າໄມ້, ສູນຄົ້ນຄ້ວາເຂົ້າ (ນາພອກ) ໄດ້ເຂົ້າຮ່ວມກອງປະຊຸມຝືກອົບຮົມດັ່ງກ່າວ ເຊີ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມ ບ້ານ ແອກຊ້າງ ເມືອງ ໂພນໂຮງ ແຂວງ ວຽງຈັນ ໃນວາລະເລີ່ມຕົ້ນຂອງກອງປະຊຸມ ທ່ານ ໝອນ ແສງທະວົງ ຫົວໜ້າ ກຸ່ມໂຮງຮຽນຊາວນາໄດ້ຂື້ນລາຍກ່ຽວກັບການຜະລິດນາປີ ໃນປີ 2017 ທີ່ຜ່ານມາ ເຖີງຂໍ້ດີ ແລະ ຂໍ້ເສຍທີ່ເກີດຂື້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງເພື່ອຫາທາງແກ້ໄຂເຖີງບັນຫາທີ່ເກີດໃນປີຜ່ານມາ […]
ການຝຶກອົບຮົມການຈັດການປູກພືດຜັກໃນເຮືອນຮົ່ມ, ເຕັກນິກຫຼັງການເກັບກ່ຽວແລະ ຄວາມປອດໄພທາງດ້ານຜະລິດຕະພັນຜັກ
ໃນລະຫວ່າງວັນທີ 31 ພຶດສະພາ 2018 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການຄົ້ນຄວ້າການຕະຫຼາດ, ການຈັດການຫຼັງເກັບກ່ຽວ ແລະ ຜະລິດພືດຜັກແບບອຸດສາຫະກໍາ (ACIAR) ໄດ້ເປີດຝຶກອົບຮົມໃນຫົວຂໍ້ ການຈັດການປູກພືດຜັກໃນເຮືອນຮົ່ມ, ເຕັກນິກຫຼັງການເກັບກ່ຽວ ແລະ ຄວາມປອດໄພທາງດ້ານຜະລິດຕະພັນຜັກ ຂຶ້ນທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 20 ທ່ານ ຈາກຫຼາຍພາກສ່ວນ ເຊັ່ນ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ສູນພັດທະນາກະສິກໍາສະອາດ ກົມປູກຝັງ, ຂະແໜງປູກຝັງ ແລະ ຂະແໜງກະສິກອນ ແລະ ພັດທະນາຊົນນະບົດ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ, ເມືອງສີໂຄດ ແລະ ເມືອງໄຊທານີ, ໂຮງຮຽນເຕັກນິກດົງຄໍາຊ້າງ. ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອ: 1). ເພື່ອປັບປຸງ […]
ສຄປພ ສະໜອງພໍ່ແມ່ພັນປາໃຫ້ແກ່ ຂະບວນການ ວັນປ່ອຍປາ ແລະ ອານຸລັກສັດນໍ້າສັດປາແຫ່ງຊາດ
ວັນປ່ອຍປາ ແລະວັນອານຸລັກສັດນໍ້າສັດປ່າ ຖືເປັນວັນທີມີຄວາມໝາຍຄວາມສຳຄັນ ທີທາງລັດຖະບານລາວໄດ້ກຳໜົດເປັນວັນອານຸລັກສັດນໍ້າສັດປ່າແຫ່ງຊາດ ພ້ອມທັງເປັນວັນແຫ່ງການສ້າງຂະບວນການ ໃນການປູກຈິດສຳນຶກໃຫ້ແກ່ ສັງຄົມໃຫ້ຮູ້ຈັກ ຮັກສາອານຸລັກສັດນໍ້າສັດປ່າ. ໃນວັນທີ 13 ກໍລະກົດ 2018 ຈຶ່ງໄດ້ມີການຈັດພິທີປ່ອຍປາຂຶ້ນທີອ່າງນໍ້າຫຸ່ມ, ເມືອງນາຊາຍທອງ ແຂວງນະຄອນຫລວງວຽງຈັນ. ເພື່ອເປັນການເພິ້ມຄວາມອຸດົມສົມບູນໃຫ້ແກ່ ແຫລ່ງອາຫານແລະການອານຸລັກຂະຫຍາຍພັນປາໃຫ້ຫຼາຍຂຶ້ນ. ໃນນິ້ ທາງສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ແລະພັດທະນາຊົນນະບົດ ກໍ່ຄືສູນຄົ້ນຄວ້າການປະມົງ ທີມີພາລະບົດບາດໃນການພັດທະນາແນວພັນແລະອານຸລັກສັດນໍ້າໃຫ້ຍືນຍົງ ກໍ່ໄດ້ຕອບສະໜອງພໍ່ແມ່ພັນປາໃຫ້ແກ່ຂະບວນການດັ່ງກ່າວ ກ່າວ 500 ໂຕໃນນັ້ນມີ ປາເຄິງ, ປາກົດເຫລືອງ, ປາເໜັ້ນ, ປາແກງ ແລະ ປາກ. ນອກນີ້ຍັງມີແຜນໃນການຜະລິດປາໃນປີນີ້ເພື່ອຕອບສະໜອງໃຫ້ແກ່ ສັງຄົມກວ່າ 2,500,000 ໂຕ ແຍກເປັນລູກພັນປາ 300,000 ໂຕ




Users Today : 101
Users Yesterday : 571
This Month : 14379
This Year : 104491
Total Users : 812481