National Agriculture and Forestry Research Institute

ກອງປະຊຸມແລກປ່ຽນກ່ຽວກັບນ້ຳເຜິ້ງທຳມະຊາດທົວປະເທດຄັ້ງທີ່ I ໃນວັນທີ 21-24 ພຶດສະພາ 2018

ຊຸມຊົນໃນທົ່ວ ປະເທດລາວ ໄດ້ເກັບ ແລະ ຄຸ້ມຄອງນ້ຳເຜິ້ງປ່າ ຈາກຮັງເຜິ້ງທຳມະຊາດ ຫຼື ຈາກແກັດທີ່ປະໄວ້ຢູ່ໃນປ່າໄມ້ໂດຍຊາວບ້ານ. ນ້ຳເຜີ້ງ ໄດ້ສ້າງລາຍຮັບເພີ້ມໃຫ້ແກ່ຊາວກະສິກອນ ແລະ ໄດ້ມີການນໍາໃຊ້ເປັນຢາພື້ນເມືອງ ແລະ ອາຫານ.ໃນທົ່ວທະວີບເອເຊຍ ນ້ຳເຜີ້ງປ່າ ຖືວ່າເປັນຕົວເລືອກທີມີປະໂຫຍດຫລາຍສຳລັບສຸຂະພາບ ແລະ ທາງການແພດ ເມື່ອປຽບທຽບໃສ່ກັບ ນໍ້າເຜີ້ງທີ່ຜະລິດເພື່ອເປັນສິນຄ້າຈາກການລ້ຽງເຜິ້ງເອົາ.  ນ້ຳເຜີ້ງຍັງປະເພດເປັນຕົວຊີ້ວັດທີ່ສຳຄັນສໍາລັບ ຄວາມອຸດົມສົມບຸນຂອງຊິວະນາໆພັນກະສິກຳ. ໃນພື້ນທີ່ໃດທີ່ມີເຜີ້ງປ່າອາໃສຢູ່ນັ້ນ ມັກເປັນບ່ອນທີ່ມີຄວາມອຸດົມສົມບູນດີ ແລະ ມີຄວາມຫຼາກຫຼາຍທາງດ້ານກະສິກຳ ແລະ ຊີວະນາໆພັນປ່າໄມ້. ລັດຖະບານລາວ ໄດ້ກໍາໜົດເອົາ ນ້ຳເຜີ້ງ ເປັນຜະລິດຕະພັນເຄື່ອງປ່າຂອງດົງຢ່າງໜຶ່ງ ຊຶ່ງສາມາດສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຕິດພັນກັນ ລະຫ່ວາງ ຄວາມພະຍາຍາມໃນການອະນຸລັກປ່າໄມ້ ແລະ ສິ່ງແວດລ້ອມ ກັບ ການພັດທະນາຊິວິດການເປັນຢູ່ຂອງຊາວກະສິກອນ. ນ້ຳເຜີ້ງປ່າ ແມ່ນໄດ້ຮັບການສົ່ງເສີມຢູ່ໃນຫລາຍປະເທດເຊັ່ນ: ກຳປູເຈຍ, ຟິລິປິນ, ອິນໂດເນເຊຍ ແລະ ອິນເດຍ. ດັ່ງນັ້ນ, ຈຶ່ງເກີດເປັນຫົວຂໍ້ທີ່ໜ້າສົນໃຈໃນ ທຸລະກິດປ່າໄມ້ຊຸມຊົນ ຂອງ ກຸ່ມອາຊຽນ ຫຼື CFEs ໂດຍຜ່ານ ກຸ່ມດຳເນີນງານ […]

ການເຄື່ອນໄຫວ ກິດຈະກຳ ຂອງໂຄງການໃຫ້ຄຳແນະນຳທາງດ້ານພະຍາກອນອາກາດ (ອຸຕຸ-ກະສິກຳ)

  ໃນລະຫວ່າງວັນທີ່ 26 ເດືອນ ເມສາ ຮອດ ວັນທີ່ 5 ເດືອນ ພືດສະພາ ຜ່ານມາ ທ່ານ ປອ ຖາວອນ   ອິນທະວົງ ຫົວໜ້າ ສູນຄົ້ນຄ້ວາກະສິກໍາຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຜູ້ຈັດຕັ້ງປະຕິບັດໂຄງການໃຫ້ຄຳແນະນຳທາງດ້ານພະຍາກອນອາກາດ (ອຸຕຸ-ກະສິກຳ) ພ້ອມດ້ວຍພະນັກງານວິຊາການ ໄດລົງມອບແນວພັນເຂົ້າ ແລະ ຝຸ່ນ ໃຫ້ຄອບຄົວຕົວແບບໂຮງຮຽນຊາວນາເພື່ອຈັດຕັ້ງປະຕິບັດກິດຈະກຳການປູກເຂົ້ານານ້ຳຝົນ ສຳຫຼັບລະດູການຜະລິດ ປີ 2018, ທີ່ ບ້ານ ໂພນທອງ ເມືອງ ຈຳພອນ ແຂວງ ສະຫັວນນະເຂດ, ບ້ານ ໜອງປິງ ເມືອງ ຍົມມະລາດ ແຂວງ ຄຳມ່ວນ ແລະ ບ້ານ ຫົວນາ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ເພື່ອດໍາເນີນງານໃຫ້ສໍາເລັດເປົ້າໝາຍໂດຍທາງໂຄງການໄດ້ນໍາເອົາເຕັກນິກວິຊາການຕ່າງໆ ເຂົ້າຊ່ວຍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນສາມາດວາງແຜນການເພາະປູກ ເພື່ອໃຫ້ແທດເໝາະກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນແຕ່ລະໆດູການ ໂດຍນຳໃຊ້ເຄື່ອງຫຍອດເມັດແຫ້ງ, ເຕັກນິກການເຮັດຝຸ່ນໝັກ, ຝຸ່ນບົ່ມ ແລະ […]