Monthly Archives: May 2018

ສູນຄົ້ນຄວ້າເຂົ້າຈັດສຳມະນາການນຳສະເໜີຜົນການຄົ້ນຄ້ວາໃຫ້ແກ່ພະນັກງານ ແລະ ນັກສຶກສາພາຍໃນສູນ

img_1418 img_1415

ເພື່ອເປັນເປັນການແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງພະນັກງານພາຍໃນສູນ, ເພື່ອເພື່ມຄວາມເຂັ້ມແຂງ ແລະ ຖ່າຍທອດວິທີການພື້ນຖານໃນການນຳສະເໜີຂໍ້ມູນດ້ານການຄົ້ນຄວ້າວິໄຈອອກສູ່ພາຍນອກໃຫ້ແກ່ນັກສຶກສາຝຶກງານພາຍໃນສູນ ນອກຈາກນັ້ນຍັງແມ່ນການສ້າງຂະບວນການໜຶ່ງເພື່ອປະກອບສ່ວນຕ້ອນຮັບວັນຄົບຮອບ 20 ວັນສ້າງຕັ້ງ ສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ. ໃນຕອນບ່າຍຂອງວັນທີ 21/5/2018 ສູນຄົ້ນຄວ້າເຂົ້າໄດ້ຈັດສຳມະນາການນຳສະເໜີຜົນການຄົ້ນຄວ້າໃຫ້ແກ່ພະນັກງານ ແລະ ນັກສຶກສາພາຍໃນສູນຂອງຕົນເອງຂຶ້ນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຫົວໜ້າສູນ ແລະ ປອ. ເພັດມະນີແສງ ຊ້າງໄຊຍະສານ ຄະນະສູນດັ່ງກ່າວ. ໃນການສໍາມະນາຄັ້ງນີ້ມີຜູ້ນຳສະເໜີ 4 ທ່ານຄື: ປອ. ນາງ ບຸນມາ ເພັງພະຈັນ, ປອ. ກູ່ຄຳ ວິໄລເຮືອງ, ນາງ ວິໄລພອນສຸຣິເດດ ແລະ ທ້າວ ແລະ ໂຮມແສງຈັນ ເຊິ່ງມີຫົວຂໍ້ການນໍາສະເໜີຄື: “ການຂະຫຍາຍພັນມັນຝະລັ່ງດ້ວຍການເຕັກນິກເນື້ອເຫຍື່ອ”, “ຄວາມຫຼາກຫຼາຍ ແລະ ການພັດທະນາກຸ່ມຕົວແທນເຂົ້າໄກ່ນ້ອຍ”, “ການວິເຄາະເສດຖະກິດ: ປັດໃຈທີ່ມີອິດທິພົນການຍອມຮັບການປູກສາລີໃນພື້ນທີ່ນາຊົນລະປະທານໃນລະດູແລ້ງ” ແລະ “ຄຸນປະໂຫຍດໃນການນໍາໃຊ້ເຄື່ອງໝາຍໂມເລກຸນເຂົ້າຊ່ວຍໃນການປັບປຸງພັນເຂົ້າ”, ຕາມລໍາດັບເຊິ່ງມີຜູ້ເຂົ້າຮ່ວມແມ່ນພະນັກງານຂອງສູນ ແລະ ນັກສຶກສາຝຶກງານທັງໝົດ.
ບັນຍາກາດຂອງການສຳມະນາໄດ້ດຳເນີນໄປຢ່າງມີປະສິດທິຜົນເຊິ່ງມີທັງຄຳຖາມຄວບຄູ່ໄປກັບຄຳແນາະນຳຈາກຜູ້ເຂົ້າຮ່ວມຟັງຢ່າງເປັນຂະບວນ. ໃນຂະນະດຽວກັນ ກ່ອນການສຳມະນາໃກ້ເຖິງວາລະສິ້ນສຸດ ຄະນະກໍາມະການທີ່ຖືກມອບໝາຍໃຫ້ປະເມີນຜູ້ນຳສະເໜີຕາມມາດຖານທີ່ທ່ານປະທານໄດ້ແນະນຳກໍ່ໄດ້ສະຫຼຸບຄະແນນ ແລະ ປະກາດຜົນລາຍຊື່ຜູ້ທີ່ໄດ້ຮັບລາງວັນໃນແຕ່ລະລະດັບທີ່ 1 ເຖິງ 3. ສຸດທ້າຍ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ, ເຊິ່ງເປັນປະທານການສຳມະນາ ຫົວໜ້າສູນດັ່ງກ່າວກໍ່ໄດ້ໃຫ້ຄຳເຫັນ ແລະ ຊົມເຊີຍຕໍ່ຜົນສຳເລັດອັນຈົບງາມ ແລະ ມີປະສິດທິຜົນຂອງການສຳມະນາຄັ້ງນີ້ ແລ້ວກໍ່ໃຫ້ກຽດມອບລາງວັນໃຫ້ແກ່ຜູ້ນຳສະເໜີແຕ່ລະທ່ານຕາມການປະເມີນ ແລະ ປະຊາສຳ ພັນຂອງຄະນະກຳມະການກ່ອນປິດການສຳມະນາຄັ້ງນີ້ລົງຢ່າງເປັນທາງການ.

ກອງປະຊຸມສະຫລຸບ ປະເມີນຜົນການຈັດຕັງປະຕິບັດໂຄງການສຶກສາເຕັກໂນໂລຊີທາງຜ່ານປາ

larrec001 larrec002

ກອງປະຊຸມສະຫລຸບ ປະເມີນຜົນການຈັດຕັງປະຕິບັດໂຄງການສຶກສາເຕັກໂນໂລຊີທາງຜ່ານປາ ໄດ້ຈັດຂື້ນທີ່ຫ້ອງປະຊຸມມະຫາວິທະຍາໄລແຫ່ງຊາດ, ແຕ່ວັນທີ່ 14-15 ພຶດສະພາ 2018, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ວັນທອງ ແພງວິຈິ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນຊົນນະບົດ, ທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ຮອງຄະນະອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ Dr. Ann Fleming ຫົວໜ້າແຜນງານປະມົງ ອົງການ ACIAR ປະເທດ ອົດສະຕາລີ. ຊຶ່ງມີຜູ້ແທນຕາງໜ້າຈາກກົມລ້ຽງສັດ ແລະ ການປະມົງ, ກົມຊົນລະປະທານ, ກົມແຜນການ, ພະແນກແຜນການ ສຄກປ, ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ຂະແໜງລ້ຽງສັດ ແລະ ການປະມົງ ແຂວງບໍລິຄຳໄຊ, ຫ້ອງການກະສິກຳ ແລະປ່າໄມ້ເມືອງປາກຊັນ, ທິມງານໂຄງການຈາກປະເທດອົດສະຕາລີ  ລວມທັງໝົດ 37 ທ່ານ. ຈຸດປະສົງ ຂອງກອງປະຊຸມແມ່ນ 1) ເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຂອງສອງໂຄງການໃຫ້ທິມງານປະເມີນໂຄງການແລະບັນດາພາກສວ່ນຕ່າງໆທີ່ກ້ຽວຂອ້ງຈາກປະເທດອົດສະຕາລີແລະລາວຮັບຊາບ. 2) ເພື່ອປຶກສາຫາລືແຜນການຄົ້ນຄວ້າໃນອານາຄົດ.

ໃນມື້ທີ່ນຶ່ງຂອງກອງປະຊຸມ ທ່ານ ດວງຄຳ ສິງຫານຸວົງ ຜູ້ປະສານໂຄງຜ່ານລາວ ໄດ້ລາຍງານຄວາມເປັນມາຂອງໂຄງການສຶກສາຮູບແບບການຍົກສູງຜົນຜະລິດປາ ຢູ່ເຂດ ນໍ້າຖວ້ມ ໂດຽການອອກແບບຊົນລະປະທານທີ່ເໝາະສົມກັບການປະມົງໃນອ່າງແມ່ນ້ຳຂອງ ແລະ ອ່າງແມ່ນ້ຳເມີລີດາລິງ ປະເທດອົດສະຕາລີ ຈາກນັ້ນ Dr.Craig Boys ທີ່ປຶກສາໂຄງການຝ່າຍປະເທດອົດສະຕາລີ ໄດ້ນຳສະເໜີຄວາມສຳຄັນຂອງວຽກງານພັດທະນາດ້ານຊົນລະປະທານ ແລະ ວຽກງານການປະມົງ ຊຶ່ງບໍ່ສາມາດແຍກອອກຈາກກັນໄດ້ ພອ້ມນີ້ກໍ່ໄດ້ສະແດງໃຫ້ເຫັນມາດຕະການ ແລະ ວິທີການທີ່ຈະຕອ້ງໄດ້ແກ້ໄຂໂດຍສະເພາະແມ່ນຜົນກະທົບຕໍ່ປາໃນເວລາລອ່ງຜ່ານປະຕູລະບາຍນໍ້າ ຊຶ່ງມີຄວາມດັນ ແລະ ຄວາມໄວຂອງນໍ້າສູງ. ນອກນີ້, ທີ່ປະຊຸມຍັງຮັບຟັງການນຳສະເໜີຈາກທິມງານໂຄງການກ່ຽວກັບວິທີການ ແລະ ຜົນການສຶກສາການລອ່ງຂອງປາໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ສະແດງໃຫ້ເຫັນບັນດາຂໍ້ມູນຊະນິດປາທີ່ລອ່ງຜ່ານປະຕູນໍ້າ, ດ້ານດີ ແລະ ດ້ານອ່ອນໃນການສຶກສາທົດລອງໃນພາກສະໜາມ ແລະ ວຽກງານການສ້າງບຸກຄະລະກອນໃນແຕ່ລະລະດັບເຊັ່ນລະດັບເມືອງ, ລະດັບແຂວງ ແລະລະດັບສູນກາງ. ຈາກນັ້ນ, ກໍ່ໄດ້ມີການສົນທະນາລະຫວ່າງທິມງານໂຄງການ, ຜູ້ແທນທີ່ເຂົ້າຮວ່ມກອງປະຊຸມແລະທິມງານປະເມີນໂຄງການ ໃນແຕ່ລະຫົວຂໍ້ທີ່ນຳສະເໜີ.

ມື້ທີ່ສອງ ກອງປະຊຸມໄດ້ສືບຕໍ່ ໄດ້ຟັງການນຳສະເໜີຄວາມຄືບໜ້າຂອງໂຄງການ ສຶກສາການປ່ຽນແປງດ້ານ ຊີວະ-ນິເວດປາ ແລະ ເສດຖະກິດ-ສັງຄົມພາຍຫລັງການສ້າງທາງຜ່ານປາ ຢູ່ ສ ປ ປ ລາວ ( FIS/2014/041)  (Quantifying biophysical and  community impacts of improved fish passage in Lao PDR). ໂຄງການດັ່ງກ່າວແມ່ນຫາກໍ່ຊິຈັດຕັ້ງປະຕິບັດໄດ້ເຄິງສະໄໝສະນັ້ນ, Dr.Lee Baumgartner ຜູ້ປະສານໂຄງການ ຢູ່ປະເທດອົດສະຕາລີ ໄດ້ສະເໜີສະພາບລວມຂອງໂຄງການຈາກ ຊຶ່ງຊີ້ໃຫ້ເຫັນບັນດາກິດຈະກຳຫລັກຂອງໂຄງການທີ່ຈັດຕັ້ງປະຕິບັດໃນໄລຍະ 2 ປີກວ່າ ຕໍ່ມາ ທ່ານ Lin Crase, Beth Cooper  ແລະ Dr.Wayne  Robison  ໄດ້ນຳສະເໜີບັນດາຮູບແບບການສຶກສາດ້ານເສດຖະກິດສັງຄົມ ຢູ່ອ່າງປາກປຶ່ງ ເປັນຕົ້ນແມ່ນການເກັບກຳຂໍ້ມູນຊະນິດປາ, ການຫາປາ ແລະ ອື່ນໆ. ຕໍ່ມາ ທ່ານ ດວງຄຳ ສິງຫານຸວົງ ໄດ້ນຳສະເໜີການຂະຫຍາຍໂຄງການທາງປາຜ່ານຊຶ່ງມາຈາກຜົນການມີສ່ວນຮວ່ມຂອງໂຄງການນີ້ ເຊັ່ນ: ໂຄງການປັບປຸງປະຕູນໍ້າທີ່ເປັນມິດຕໍ່ປາຢູ່ເຂດເຊບັ້ງໄຟ ແຂວງຄຳມວ່ນ ແລະ ສະຫວັນນະເຂດ ແລະ ການສ້າງທາງປາຜ່ານຢູ່ອ່າງສຸຍ ເມືອງຈຳພອນ ແຂວງສະຫວັນນະເຂດ ຊຶ່ງໃຫ້ການສະໜັບສະໜູນຈາກ ທະນາຄານໂລກ ຜ່ານກົມຊົນະປະທານໂດຍການມີສວ່ນຮວ່ມໃນການອອກແບບສ້າງໂດຍທິມງານໂຄງການຈາກມະຫາວິທະຍາໄລແຫ່ງຊາດ. ນອກນີ້, ຍັງໄດ້ສະເໜີແຜນການຮວ່ມມືໃນການປັບປຸງ ແລະ ກໍ່ສ້າງທາງປາຜ່ານໃນອານາຄົດຢູ່ບັນດາແຂວງພາກເໜີອ ຊຶ່ງສະໜັບສະໜູນດ້ານທືນຮອນຈາກທະນາຄານພັດທະນາເອເຊຍ.

ນອກຈາກນີ້ຜູ້ເຂົ້າຮ່ວມ ຍັງໄດ້ໄປເບິ່ງ ຈຸດສາທິດຂອງໂຄງການທີ່ຕັ້ງຢູ່ອ່າງປາກປຶງ, ເມືອງປາກຊັນ, ແຂວງບໍລິຄໍາໄຊ ຊຶ່ງລວມທັງ ທ່ານ ຈີມ ເບີນັດ ເອກຄັກຄະລະສະທູດ ຂອງປະເທດອົດສະຕາລີ ປະຈຳລາວກໍ່ໄດ້ໃຫ້ກຽດເຂົ້າຮວ່ມນໍາ ໃນພິທີດັ່ງກ່າວ ພາຍຫລັງ ທ່ານ ສົມຈິດ ພົມສະຫວັດ  ຮອງເຈົ້າເມືອງ ເມືອງປາກຊັນ ກ່າວຕອ້ນຮັບແຂກແລ້ວ ທາງອຳນາດການປົກຄອງບ້ານກໍ່ໄດ້ມີການບາສີສູ່ຂັວນຕາມຮີດຄອງປະເພນີຂອງລາວໃຫ້ບັນດາຜູ້ແທນທີ່ມາຢາມ, ຈາກນັ້ນ, ບັນດາຜູ້ທັງກໍ່ໄດ້ລົງເບິ່ງຈຸດສາທິດຂອງໂຄງການຄື່: ຈຸດສຶກສາ ແລະ ສ້າງໃຫ້ປາຂື້ນໃນຊ່ວງລະດູຝົນ ແລະ ຈຸດປະຕູລະບາຍນໍ້າຈາກອ່າງປາກປຶ່ງລົງໃສ່ນໍ້າຂອງຊຶ່ງເປັນຈຸດສຶກສາປາລອ່ງໃນຊວ່ງລະດູແລ້ງ. ໃນແຕ່ລະຈຸດທີ່ຜູ້ແທນລົງຢ້ຽມຢາມທາງທິມງານໂຄງການກໍ່ໄດ້ອະທິບາຍປະຫວັດຄວາມເປັນມາ, ຈຸດປະສົງ ແລະ ການດຳເນີນງານຂອງແຕ່ລະຈຸດ.

ຕາມການໃຫ້ຂໍ້ມູນທີ່ຍັງບໍ່ທັນທາງການຈາກຄະນະທິມງານປະເມີນໂຄງການຄັ້ງນີ້ເຫັນວ່າສອງໂຄງການທີ່ຈັດຕັ້ງປະຕິບັດໄລຍະຜ່ານມາແມ່ນເຮັດໄດ້ດີພໍສົມຄວນ ເປັນຕົ້ນແມ່ນບັນດາກິດຈະກິດທີ່ເຮັດແມ່ນໄປຕາມແຜນຂອງໂຄງການທີ່ໄດ້ກຳນົດໄວ້ ໂດຍເອົາສິ່ງບັນລຸເປົ້າໝາຍ ແລະ ຈຸດປະສົງຂອງໂຄງການມາເຍືອງໃສ່ຜົນໄດ້ຮັບຕົວຈິ່ງ. ຜົນສໍາເລັດຂອງສອງໂຄງການນີ້ ແມ່ນກໍ່ໃຫ້ເກີດມີການນໍາເອົາເຕັກໂນໂລຊີທາງຜ່ານປາ ທີ່ໂຄງການໄດ້ທົດລອງຢຸ່ປາກປຶງ ໄປຂະຫຍາຍຕໍ່ຢຸ່ເຂດອື່ນ ເຊັ່ນ ໂຄງການທີ່ໃຫ້ການສະໜັບສະໜູນຂອງທະນາຄານໂລກ ແລະ ທະນາຄານພັດທະນາເອຊີໂດຽຜ່ານກົມຊົນນະປະທານ ທີ່ໄດ້ສ້າງທາງຜ່ານປາຢູ່ອ່າງສຸຍ. ນອກນີ້, ຍັງຈະມີໂຄງການ ໃໝ່ເກີດຂື້ນຢູ່ປະເທດພະມ້າໃນໄວໆນີ້ຊຶ່ງອັນນີ້ມັນສະແດງໃຫ້ເຫັນເຖິງໝາກຜົນ ແລະ ການຂະຫຍາຍຕົວຂອງໂຄງການທາງປາຜ່ານ ຢູ່ ສ ປ ປ ລາວ ແລະ ໃນພາກພື້ນແມ່ນໍ້າຂອງຕອນລຸ່ມ. ນອກ ຈາກນີ້, ທາງທິມງານ ແລະ ທີ່ຜູ້ແທນທີ່ເຂົ້າຮວ່ມກອງປະຊຸມຍັງໃຫ້ທີດຊີ້ນຳໃນການປັບປຸງໃນອານາຄົດເປັນຕົ້ນແມ່ນວຽກງານສ້າງຄວາມອາດສາມາດໃຫ້ຂັ້ນບ້ານ, ເມືອງ ແລະ ແຂວງ ເພື່ອໃຫ້ຮັບປະກັນເຖິງຄວາມຍືນຍົງຂອງໂຄງການໃນອານາຄົດ.

ກອງປະຊຸມສະຫຼຸບການຜະລິດແນວພັນເຂົ້າທົ່ວປະເທດ ປີ 2017 ແລະ ແຜນການ 2018

img_8404

ການຜະລິດແນວພັນເຂົ້າແມ່ນໂຄງການບູລິມະສິດ ຂອງໂຄງການຄ້ຳປະກັນສະບຽງອາຫານແຫ່ງຊາດ ແລະ ໂຄງການຜະລິດເປັນສິນຄ້າ ຂອງລັດຖະບານ. ເພື່ອຜະລິດແນວພັນເຂົ້າທີ່ມີຄຸນນະພາບ ຮັບໃຊ້ 2 ເປົ້າໝາຍຫຼັກ ຂອງກະຊວງກະສິກຳ ແລະ ປ່າໄມ້ ຄື: 1) ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ (ໃຫ້ມີເຂົ້າກຸ້ມກິນພາຍໃນປະເທດ), 2) ຜະລິດກະສິກຳເປັນສິນຄ້າ (ໂດຍສະເພາະເຂົ້າຄຸນນະພາບ).

ໃນຕອນເຊົ້າຂອງວັນທີ 18 ພືດສະພາ 2018 ທີ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ເປີດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດການຜະລິດແນວພັນເຂົ້າ ໃນທົ່ວປະເທດ ປີ 2017 ແລະ ແຜນການ 2018, ໂດຍ ການເປັນປະທານ ຂອງ ທ່ານ ປອ ພວງປາຣີສັກ ປຣາວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຜູ້ເຂົ້າຮ່ວມຈາກບັນດາກົມທີ່ກ່ຽວຂ້ອງ, ແລະ ພະແນກກະສິກຳ ແລະ ປ່າໄມ້ ຈາກ 18 ແຂວງເຂົ້າຮ່ວມ, ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ: ເພື່ອສະຫຼຸບ ການຜະລິດແນວພັນເຂົ້າ ປີ 2017 ແລະ ວາງແຜນການຜະລິດແນວພັນເຂົ້າ ປີ 2018. ແລະ ປຶກສາຫາລືແບບແຜນວິທີເຮັດວຽກຮ່ວມກັນ ລະຫວ່າງ ສະຖາບັນ, ກົມສົ່ງເສີມ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ໃນການຜະລິດແນວພັນເຂົ້າ.

ກອງປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດໂຄງການຜະລິດແນວພັນເຂົ້າ ໃນທົ່ວປະ ເທດ ຈາກ ທ່ານ ປອ ໃຈ ບຸນພະນຸໄຊ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຮັບຟັງ ແຜນການ 5 ປີ ຄັ້ງທີ 8 (2016-2020) ຄາດໝາຍສູ້ຊົນຮອດປີ 2020 ຜະລິດເຂົ້າບໍ່ໃຫ້ຫຼຸດ 4,7 ລ້ານໂຕນ ແລະ ມີແນວພັນເຂົ້າ ທັງໝົດ 100,000 ໂຕນ/ປີ ຈາກ ທ່ານ ກອງສີ ໄຊຍະວົງ, ຫົວໜ້າພະແນກສົ່ງເສີມການນຳໃຊ້ແນວພັນ (ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ) ແລະ ໄດ້ຟັງການປະກອບຄຳເຫັນ ຈາກ ສູນຄົ້ນຄວ້າທີ່ເປັນເຄືອຄ່າຍຜະລິດເມັດພັນເຂົ້າ ຈາກບັນດາແຂວງ ແລະ ນະຄອນຫຼວງ 5 ສູນຄົ້ນຄວ້າທີ່ຂື້ນກັບສະຖາບັນສູນຄົ້ນຄວ້າກະສິກຳຫຼວງນ້ຳທາ, ສູນຄົ້ນຄວ້າກະສິກຳເຂດເນີນສູງ ແຂວງຫຼວງພະບາງ, ສູນຄົ້ນຄວ້າເຂົ້າ ນາພອກ, ສູນຄົ້ນຄວ້າກະສິກຳທ່າສະໂນ ແຂວງສະຫວັນນະເຂດ ແລະ ສູນຄົ້ນຄວ້າກະສິກຳພາກໃຕ້ ໂພນງາມ ແຂວງຈຳປາສັກ. ແລະ 7 ສູນພັດທະນາກະສິກຳ ທີ່ຂື້ນກັບ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ.

ຈາກນັ້ນທີ່ປະຊຸມໄດ້ຮັບຮອງເອົາແຈ້ງການລາຍລະອຽດການມອບໂອນວຽກງານຜະລິດແນວພັນເຂົ້າ (ລຸ້ນ 3) ໃຫ້ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຕາມພາລະບົດບາດໃໝ່ ແລະ ວາງແຜນກ່ຽວກັບກົນໄກປະສານວຽກຄົ້ນຄວ້າ ແລະ ຂະຫຍາຍພັນ; ການສັ່ງຈອງແນວພັນເຂົ້າໃນຕໍ່ໜ້າ, ເພື່ອໃຫ້ບັນລຸຕາມເປົ້າໝາຍ ຂອງ ລັດຖະບານ ສປປ ລາວ ວາງໄວ້ ຮອດປີ 2025 ໃຫ້ມີ ເຂົ້າເພື່ອບໍລິໂພກ ແລະ ເປັນສິນຄ້າ 4,2 ລ້ານໂຕນ.

ການປ່ຽນແປງຂອງສະພາບດິນຟ້າອາກາດ

ສູນຄົ້ນຄວ້າກະສິກໍາຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດຂໍລາຍງານສະພາບດິນຟ້າອາກາດສຳຫລັບລະດູການຜະລິດປີ 2018 ເພື່ອເປັນຂໍ້ມູນໃຫ້ບັນດາທ່ານໃນການຕິດຕາມ ແລະ ນໍາໃຊ້ເຂົ້າວຽກງານຕົວຈິງ. ຄໍາແນະນໍາດັ່ງກ່າວແມ່ນໄດ້ສ້າງຂື້ນໂດຍອີງຕາມຂໍ້ມູນພະຍາກອນນໍ້າຝົນ ແລະ ຄາດຄະເນຈາກແບບຈໍາລອງ Soil Water Balance, ສູນຄົ້ນຄວ້າກະສິກໍາຕໍ່ການປ່ຽນແປງດິນຟ້າອາກາດ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ກັບຄໍາຄິດເຫັນ, ແລະ ຄໍາແນະນໍາຕ່າງໆ ຕໍ່ກັບບົດລາຍງານດັ່ງກ່າວ.

ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະພັດທະນາຊົນບົດ ເປີດຂະບວນການຮັກຊາດຮັກພັດທະນາ ແລະກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 20ປີ

img_0225 img_0229 img_0258

ໃນວັນທີ 11 ພຶດສະພາ 2018, ທີ ສໍານັກສະຖາບັນ ໄດ້ ມີພິທີເປີດບັ້ນຂະບວນການ ຮັກຊາດຮັກພັດທະນາ ແລະກະກຽມງານສະເຫຼີມສະຫຼອງ ວັນສ້າງຕັ້ງ ຄົບຮອບ20 ປີຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ແລະພັດທະນາຊົນນະບົດ ແລະຄະນະ ພ້ອມທັງ ຫົວໜ້າສູນຄະນະສູນ ພະແນກອ້ອມຂ້າງ ເຂົ້າຮ່ວມກວ່າ 160 ທ່ານ ການເປີດບັ້ນຂະບວນການດັ່ງກ່າວກໍ່ແມ່ນເພື່ອເປັນຂີດໝາຍອັນສຳຄັນໃນການເລີ້ມຕົ້ນ ຂະບວນການແລະກະກຽມວຽກງານດັ່ງກ່າວ ໃຫ້ງານສະເຫຼີມສະຫຼອງ20ປີ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ,  ໂດຍການກຳໜົດເຂດເຮັດສວນປູກໄມ້ແລະພືດຜັກຕ່າງໆອ້ອມຂ້າງສຳນັກສະຖາບັນໃຫ້ເປັນ ບ່ອນຮຽນຮູ້ແລະເຂົ້າເຖິ່ງແຫຼ່ງຂໍ້ມູນຕ່າງໆໄດ້ການນຳໃຊ້ເຕັກນິກແລະແນວພັນຕ່າງໆຜ່ານລະບົບ QR code. ຂະບວນດັ່ງກ່າວໄດ້ໃຊ້ເວລາທັງໝົດ ໜຶ່ງວັນເຕັມ ແລະຕອນບ່າຍກໍໄດ້ມີການຍ່າງເພືື່ອສຸກຂະພາບອ້ອມ ສຳນັກ ເພື່ອເປັນການສະເຽຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 19ປີ ໃນປີ 2018 ນີີ້.

ການສຶກສາຊີວະນາໆພັນປາ ຢູ່ແມ່ນ້ຳຂອງ ແລະ ແມ່ນ້ຳສາ ຂອງ ສປປ ລາວ

ສູນຄົ້ນຄ້ວາການປະມົງ ແມ່ນໄດ້ເລີ້ມສຶກສາ ຊິວະນາໆພັນ ປາໃນແມ່ນໍ້າຂອງ ແລະ ສາຂາ ດ້ວຍວິທີການເກັບກຳຂໍ້ມູນ ຕິດຕາມການຫາປາ (Fish Abundance and Diversity Monitoring) ຕາມແມ່ນ້ໍາຂອງ ແລະ ແມ່ນ້ໍາສາຂາ ຢູ່ ສປປ ລາວ ເລີ້ມແຕ່ປີ 2000 ເປັນຕົ້ນມາ ໂດຍໃນເບື້ອງຕົ້ນໄດ້ຮັບທືນສະໜັບສະໜູນຈາກ ກອງເລຂາຄະນະກໍາມະການແມ່ນໍ້າຂອງສາກົນ (MRCs). ສະເພາະການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວແຕ່ປີ 2017-2021, ໂດຍ MRCs ມີແຜນການຈະມອບໂອນ ໂຄງການດັ່ງກ່າວໃຫ້ລັດຖະບານເປັນຜູ້ສືບຕໍ່ ທາງດ້ານງົບປະມານ ຊຶ່ງຈະຄ່ອຍໆຕັດງົບປະມານລົງ ເທື່ອລະ 20% ຈົນຮອດປີ 2021 ແມ່ນຈະມອບໃຫ້ພາກລັດຖະບານ ສປປ ລາວ ເປັນຜູ້ຮັບຜິດຊອບ ທາງດ້ານຄ່າໃຊ້ຈ່າຍ 100%. ຊຶ່ງໃນໄລຍະຜ່ານມາກໍໄດ້ມີການຈັດຕັ້ງປະຕິ ການຝຶກອົບເຕັກນິກ ວິທີ່ການເກັບກໍາຂໍ້ມູນ ແລະ ບັນທຶກຂໍ້ມູນ ໃຫ້ພະນັກງານວິຊາການຂັ້ນແຂວງ ແລະ ເມືອງ ທີ່ກ່ຽວຂ້ອງໃນບັນດາແຂວງເປົ້າໝາຍໄປແລ້ວໃນ ສົກປີ 2017.

ຮູບ 1: ຝຶກອົບຮົມວິທີການຊັ່ງນໍ້າໜັກ ແລະ ແທກປາ ເພື່ອຈົດເຂົ້າແບບຟອມບັນທຶກການຫາປາ
mrcs01
ການສຶກສາເກັບກໍາຂໍ້ມູນຄັ້ງນີ້ ແມ່ນຮູ້ໄດ້ເຖິງຊະນິດປາແມ່ນໍ້າຂອງ ແລະ ແມ່ນ້ໍາສາຂາ, ປະລິມານການຈັບປາຢູ່ແຕ່ຈຸດທີ່ເກັບຂໍ້ມູນໃນຊ້ວງລະດູການ, ຊະນິດປາເຄືອນຍ້າຍໃນແຕ່ລະໆດູການ ແລະ ລາຄ່າປາແຕ່ລະຊະນິດໃນຊ້ວງລະດູການ ຊຶ່ງວິທີ່ການເກັບແມ່ນຊາວປະມົງຫຼືຜູ້ຫາປາຕົວຈິ່ງ ເປັນຜູ້ບັນທຶກຂໍມູນໃສ່ແບບຝອມແຕ່ລະວັນ ທີ່ໄດ້ໄປຫາປາຊຶ່ງຂໍ້ມູນສ່ວນໃຫຍ່ຂະແມ່ນ ວັນທີ ແລະ ເວລາໄປຫາປາ, ສະຖານທີ, ປະລະມານປາທີ່ຫາໄດ້ທັງໝົດ, ສະພາບດີນຟ້າອາກາດ ແລະ ປະລິມານນ້ໍາຂອງມື້ໄປຫາ, ເຄືອງມື້ຫາປາທີ່ນໍາໃຊ້, ຊະນິດທີ່ຫາໄດ້, ນໍ້າໜັກ, ລວງຍາວ ແລະ ລາຄ່າຂອງປາແຕ່ລະຊະນິດ ເປັນຕົ້ນ ຫຼັງຈາກໄດ້ຂໍ້ມູນມາແລ້ວ ແມ່ນວິຊາການຈາກສູນຄົ້ນຄວ້າການປະມົງ ໄດ້ນຳເຂົາຖານຂໍ້ມູນໂດຍໃຊ້ ໂປຼແກມ Microsoft Access ເປັນຖານເກັບຮັກສາຂໍ້ມູນເພື່ອນຳໄປວິເຄາະໃນຕໍ່ໄປ.
ສະຖານທີ່ໆໄດ້ເກັບກຳຂໍ້ມູນ ແມ່ນມີທັງໝົດ 15 ຈຸດ (ຮູບ 1) ໃນ 9 ແຂວງ, 11 ເມືອງ, 15 ບ້ານ, 45 ຄົນ ທີ່ຊ່ວຍບັນທຶກຂໍ້ມູນ ໃນ ແມ່ນ້ໍາຂອງ ແລະ ສາຂາ. ຊຶ່ງລາຍລະອຽດທັງ 3 ພາກ ແມ່ນແຂວງພາກເໜືອ ມີ 4 ແຂວງ: ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພະບາ ແລະ ໄຊຍະບູລີ, ແຂວງພາກກາງ ມີ 2 ແຂວງ ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄໍາໄຊ; ແຂວງພາກໃຕ້ ມີ 3 ແຂວງ ແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື.
ຂໍ້ມູນທີ່ໄດ້ຈາກການສືກສາຄັ້ງນີ້ ນອກຈາກຈະເປັນຂໍ້ມູນພື້ນຖານ ໃຫ້ແກ່ວຽກງານວາງແຜນການຄຸ້ມຄອງ ແລະນໍາໃຊ້ ຊັບພະຍາກອນປາທໍາມະຊາດໃຫ້ມີຄວາມຍືນຍົງແລ້ວ ຍັງເປັນການຊອກຫາຊະນິດປາພື້ນເມືອງ ທີ່ມີທ່າແຮງ ທີ່ຈະນໍາມາຄົ້ນຄວ້າເພື່ອຂະຫຍາຍພັນ ໃຫ້ແກ່ຊາວກະສິກອນນໍາໄປລ້ຽງ ແລະ ຜະລິດແນວພັນປ່ອຍລົງຄືນແຫລ່ງນໍ້າທໍາມະຊາດ ເພື່ອຮັກສາຄວາມຫລາກຫລາຍທາງດ້ານຊິວະນາໆພັນ ຂອງປາພື້ນເມືອງ ໃນແມ່ນໍ້າຂອງ ແລະສາຂາ ໃຫ້ຍືນຍົງຕໍ່ໄປໃນອານາຄົດອີກດ້ວຍ.
ຮຸບ 2: ເຂດເກັບກໍາຂໍ້ມຸນຕິດຕາມການຫາປາ

mrcs02

ໂດຍ: ສະເຫຼີມພອນ ຈັນທະວົງ ແລະ ປອ. ກາວີພອນ ພຸດທະວົງ, ສູນຄົ້ນຄວ້າການປະມົງ

ການເຄື່ອນໄຫວ ກິດຈະກຳ ຂອງໂຄງການໃຫ້ຄຳແນະນຳທາງດ້ານພະຍາກອນອາກາດ (ອຸຕຸ-ກະສິກຳ)

00012 00013

ໃນລະຫວ່າງວັນທີ່ 2-3 ເດືອນ ພືດສະພາ ທີ່ຜ່ານມາ ທິມງານ ໄອຊີທີ ຮ່ວມກັບສູນຄົ້ນຄ້ວາກະສິກໍາຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຜູ້ຈັດຕັ້ງປະຕິບັດໂຄງການໃຫ້ຄຳແນະນຳທາງດ້ານພະຍາກອນອາກາດ (ອຸຕຸ-ກະສິກຳ) ພ້ອມດ້ວຍພະນັກງານວິຊາການ ໄດລົງມອບເຄື່ອງອຸປະກອນ, ໂທລະສັບ (ສະມາດໂຟນ) ໃຫ້ໂຕແທນກຸ່ມໂຮງຮຽນຊາວກະສິກອນ ແລະ ຈັດຝືກອົບຮົມກ່ຽວກັບການນຳໃຊ້ໂທລະສັບ ຢູ່ທີ່ ບ້ານ ໃໝ່ສີວິໄລ (ນາສົມຫວັງ) ເມືອງ ໂພນທອງ ແຂວງ ຈຳປາສັກ ເພື່ອນຳໃຊ້ເຂົ້າໃນການຮັບ ແລະ ສົ່ງຂໍ້ມູນຕ່າງໆ ເຊັ່ນ; ຂໍ້ມູນຂາວສານ, ປະຕິທິນການປູກເຂົ້ານານ້ຳຝົນ (ນາດໍາ) ສຳຫຼັບລະດູການຜະລິດ ປີ 2018 ແລະ ຄໍາແນະນໍາຂອງສະພາບດິນຟ້າອາກາດ ໃນແຕ່ລະອາທິດ ພ້ອມຂໍ້ມູນກ່ຽວກັບເຕັກນິກຕ່າງໆ ການປູກຝັງ-ລ້ຽງສັດນຳອີກ ແລະ ຂໍ້ມູນກ່ຽວກັບການຕະຫຼາດເພື່ອໃຫ້ສອດຄ່ອງກັບສິນຄ້າຂອງແຕ່ລະທ້ອງຖິ່ນທີ່ມີເອກະລັກ ແລ້ວຢາກຈຳໜ່າຍໄປຍັງເມືອງ ແລະ ແຂວງອື່ນໆ ນີ້ກໍ່ເປັນອີກຊ່ອງທາງໜື່ງທີ່ຊ່ວຍໃຫ້ຊາວກະສິກອນໄດ້ຊອກຫາຂໍ້ມູນ, ນອກຈາກນີ້ທິມງານຄູຝືກຂອງໂຄງການດັ່ງກ່າວຍັງໄດ້ເນັ້ນໃຫ້ໂຕແທນໂຮງຮຽນຊາວນາ ຊ່ວຍສົ່ງຂໍ້ມູນຕ່າງໆ ກ່ຽວກັບການມາຂອງລະດູຝົນໃນຂອບເຂດບ້ານ ຫຼື ເມືອງຂອງຕົນເອງທີ່ມີເຄື່ອງເກັບນ້ຳຝົນຕິດຕັ້ງຢູ່ ແລະ ປັນຫາທີ່ເກີດຂື້ນຢູ່ໃນໄຮ່ນາຂອງຊາວກະສິກອນທີ່ເຮັດໃຫ້ຜົນຜະລິດເສຍຫາຍ ແລ້ວສົ່ງຂໍ້ມູນດັ່ງກ່າວທີ່ເປັນຮູບພາບ, ວິດີໂອ ຫຼື ຂໍ້ຄວາມສຽງໃຫ້ພະນັກງານວິຊາການຂອງໂຄງການທີ່ກ່ຽວຂ້ອງ ເພື່ອຫາວິທີແກ້ໄຂໃຫ້ຖ່ວງທັນເວລາ ແລະ ທັນການ.

ການຝຶກອົບຮົມເຕັກນິກການປູກພືດຜັກໃນລະບົບເຮືອນຮົ່ມ

aciar001

ໃນລະຫວ່າງວັນທີ 4 ພືດສະພາ 2018 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການຄົ້ນຄວ້າການຕະຫຼາດ, ການຈັດການຫຼັງເກັບກ່ຽວ ແລະ ຜະລິດພືດຜັກແບບອຸດສາຫະກໍາ (ACIAR) ໄດ້ເປີດຝຶກອົບຮົມໃນຫົວຂໍ້ ເຕັກນິກການປູກພືດຜັກໃນລະບົບເຮືອນຮົ່ມ ຂຶ້ນທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 33 ທ່ານ ຊຶ່ງມາຈາກ 5 ພາກສ່ວນ ເຊັ່ນ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຊາວກະສິກອນຈາກເມືອງຫາດຊາຍຟອງ, ໂຮງຮຽນເຕັກນິກກະສິກໍາດົງຄໍາຊ້າງ, ໂຮງຮຽນເຕັກນີກກະສິກໍາແຂວງວຽງຈັນ ແລະ ໂຮງຮຽນເຕັກນິກວິຊາຊີບແຂວງບໍລິຄໍາໄຊ.
ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອ: 1). ເພື່ອປັບປຸງ ແລະ ພັດທະນາຂີດຄວາມສາມາດທາງດ້ານເຕັກນນິກການປູກຜັກໃນລະບົບເຮືອນຮົ່ມ ໃຫ້ແກ່ພະນັກງານວິຊາການ, ນັກສຶກສາ ແລະ ຊາວກະສິກອນຜູ້ປະຕິ ບັດໂຕຈິງ. 2). ເພື່ອຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າດ້ານເຕັກນິກການປູກພືດຜັກໃນລະບົບເຮືອນຮົ່ມໃຫ້ລົງເຖິງພາກສ່ວນທີ່ຈັດຕັ້ງປະຕິບັດໂຕຈິງ.
ການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມສໍາຄັນເປັນພິດເສດ ເນື່ອງຈາກວ່າເປັນການເປີດໃຫ້ມີໂອກາດໃຫ້ມີການເຜີຍແພ່, ການຮຽນຮູ້, ແລະ ຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າທາງດ້ານເຕັກນິກການຜະລິດພືດຜັກ ໃຫ້ລົງຊູ້ພາກສ່ວນທີ່ທໍາການຈັດຕັ້ງປະຕິບັດໂຕຈິງ ແລະ ໃນກອງປະຊຸມຍັງໄດ້ໃຫ້ໂອກາດນັກສໍາມະນາກອນໄດ້ມີໂອກາດສົນທະນາ ແລະ ແລກປ່ຽນບົດຮຽນທາງດ້ານປະສົບການໂຕຈິງໃນພາກສະໜາມ. ການດໍາເນີນການຝຶກອົບຮົມແມ່ນໄດ້ແບ່ງເປັນ 2 ພາກ ເຊັ່ນ: ພາກການນໍາສະເໜີແບບ Power Point ແລະ ການລົງຢ້ຽມຢາມໃນພື້ນທີ່ການຄົ້ນຄວ້າທົດລອງໂຕຈິງ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການປະເມີນຜົນຂອງການດໍາເນີນການຝຶກອົບຮົມ ໂດຍໃຊ້ຮູບແບບການປະເມີນແບບ (ORID) ຊຶ່ງເປັນການປະເມີນຜົນໃນເຊີງຄຸນນະພາບໂດຍໄດ້ເນັ້ນໃສ່ 4 ປະເດັ່ນຄື: ຈຸດປະສົງ (Objective), ສິງສະທອນກັບ (Reaction), ຄວາມເຂົ້າໃຈ ແລະ ອະທິບາຍໄດ້ (Interpretive) ແລະ ການນໍາໄປໃຊ້ (Decision).
ຜົນໄດ້ຮັບຜ່ານການຝຶກອົບ ໃນໄລຍະ 1 ວັນ ໄດ້ຮຽນຮູ້ກ່ຽວ ຜົນໄດ້ຮັບຈາກການປູກພືດຜັກໃນເຮືອນຮົ່ມ ນອກຈາກນັ້ນ, ຍັງເຂົ້າໃຈໄດ້ເຖີງພາບການຜະລິດ ແລະ ບັນຫາຂອງການຜະລິດພືດຜັກ ເຊັ່ນ: ສະພາບການປ່ຽນແປງດິນຟ້າອາກາດແມ່ນສົ່ງຜົນໂດຍທາງກົງ ແລະ ທາງອ້ອມຕໍ່ການຜະລິດພືດຜັກເຮັດໃຫ້ການຜະລິດບໍ່ມີປະສິດທິພາບທາງດ້ານປະລິມານ ແລະ ຄຸນນະພາບ ເນື່ອງຈາກການຜະລິດສ່ວນໃຫ່ຍຂອງຊາວກະສິກອນລາວຍັງເປັນແບບທໍາມະຊາດ ແລະ ເຄິ່ງທໍາມະຊາດ, ການຜະລິດພືດຜັກຂອງຊາວກະສິກອນລາວຍັງມີຕົ້ນທຶນທີ່ຂ້ອນຂ້າງສູງເມື່ອທຽບໃສບັນດາປະເທດອ້ອມຂ້າງ ເຊັ່ນ: ປະເທດໄທ, ຕົ້ນທຶນທີ່ສູງນັ້ນແມ່ນເກີດມາຈາກຄ່າແຮງງານ ເຊີ່ງກວມເອົາຫຼາຍກວ່າ 50 % ຂອງຕົ້ນທຶນການຜະລິດທັງໝົດ, ບັນຫາດັງກ່າວນີ້ແມ່ນສົ່ງຜົນໃຫ້ການແຂ່ງຂັນທາງດ້ານການຕະຫຼາດຫຼຸດລົງ, ການຈັດການປູກພືດຜັກໃນປັດຈຸບັນ ຂອງຊາວກະສິກອນແມ່ນຍັງນໍາໃຊ້ເຕັກນິກແບບປະຖົມປະຖານຕາມຄວາມຊິນເຄີຍເຊີ່ງສົ່ງຜົນຕໍ່ປະລິມານ, ຄຸນນະພາບ ແລະ ຄວາມປອດໄພທາງດ້ານຜະລິດຕະພັນພືດຜັກ, ການຕອບສະໜອງຂອງຜະລິດຕະພັນພືດຜັກແມ່ນບໍ່ມີຄວາມດຸນດ່ຽງໃນແຕ່ລະຊ່ວງ ເຊັ່ນ: ຊ່ວງລະດູແລ້ງປະລິມານພືດຜັກໃນຕະຫຼາດຈະຫຼາຍເກີນຄວາມຕ້ອງການ ແຕ່ກົງກັນຂ້າມໃນຊ່ວງລະດູຝົນປະລິມານຜັກໃນຕະຫຼາດຈະມີໜ້ອຍບໍ່ພຽງພໍກັບຄວາມຕ້ອງການ ເຊີ່ງສົ່ງຜົນໃຫ້ລາຄາພືດຜັກມີການປ່ຽນແປງສູງ ເພາະລາຄາພືດຜັກໃນຕະຫຼາດຂອງ ສປປ ລາວ ແມ່ນຂຶ້ນກັບປະລິມານພືດຜັກໃນຕະຫຼາດແຕ່ລະວັນແຕ່ລະຊ່ວງ ເຊີ່ງແມ່ຄ້າຈະເປັນຜູ້ກໍານົດເອງ.
ບົດຮຽນທີ່ຖອດຖອນໄດ້ຄື: ການປູກພືດຜັກໃນລະບົບເຮືອນຮົມ ໂດຍສະເພາະໃນຊ່ວງລະດູຝົນ ຊຶ່ງເປັນທາງເລືອກທີ່ສໍາຄັນໃນການຍົກສູງທາງດ້ານປະລິມານ, ຄຸນນະພາບຂອງຜົນຜະລິດ, ລາຍຮັບຕໍ່ຫົວໜ່ວຍພື້ນທີ່ການປູກ ແລະ ມີຄວາມປອດໄພທາງດ້ານສະບຽງອາຫານທີ່ສູງຂຶ້ນ ແລະ ການຈັດການລະບົບການໃຫ້ນໍ້າເປັນທາງອອກໜຶ່ງທີ່ດີໃນການຫຼຸດຕົ້ນທຶນການຜະລິດໂດຍສະເພາະຕົ້ນທຶນທີ່ເກີດຈາກຄ່າແຮງງານການໃຫ້ນໍ້າ, ລະບົບການໃຫ້ນໍ້າແບບສາຍນໍ້າພຸງສາມາດຫຼຸດຕົ້ນທຶນທີ່ເກີດຈາກຄ່າແຮງງານການໃຫ້ນໍ້າໄດ້ເຖິງ 20 ເປີເຊັນ ຫຼື ປະມານ 7 ເປີເຊັນ ຂອງຄ່າແຮງງານທັງໝົດໃນການຜະລິດພືດຜັກໃນເນື້ອທີ່ 1600 ຕາແມັດ.

aciar002

ຮຽບຮຽງໂດຍ: ສັກສະຫຍາມ ພະນົມສຸກ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

climate-change
ລະບົບຖານຂໍ້ມູນຕ່າງໆ
Jul 18, 2018 - Wed
Please add free or paid OpenWeatherMap API key in the plugin settings!