National Agriculture and Forestry Research Institute

ກອງປະຊຸມ ຄັ້ງທີ 5 ຂອງສະພາບໍລິຫານ ໂຄງການ AFACI

ກອງປະຊຸມ ຄັ້ງທີ 5 ຂອງສະພາບໍລິຫານ ໂຄງການລີ້ເລີ້ມ ການຮ່ວມມືດ້ານກະສິກຳແລະອາຫານ ຂອງ ບັນດາປະເທດເອເຊຍ 5th AFACI General Assembly. Vientiane, 2-6th April, 2018. ສປປ ລາວ ໄດ້ເຂົ້າຮວ່ມເປັນສະມະສິກ ຂອງ ໂຄງການລິເລີ້ມ ການຮວ່ມມື ທາງດ້ານອາຫານ ແລະ ກະສິກຳ (Asian Food and Agriculture Cooperation Initiative) ໃນ ເດືອນ ພະຈິກ 2009, ໂຄງການດັ່ງກ່າວ ມີ 14 ປະເທດເຂົ້າຮວ່ມ ປະກອບ ປະເທດ ບູຖານ, ກຳປູເຈຍ, ສ ປປ ລາວ, ມຽນມາ, ຟີລິນປິນ, ໄທ, ຫວຽດນາມ, ອິນໂດເນເຊຍ, ບັງກຣາເດສ, , ມົງໂກລີ, ກິກິສຖານ, […]

ສູນຄົ້ນຄວ້າເຂົ້າ ເປີດສຳມະນາພາຍໃຕ້ຫົວຂໍ້ຫົວຂໍ້ “ວິທີການຂຽນເອກະສານອ້າງອີງ”

ໃນ 27/3/2018 ສູນຄົ້ນຄວ້າເຂົ້າໄດ້ຈັດຝຶກອົບຮົມສຳມະນາພາຍໃຕ້ຫົວຂໍ້ຫົວຂໍ້ “ວິທີການຂຽນເອກະສານອ້າງອີງ” ໃຫ້ແກ່ບັນດານັກຮຽນ, ນັກສືກສາງານທີ່ມາຈາກມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລກະສິກຳບໍລິຄຳໄຊ, ໂຮງຮຽນເຕັກນິກແຂວງວຽງຈັນ ແລະ ໂຮງຮຽນເຕັກນິກບໍລິຄຳໄຊ ແລະ ນັກວິຊາການພາຍໃນສູນ. ໃຫ້ກຽດເປັນປະທານເປີດພິທີ ຂອງທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຫົວໜ້າສູນຄົ້ນຄວ້າເຂົ້າ ຜູ້ເຂົ້າຮ່ວມທັງໝົດ 22 ຄົນ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ນັກສືກສາຝຶກງານ ແລະ ພະນັກງານວິຊາການຂອງສູນ ໃຫ້ມີຄວາມເຂົ້າໃຈກ່ຽວກັບຫຼັກການການຂຽນ ແລະ ວິທີນຳໃຊ້ເອກກະສານອ້າງອີງ ເພື່ອຄວາມເປັນເອກະພາບກັນຢ່າງຖືກຕ້ອງໃນ ບົດລາຍງານຈົບຊັ້ນ ຂອງນັກຮຽນຝຶກງານ ແລະ ນັກວິຊາການໃຫ້ຮູ້ນຳໃຊ້ເຕັກນິກ ແລະ ຫຼັກການກຳນຳໃຊ້ເອກກະສານອ້າງອີງ ເຂົ້າໃນການຂຽນບົດຄົ້ນຄວ້າ, ບົດລາຍງາຍ ແລະ ບົດສະເໜີໂຄງການ ຢ່າງມີປະສິດທິພາບ. ຜ່ານການທົບທວນທາງດ້ານທິດສະດີ ໂດຍ ປອ ກູ່ຄຳ ວິໄລເຮືອງ, ການປະຕິບັດຕົວຈິງ ແລະ ແລກປ່ຽນຄຳຄິດຄຳເຫັນ ລະຫວ່າງນັກສືກສາ ແລະ ນັກວິຊາການ ເຮັດໃຫ້ນັກສໍາມະນາກອນເຂົ້້າໃຈໄດ້ເພີ່ມຂື້ນ ກ່ຽວກັບຫຼັກການ ແລະ […]