National Agriculture and Forestry Research Institute

ກອງປະຊຸມເປີດບັນແຂ່ງຂັນ-ຍ້ອງຍໍ ຕິດພັນກັບຂະບວນການ ຮັກຊາດ ແລະ ພັດທະນາ ຂອງສູນຄົ້ນຄວ້າການປະມົງ

ກອງປະຊຸມເປີດບັ້ນສ້າງຂະບວນການແຂ່ງຂັນໄລຍະໃໝ່ ຮັກຊາດ ແລະ ພັດທະນາ ສູນຄົ້ນຄວ້າການປະມົງ ໄດ້ໄຂຂຶ້ນຢູ່ ຫ້ອງປະຊຸມຂອງສູນ ໃນຕອນເຊົ້າຂອງວັນທີ 28 ກຸມພາ 2018 ໂດຍການເປັນປະທານຮ່ວມຂອງ ທ່ານ ດວງຄຳ ສິງຫານຸວົງ ວ່າການຫົວໜ້າສູນຄົ້ນຄວ້າການປະມົງ ແລະ ສະຫາຍ ອຸ່ນຄຳ ຄຳໝື່ນສົດ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າການປະມົງ. ໃນກອງປະຊຸມແມ່ນມີພະນັກງານ ຂອງ 5 ຂະແຫນງການ ທີ່ຂື້ນກັບສູນ ເຊັ່ນ: ຂະແໜງບໍລິຫານ-ແຜນການ, ຂະແໜງຄົ້ນຄ້າຊັບພະຍາກອນປະມົງ, ຂະແໜງຄົ້ນຄວ້າການລ້ຽງປາ ແລະ ສັດນໍ້າ, ຂະແໜງຄົ້ນຄ້ວາ ສຸກຂະພາບສັດນໍ້າ ແລະ ຂະແໜງຜະລິດ ແລະ ຮັກສາແນວພັນປາ ແລະ ສັດນໍ້າ ໄດ້ພ້ອມກັນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງລວມຂອງກອງປະຊຸມ ກໍ່ແມ່ນເພື່ອສ້າງຂະບວນການເປີດບັ້ນແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ “ຮັກຊາດ ແລະ ພັດທະນາ” ຕິດພັນກັບ ຂໍ້ແຂ່ງຂັນ “3 ເນື້ອໃນ 4 ເປົ້າໝາຍ” ຂອງກະຊວງກະສິກໍາ […]

ກອງປະຊຸມສຳມະນາ ການຄົ້ນຄ້ວາ ເພື່ອການພັດທະນາ ຄັ້ງທີ 26

ກອງປະຊຸມສຳມະນາການຄົ້ນຄ້ວາ ເພື່ອການພັດທະນາ ຄັ້ງທີ 26 ໄດ້ຈັດຂື້ນໃນຕອນເຊົ້າຂອງ ວັນອັງຄານ ທີ 27 ກຸມພາ 2018 ເວລາ 8:30 ໂມງ ທີ່ຫ້ອງປະຊຸມ ສູນຂໍ້ມູນຂ່າວສານ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໂດຍການເປັນປະທານຂອງ ທ່ານ ປອ ວັນທອງ ແພງວິຈິດ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງຂອງ ກອງປະຊຸມສຳມະນາແມ່ນ (1). ເພື່ອນຳສະເໜີຜົນຂອງການຄົ້ນຄວ້າທົດລອງຈາກການຄົ້ນຄວ້າຂອງບັນດານັກຄົ້ນຄວ້າ, (2) ເພື່ອ ແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບການ ລະຫວ່າງ ບັນດານັກພັດທະນາ, ນັກສົ່ງເສີມ, ນັກຄົ້ນຄວ້າ ກ່ອນການຕີພິມອອກເປັນວາລະສານການຄົ້ນຄວ້າກະສິກຳ. ກອງປະຊຸມສຳມະນາໃນຄັ້ງນີ້ ມີແຂກເຂົ້າຮ່ວມທັງໝົດ 38 ທ່ານ, ຍິງ 13 ທ່ານ ເຊິ່ງມາຈາກຫຼາຍພາກສ່ວນ ໃນນັ້ນມີ ຕາງໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ກົມລ້ຽງສັດ […]