National Agriculture and Forestry Research Institute

ພິທີມອບຮັບແນວພັນເຂົ້າລຸ້ນ 3 ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ກົມສົ່ງເສີມເຕັກນິກ ແລະ ການປຸງແຕ່ງກະສິກໍາ

ໃນຕອນບ່າຍ 2 ໂມງຂອງວັນທີ 15 ເດືອນທັນວາ 2017 ທີ່ີ ຫ້ອງປະຊຸມ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີພິທີມອບຮັບການຜະລິດແນວພັນເຂົ້າລຸ້ນ 3, ເປັນກຽດມອບແມ່ນທ່ານ ປອ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ເປັນກຽດຮັບແມ່ນ ທ່ານ ພູມີ ພູມມະນີວົງ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ການປຸງແຕ່ງກະສິກໍາ ໂດຍມີສັກຂີພິຍານຈາກຫົວໜ້າພະແນກແຜນ ຂອງກົມແຜນການ ແລະ ການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າພະແນກບໍລິຫານ, ຫົວໜ້າແຜນການ, ຫົວໜ້າພະແນກຜະລິດເມັດພັນ ຂອງ ກົມສົ່ງເສີມເຕັກນິກ ແລະ ການປຸງແຕ່ງກະສິກໍາ ແລະ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ກ່ອນເຊັນມອບຮັບ ທ່ານ ປອ. ນາງ ໃຈ ບຸນພະນຸໄຊ […]

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ຊີ້ນຳ-ນຳພາ ວຽກງານ ການຄົ້ນຄວ້າ ກະສິກຳ-ປ່າໄມ້

ໃນຕອນບ່າຍ ຂອງວັນທີ 22 ພະຈິກ 2017 ຜ່ານມານີ້ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໃນການລົງຢ້ຽມຢາມ ຂອງພະນະທ່ານ ນາຍົກ ໃນຄັ້ງຄັ້ງນີ້ ໄດ້ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ຫຼ່ຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ, ນອກນີ້ ຍັງມີ ບັນດາຫົວໜ້າ ສະຖາບັນ ພ້ອມດ້ວຍຄະນະ, ຫົວໜ້າກົມ, ຮອງກົມ, ຫົວໜ້າ ສູນຄົ້ນຄວ້າ ທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງ, ວິຊາການ, ນັກຄົ້ນຄວ້າໜຸ່ມນ້ອຍ ຈຳນວນຫຼວງຫຼາຍ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນການຢ້ຽມຢາມ ຂອງພະນະທ່ານ […]