National Agriculture and Forestry Research Institute

ພິທີສະຫຼອງວັນອາຫານໂລກ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ

ພິທີສະຫຼອງວັນອາຫານໂລກ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ ວັນທີ 17 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການສະຫະປະຊາຊາດປະຈຳ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງ ສອງວັນສຳຄັນຄື ວັນອາຫານໂລກ 16 ຕຸລາ ແລະ ວັນສາກົນ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ 17 – 24 ຕຸລາ ພາຍໃຕ້ຫົວຂໍ້ວ່າ: “ ລົງທຶນໃສ່ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາຊົນນະບົດ ເພື່ອແກ້ໄຂການ ເຄື່ອນຍ້າຍຖິ່ນຖານໃນອະນາຄົດ ” ແລະ “ ກ້າວໄປສູ່ ສັງຄົມ ສັນຕິສຸກ ແລະ ເພື່ອທຸກຄົນ ” ໂດຍການເຂົ້າຮ່ວມຂອງທ່ານເພັດ ພົມພິພັກ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານນາງ ຄາຣີນາອິມໂມເນນຫົວໜ້າຜູ້ປະສານງານຂອງອົງການສະຫະປະຊາຊາດ (UN) ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ, […]

ກອງປະຊຸມສຳມະນາ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ

ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ໃນວັນທີ 14-24 ຕຸລາ 2017. ສະຖາບັນ ຄົ້ນຄວ້າ ກະສິກຳປ່າໄມ້, ແລະ ພັດທະນາຊົນນະບົດ(NAFRI), ກົມສົ່ງເສີມກະສິກຳ ແລະ ສະຫະກອນ (DAEC), ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ຮັບກຽດເປັນເຈົ້າພາບຮ່ວມກັບອົງການສະຫະປະຊາຊາດປະຈຳ ສປປ ລາວ ຮັບຜິດຊອບຈັດກອງປະຊຸມສຳມະນາ ແລະ ວາງສະແດງວັນອາຫານໂລກໃນວັນທີ 16-18 ຕຸລາ 2017. ຫົວຂໍ້ຂອງກອງປະຊຸມສຳມະນາ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ໃນປີ 2017 ນີ້ແມ່ນ “ລົງທຶນໃສ່ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ ເພື່ອແກ້ໄຂການເຄື່ຶອນຍ້າຍຖິ່ນຖານໃນອະນາຄົດ”. ຈຸດປະສົງຂອງກອງປະຊຸມສຳມະນາແມ່ນ ເພື່ອປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບນະວັດຕະກຳໃໝ່ທີ່ຊ່ວຍສ້າງວຽກເຮັດງານທຳຄົ່ງທີ່ໃຫ້ໄວໝຸ່ມ ແລະ ການກະສິກຳເພື່ອກຳນົດແນວທາງໃນການທັບມ້າງວົງຈອນຄວາມທຸກຍາກໃນເຂດຊົນນະບົດຂອງ ສປປ ລາວ. ກອງປະຊຸມສໍາມະນາດັ່ງກ່າວນີ້້ ແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ […]

ກອງປະຊຸມປຶກສາຫາລືແຜນພັດທະນາຕ່ອງໂສ້ການຜະລິດເມັດພັນເຂົ້າໄກ່ນ້ອຍ ແລະ ການຕະຫຼາດຢູ່ແຂວງຊຽງຂວາງ

ກອງປະຊຸມປຶກສາຫາລືແຜນພັດທະນາຕ່ອງໂສ້ການຜະລິດເມັດພັນເຂົ້າໄກ່ນ້ອຍ ແລະ ການຕະຫຼາດຢູ່ແຂວງຊຽງຂວາງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ຕຸລາ 2017 ນີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ, ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງທ່ານ ສົມສະໝອນ ພະລິຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງເປັນກຽດເຂົ້າຮ່ວມມີທ່ານ ນາງ ດຣ ໃຈ ບຸນພະນຸໄຊ ຮອງຫົວໜ້າສະຖາບັນຄົນຄວ້າກະສິກຳ – ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ໄມເຄີນ ວິກເຕີ (Michael Victor) ຫົວໜ້າຊຽວຊານ ໂຄງການຕາບີ ປະຈຳເເຂວງ ຊຽງຂວາງ, ມີບັນດາສະມາຄົມອີນຊີ ເຂົ້າໄກ່ນ້ອຍແລະຜຸ້ປະກອບການ ຕະຫຼອດຮອດວິຊາການທີ່ມາຈາກສູນທາງ 4 ເມືອງຄື: ເມືອງແປກ,ເມືອງຄູນ,ເມືອງຜາໄຊ ແລະ ເມືອງພູກູດເຂົ້າຮ່ວມ. ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ເເມ່ນເພື່ອສະເໜີຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການພັດທະນາຕ່ອງໂສ້ກາຜະລິດເມັດພັນເຂົ້າໄກ່ນ້ອຍທີ່ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2014 ເຖີງ 2017 ແລະ ປຶກສາຫາລື ຊອກຫາທິດທາງໃນການພັດທະນາຕ່ອງໂສ້ການຜະລິດແລະການຕະຫຼາດໃຫ້ເຂົ້າໄກ່ນ້ອຍມີຄວາມຍືນຍົງ, ໃນກອງປະຊູມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການພັດທະນາຕ່ອງໂສ້ການຜະລິດເມັດພັນເຂົ້າໄກ່ນ້ອຍຢູ່ເເຂວງຊຽງຂວາງ ພ້ອມທັງລາຍງານວຽກງານສົ່ງເສີ່ມການຜະລິດເຂົ້າໄກ່ນ້ອຍອີນຊີຢູ່ເເຂວງຊຽງຂວາງ ແລະ ລາຍງານການດຳເນີນການຈັດຊື້-ຂາຍເຂົ້າເພື່ອປ້ອນໂຮງສີ […]

ກອງປະຊຸມຄະນະຊີ້ໂຄງການ TABI ຂັ້ນສູນກາງ ຄັ້ງທີ 9

ໃນຕອນບ່າຍຂອງວັນທີ 03 ຕຸລາ 2017 ທີ່ຜ່ານມານີ້, ກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງຄັ້ງທີ IX ຂອງໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູ່ເຂດພູດອຍພາກເໜືອ ຂອງ ສປປ ລາວ (ໂຄງການຕາບີ)ໄດ້ໄຂຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມສະໂມສອນໃຫຍ່ ຂອງສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້, ປະທານຄະນະຊີ້ນຳໂຄງການຕາບີ, ແລະການເປັນປະທານຮ່ວມຂອງ ທ່ານ ມາຕິນ ຮັດເລີ (Martin Hasler) ຮອງອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດເຊີແລນປະຈຳສປປລາວ ແລະ ມີບັນດາແຂກທີ່ຖືກເຊີນຈາກບັນດາກົມ ແລະ ພະແນກທີ່ກ່ຽວຂ້ອງອ້ອມຂ້າງ ທັງໝົດ 44 ທ່ານ ມາຈາກ MAF, SDC, MoNRE, NuoL, LWU, LNFC, NIRAS, CDE, PAFOs, News, PCOs/PFOs ແລະ CU/SO; ໃນນັ້ນເປັນ ເພດຍິງ 12 ທ່ານ ແລະ ຕ່າງປະເທດ […]