National Agriculture and Forestry Research Institute

ສູນຄົ້ນຄວ້າວີທະຍາສດປ່າໄມ້ເຂົ້າຮ່ວມງານວາງສະແດງ ແລະ ຈຳໜ່າຍ ເບັ້ຍໄມ້ ວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ 2017

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ 2017 ຕິດພັນກັບວັນເດັກນ້ອຍສາກົນ. ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ມີງານຈັດວາງສະແດງເບັ້ຍໄມ້ ທີ່ໄດຈັດຂື້ນທີ່ ສູນການຄ້າລາວ-ໄອເຕັກ ເລີ້ມແຕ່ວັນທີ 29 ພຶດສະພາ – 04 ມິຖຸນາ 2017. ໃນງານວາງສະແດງ ແລະ ຈຳໜ່າຍເບັ້ຍໄມ້ ໄດ້ມີຫຼາຍພາກສ່ວນຖືກເຊື້ອເຊີນເຂົ້າຮ່ວມ ຈາກທັງພາກລັດ ແລະ ເອກະຊົນ,ຊຶ່ງລວມມີ ບັນດາກົມອ້ອມຂ້າງກະຊວງ, ສະຖາບັນ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆ. ໃນພິທີເປີດງານດັ່ງກ່າວ ໄດ້ໃຫ້ກຽດເປີດງານໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕິ ແຫ່ງ ສປປ ລາວ ພອ້ມດວ້ຍ ລັດຖະມົນກຕີ ກະຊວງ ກະສິກຳ ປ່າໄມ້, ກະຊວງ ການຄ້າ ແລະ ອຸດສະຫະກຳ ແລະ ການນໍາ ຈາກ ກົມ ແລະ ຖາບັນຕ່າງໆ ເຂົ້າຮວ່ມ. […]