National Agriculture and Forestry Research Institute

ການເຂົ້າຮ່ວມກອງປະຊູມ ແລະ ງານວາງສະແດງ ປະຈໍາປີ 2017 ແລະ ເຂົ້າຮ່ວມ ພິທີເຊັນບົດບັນທຶກການຮ່ວມມືວຽກງານການຄົ້ນຄ້ວາ ລະຫວ່າງ ສຄກປ ແຫ່ງຊາດ ກັບ ສໍານັກງານວິທະຍາສາດ ແລະເທັກໂນໂລຊີ ແຫ່ງຊາດ, ປະເທດໄທ

ໃນຕອນເຊົ້າຂອງ ວັນທີ  29 ເດືອນມີນາ  2017 ຜ່ານມາ ຄະນະທີມງານຂອງສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດນໍາໂດຍ ທ່ານ ດຣ. ບູນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານວາງສະແດງ ຜົນງານການຄົ້ນຄ້ວາ ທີ່ຕຶກອາຄານ ສໍານັກງານການວິທະຍາສາດ ແລະ ເທັກໂນໂລຊີແຫ່ງຊາດ, ແຂວງ ປະທູມຖານີ , ປະເທດໄທ, ໃນງານດັ່ງກ່າວ ແມ່ນມີບັນດານັກຄົ້ນຄ້ວາ ໄດ້ ນໍາເອົາຜົນການຄົ້ນຄ້ວາ ເຊີ່ງມີ ຫຼາກຫຼາຍ ສາຂາ, ບັນດາເຕັກນິກເທັກໂນໂລຊີທີທັນສະໃໝ ແລະ ບັນດານະວັດທະກໍາໃໝ່ໆ ເຫັນວ່າເປັນໂອກາດອັນດີ ໃຫ້ແກ່ ຄະນະທີມງານຂອງ ສະຖາບັນພວກເຮົາ ທີ່ ໄດ້ ຮຽນຮູ້ ແລະ ທອດຖອນ ບົດຮຽນ ເຊີ່ງມີຫຼາຍ ອັນ ສາມາດເອົາມາໝູນໃຊ້ ເຂົ້າໃນການວາງແຜນ ແລະ ການຄົ້ນຄ້ວາພ້ອມກັນນີ້ທີມງານຂອງສະຖາບັນພວກເຮົາຍັງໄດ້ເຂົ້າຮ່ວມເປັນເຈົ້າພາບຮ່ວມກັບສູນພັນທຸວິສະວະກໍາ ແລະ […]