National Agriculture and Forestry Research Institute

National Agricultural Biodiversity Programme II

The NABP-II was prepared under the sSWG on Agro-biodiversity with inputs from five technical working groups and under the overall guidance and coordination of NAFRI. The NABP-II document explains the agro-biodiversity in a global, regional and Lao context and describes in detail the Lao agro-biodiversity of the crops, livestock, fish, NTFP, etc. Further, it defines […]

ທ່ານ ລຽນ ທີແກ້ວ ລົງຊຸກຍູ້ວຽກງານຄົ້ນຄວ້າຢູ່ສູນຄົ້ນຄວ້າກະສິກຳເຂດພູດອຍ

ວັນທີ່ 03/03/2017 ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລົງຊຸກຍູ້ວຽກງານການຄົ້ນຄວ້າທົດລອງ ຢູ່ທີສູນຄົ້ນຄວ້າກະສິກຳເຂດພູດອຍ(ສພດ), ແຂວງຫຼວງພະບາງ ເປັນກຽດຕ້ອນຮັບໂດຍ ທ່ານ ປອ ບຸນທັນ ແກ້ວບົວລະພາ ຫົວໜ້າສູນຄົ້ນຄວ້າກະສິກໍາເຂດພູດອຍ ພ້ອມດ້ວຍອ້າຍນ້ອງພະນັກງານພາຍໃນສູນ. ໂອກາດດັ່ງກ່າວທາງຫົວໜ້າສູນຄົ້ນຄວ້າກະສິກຳເຂດພູດອຍ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບການເຄື່ອນໄຫວວຽກງານການຄົ້ນຄວ້າທົດລອງຢູ່ໃນເຂດພູດອຍພາກເໜືອຂອງ ສພດ ນອກຈາກນີ້, ຍັງໄດ້ລາຍງານກ່ຽວກັບ ລະບົບໂຄງຮ່າງການຈັດຕັ້ງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບັນຫາທີ່ຍັງຄົງຄ້າງ. ຫຼັງຈາກນັ້ນທ່ານ ລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ໃຫ້ທິດຊີ້ນໍາໂດຍສະເໜີໃຫ້ການນໍາຂອງສູນ ຈົ່ງໄດ້ສືບຕໍ່ແກ້ໄຂບັນຫາທີ່ເປັນຈຸດບົກຜ່ອງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ໂດຍເນັ້ນໃສ່ 3 ວຽກຕົ້ນຕໍທີ່ເປັນເສົາຄໍ້າ ຄຶ: ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍສະເພາະວຽກງານກະສິກຳແມ່ນຕ້ອງຄໍ້າປະກັນທາງດ້ານສະບຽບອາຫານໃຫ້ໄດ້ ເອົາໃຈໃສ່ປັບປຸງດ້ານແນວພັນ ຕົວຢ່າງ ປັບປຸງແນວພັນເຂົ້າທົນແລ້ງ ແລະ ໃຊ້ນໍ້າໜ້ອຍເຂົ້າໃນການຜະລິດ, ການຜະລິດເປັນສິນຄ້າແມ່ນຜະລິດໃຫ້ໄດ້ຫຼາຍ ຕິດພັນກັບກະສິກຳສະອາດ, ກະສິກຳອິນຊີ ແລະ […]

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງຊຸກຍູ້ວຽກງານການຄົ້ນຄວ້າທົດລອງ ຢູ່ທີສູນຄົ້ນຄວ້າການປະມົງ ແລະ ສະຖານີຂະຫຍາຍພັນສັດ ໜອງແຕ່ງ

ວັນທີ່ 11/1/2017 ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງຊຸກຍູ້ວຽກງານການຄົ້ນຄວ້າທົດລອງ ຢູ່ທີສູນຄົ້ນຄວ້າການປະມົງ ແລະ ສະຖານີຂະຫຍາຍພັນສັດ ໜອງແຕ່ງ ເປັນກຽດຕ້ອນຮັບໂດຍ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ. ຫົວໜ້າສູນ, ຮອງຫົວໜ້າສູນ ແລະ ພ້ອມດ້ວຍອ້າຍນ້ອງພະນັກງານພາຍໃນສູນ. ໂອກາດດັ່ງກ່າວທາງຫົວໜ້າສູນຄົ້ນຄວ້າການປະມົງ ແລະ ສະຖານີຂະຫຍາຍພັນສັດ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບລວມຂອງສູນ ທີມີໜ້າທີ່ຄົ້ນຄວ້າທາງດ້ານແນວພັນສັດ ເພື່ອສະໜອງໃຫ້ແກ່ຊາວກະສິກອນ ເປັນຕົ້ນ: ແນວພັນງົວ, ໝູ, ສັດປີກ, ສັດນ້ຳ ແລະ ບັນດາແນວພັນສັດຕ່າງໆ. ນອກນີ້, ຍັງໄດ້ລາຍງານກ່ຽວກັບ ລະບົບໂຄງຮ່າງການຈັດຕັ້ງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບາງບັນຫາທີ່ຍັງຄົງຄ້າງ. ພ້ອມດຽວກັນນີ້້ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໂດຍສະເໜີໃຫ້ການນໍາຂອງສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ ກໍ່ຄືການນໍາຂອງສູນ ຈົ່ງໄດ້ສືບຕໍ່ແກ້ໄຂບັນຫາທີ່ເປັນຈຸດບົກຜ່ອງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນ […]

ກອງປະຊຸມສຳມະນາວ່າດ້ວຍ ບັນຫາ ແລະ ກາລະໂອກາດ ການປູກຢາງພາລາ 26 ທັນວາ 2016 ນະຄອນຫຼວງວຽງຈັນ ສປປລາວ

ຂໍ່ານັບຊົມເຊີຍ “ກອງປະຊຸມສຳມະນາວ່າດ້ວຍ ບັນຫາ ແລະ ກາລະໂອກາດ ການປູກຢາງພາລາ” – at 26 ທັນວາ 2016 ນະຄອນຫຼວງວຽງຈັນ ສປປລາວ (1) ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສໍາມະນາບັນຫາ ແລະ ກາລະໂອກາດ ຢາງພາລາລາວ ພາຍໃຕ້ການເປັນປະທານຂອງທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ຊື ຊົງຮົວ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ ພັດທະນາກະສິກໍາ ຢຸນນານ ສປປ ຈີນ ປະຈຳລາວ, ທ່ານ ວິໄລວັນ ພົມເຂ ປະທານສະມາຄົມຢາງພາລາລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ; (2) ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາບັນຫາກ່ຽວກັບຜູ້ປະກອບການ ແລະ ຊາວສ່ວນຢາງພາລາ ທີ່ພວມປະເຊີນຢູ່ໃນປັດຈຸບັນ ເປັນຕົ້ນແມ່ນລາຄາຢາງຕົກຕໍ່າ, ຂີດ ຫຼື ກີດຢາງອອກມາແລ້ວຂາຍບໍ່ອອກ, ຕະຫຼາດຮອງຮັບບໍ່ໝັ້ນທ່ຽງ, […]

ການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ

ພິທີສະເຫຼີມສະຫຼອງ ວັນອາຫານໂລກ 16 ຕຸລາ ສໍາລັບປີນີ້ໄດ້ຈັດຂຶ້ນ ທີ່ສະໜາມກິລາແຫ່ງຊາດ, ເມືອງ ໄຊຍະ, ແຂວງ ໄຊຍະບູລີ ເຊິ່ງກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ແຂວງ ໄຊຍະບູລີ, ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດ. ພາຍໃຕ້ການເປັນປະທານຂອງ ທ່ານ ປະລິນຍາເອກ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ທ່ານ ນ. ຄາຣີນາ ອິມໂມເນນ ຜູ້ປະສານງານລະດັບຊາດຂອງອົງກການສະຫະປະຊາຊາດ (NUDP), ທ່ານ ດຣ ສະຕີເຟັນ ຣູດກາດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) […]

ພິທີ ເປີດການນໍາໃຊ້ ລະບົບເວັບໄຊ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການ

ໃນວັນທີ 02 ກຸມພາ 2016 ທີ່ສະໂມສອນຂອງ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ມີການເປີດໂຕເວັບໄຊຂອງ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄຳ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ທັງເປັນຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານໄອຊີທີຂອງກະຊວງ ເປັນຜູ້ກົດປຸ່ມເປີດເວັບໄຊ ຢ່າງເປັນທາງການ ພ້ອມດ້ວຍຄະນະກົມ, ຮອງກົມ, ກະຊວງອ້ອມຂ້າງ ແລະ ຄະນະວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມຫລາຍກ່ວາ 35 ທ່ານ. ເວັບໄຊກະຊວງ ແມ່ນເພື່ອເປັນບ່ອນເຊື່ອມໂຍງບັນດາລະບົບຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງກັບກະສິກຳ ແລະ ປ່າໄມ້ໃນລາວທີມີຢູ່ເຂົ້າໄວ້ນຳກັນເພື່ອໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິ່ງໄດ້ງ່າຍ ແລະ ເປັນແຫລ່ງຂໍ້ມູນຂ່າວສານທີ່ເປັນທາງການ ຂອງວຽກງານການພັດທະນາກະສິກໍາເປັນບ່ອນສັງລວມ ແລະເຜີຍແຜ່ ບັນດາຂໍ້ມູນຂ່າວສານກ່ຽວກັບກະສິກຳໃນລາວ ແລະ ເປັນອີກບ່ອນໜຶ່ງໃນການຖ່າຍທອດບັນດາຄວາມຮູ້ແລະ ເຕັກໂນໂລຍີການຜະລິດກະສິກຳເພື່ອໃຫ້ສັງຄົມສາມາດເຂົ້າໄປນຳໃຊ້ໄດ້ງ່າຍ ແລະ ເປັນບ່ອນໂຄສະນາວຽກງານແລະພ້ອມທັງຊ່ວຍໃນການປະສານງານ ໃຫ້ແກ່ອົງການຈັດຕັ້ງທີຂຶ້ນກັບ ກໍ່ຄື ກົມ ພະແນກ ສູນ ໂຄງການຕ່າງໆ […]