National Agriculture and Forestry Research Institute

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງຊຸກຍູ້ວຽກງານການຄົ້ນຄວ້າທົດລອງ ຢູ່ທີສູນຄົ້ນຄວ້າການປະມົງ ແລະ ສະຖານີຂະຫຍາຍພັນສັດ ໜອງແຕ່ງ

ວັນທີ່ 11/1/2017 ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງຊຸກຍູ້ວຽກງານການຄົ້ນຄວ້າທົດລອງ ຢູ່ທີສູນຄົ້ນຄວ້າການປະມົງ ແລະ ສະຖານີຂະຫຍາຍພັນສັດ ໜອງແຕ່ງ ເປັນກຽດຕ້ອນຮັບໂດຍ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ. ຫົວໜ້າສູນ, ຮອງຫົວໜ້າສູນ ແລະ ພ້ອມດ້ວຍອ້າຍນ້ອງພະນັກງານພາຍໃນສູນ. ໂອກາດດັ່ງກ່າວທາງຫົວໜ້າສູນຄົ້ນຄວ້າການປະມົງ ແລະ ສະຖານີຂະຫຍາຍພັນສັດ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບລວມຂອງສູນ ທີມີໜ້າທີ່ຄົ້ນຄວ້າທາງດ້ານແນວພັນສັດ ເພື່ອສະໜອງໃຫ້ແກ່ຊາວກະສິກອນ ເປັນຕົ້ນ: ແນວພັນງົວ, ໝູ, ສັດປີກ, ສັດນ້ຳ ແລະ ບັນດາແນວພັນສັດຕ່າງໆ. ນອກນີ້, ຍັງໄດ້ລາຍງານກ່ຽວກັບ ລະບົບໂຄງຮ່າງການຈັດຕັ້ງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບາງບັນຫາທີ່ຍັງຄົງຄ້າງ. ພ້ອມດຽວກັນນີ້້ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໂດຍສະເໜີໃຫ້ການນໍາຂອງສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ ກໍ່ຄືການນໍາຂອງສູນ ຈົ່ງໄດ້ສືບຕໍ່ແກ້ໄຂບັນຫາທີ່ເປັນຈຸດບົກຜ່ອງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນ […]