National Agriculture and Forestry Research Institute

ກອງປະຊຸມສຳມະນາວ່າດ້ວຍ ບັນຫາ ແລະ ກາລະໂອກາດ ການປູກຢາງພາລາ 26 ທັນວາ 2016 ນະຄອນຫຼວງວຽງຈັນ ສປປລາວ

ຂໍ່ານັບຊົມເຊີຍ “ກອງປະຊຸມສຳມະນາວ່າດ້ວຍ ບັນຫາ ແລະ ກາລະໂອກາດ ການປູກຢາງພາລາ” – at 26 ທັນວາ 2016 ນະຄອນຫຼວງວຽງຈັນ ສປປລາວ (1) ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສໍາມະນາບັນຫາ ແລະ ກາລະໂອກາດ ຢາງພາລາລາວ ພາຍໃຕ້ການເປັນປະທານຂອງທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ຊື ຊົງຮົວ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ ພັດທະນາກະສິກໍາ ຢຸນນານ ສປປ ຈີນ ປະຈຳລາວ, ທ່ານ ວິໄລວັນ ພົມເຂ ປະທານສະມາຄົມຢາງພາລາລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ; (2) ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາບັນຫາກ່ຽວກັບຜູ້ປະກອບການ ແລະ ຊາວສ່ວນຢາງພາລາ ທີ່ພວມປະເຊີນຢູ່ໃນປັດຈຸບັນ ເປັນຕົ້ນແມ່ນລາຄາຢາງຕົກຕໍ່າ, ຂີດ ຫຼື ກີດຢາງອອກມາແລ້ວຂາຍບໍ່ອອກ, ຕະຫຼາດຮອງຮັບບໍ່ໝັ້ນທ່ຽງ, […]