National Agriculture and Forestry Research Institute

ພິທີ ເປີດການນໍາໃຊ້ ລະບົບເວັບໄຊ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການ

ໃນວັນທີ 02 ກຸມພາ 2016 ທີ່ສະໂມສອນຂອງ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ມີການເປີດໂຕເວັບໄຊຂອງ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄຳ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ທັງເປັນຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານໄອຊີທີຂອງກະຊວງ ເປັນຜູ້ກົດປຸ່ມເປີດເວັບໄຊ ຢ່າງເປັນທາງການ ພ້ອມດ້ວຍຄະນະກົມ, ຮອງກົມ, ກະຊວງອ້ອມຂ້າງ ແລະ ຄະນະວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມຫລາຍກ່ວາ 35 ທ່ານ. ເວັບໄຊກະຊວງ ແມ່ນເພື່ອເປັນບ່ອນເຊື່ອມໂຍງບັນດາລະບົບຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງກັບກະສິກຳ ແລະ ປ່າໄມ້ໃນລາວທີມີຢູ່ເຂົ້າໄວ້ນຳກັນເພື່ອໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິ່ງໄດ້ງ່າຍ ແລະ ເປັນແຫລ່ງຂໍ້ມູນຂ່າວສານທີ່ເປັນທາງການ ຂອງວຽກງານການພັດທະນາກະສິກໍາເປັນບ່ອນສັງລວມ ແລະເຜີຍແຜ່ ບັນດາຂໍ້ມູນຂ່າວສານກ່ຽວກັບກະສິກຳໃນລາວ ແລະ ເປັນອີກບ່ອນໜຶ່ງໃນການຖ່າຍທອດບັນດາຄວາມຮູ້ແລະ ເຕັກໂນໂລຍີການຜະລິດກະສິກຳເພື່ອໃຫ້ສັງຄົມສາມາດເຂົ້າໄປນຳໃຊ້ໄດ້ງ່າຍ ແລະ ເປັນບ່ອນໂຄສະນາວຽກງານແລະພ້ອມທັງຊ່ວຍໃນການປະສານງານ ໃຫ້ແກ່ອົງການຈັດຕັ້ງທີຂຶ້ນກັບ ກໍ່ຄື ກົມ ພະແນກ ສູນ ໂຄງການຕ່າງໆ […]