National Agriculture and Forestry Research Institute

ການລົງຕິດຕາມການຈັດຕັ້ງປະຕິບັດໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກ (AFACI_Breeding)

ໃນລະຫວ່າງວັນທີ 8-9 ມັງກອນ 2024 ທາງຄະນະຮັບຜິດຊອບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກ (AFACI_breeding) ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຜູ້ປະສານງານໂຄງການ ຈາກສູນຄົ້ນຄວ້າພືດຜັກໂລກ ໄຕ ຫວັນ ໄດ້ລົງຕິດຕາມການດໍາເນີນການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ປີຜ່ານມາ ແລະ ວາງແຜນໃນຕໍ່ໜ້າ 2024 ແລະ ການລົງຢ້ຽມຍາມກິດຈະກໍາການສຶກສາລັກສະນະປະຈໍາພັນ ແລະ ການຈໍາແນກພັນຂອງໝາກເຜັດ ແລະ ໝາກເລັ່ນພື້ນ ຢູ່ພື້ນທີ່ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ພື້ນທີ່ໂຕແບບການນໍາໃຊ້ແນວພັນ ແລະ ເຕັກນິກອັນໃໝ່ທາງດ້ານພືດຜັກ ຢູ່ກຸ່ມບ້ານຊາຍຟອງເໜືອ ແລະ ກຸ່ມບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໃນໄລຍະ 1 ປີຜ່ານມາ ຂອງໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກ AFACI_Breeding ໄດ້ຈັດຕັ້ງປະຕິບັດສາເລັດ 5 ກິດຈະກໍາຫຼັກ ເຊັ່ນ: (1). ການສໍາຫຼວດແລະເຕົ້າໂຮມແນວພັນ, ສາມາດເຕົ້າໂຮມແນວພັນໝາກເຜັດ, ໝາກເລັ່ນ ແລະ ແນວພັນຜັກບົ່ວ ໄດ້ທັງໝົດ ຈໍານວນ […]

ສອງສະຖາບັນຂອງ ສປປ ລາວ ແລະ ສປ ຈີນ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືການຄົ້ນຄວ້າດ້ານມາດຕະຖານກະສິກໍາ ແລະ ປ່າໄມ້ ໃນວາລະກອງປະຊຸມຈີນ-ອາຊຽນ ຄັ້ງທີ 3 ວ່າດ້ວຍ ມາດຕະຖານ ທີ່ນະຄອນລີວໂຈ, ເຂດປົກຄອງຕົນເອງກວາງຊີ, ສປ ຈີນ

          ກອງປະຊຸມຈີນ-ອາຊຽນ ຄັ້ງທີ 3 ວ່າດ້ວຍມາດຕະຖານ ໄດ້ຖືກຈັດຂຶ້ນເປັນທາງການ ທີ່ນະຄອນລີວໂຈ, ເຂດປົກຄອງຕົນເອງເຜົາຈ້ວງກວາງຊີ, ສປ ຈີນ; ຄັ້ງວັນທີ 12 ຕຸລາ 2023. ກອງປະຊຸມຄັ້ງນີ້ ຖືກດໍາເນີນໄປພາຍໃຕ້ການເປັນເຈົ້າພາບຂອງອົງການບໍລິຫານດ້ານລະບຽບການມາດຕະຖານແຫ່ງລັດຂອງ ສປ ຈີນ ຫຼື ອົງການບໍລິຫານມາດຕະຖານແຫ່ງ ສປ ຈີນ ຮ່ວມກັບອົງການປົກຄອງທ້ອງຖີ່ນແຫ່ງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ. ກອງປະຊຸມຄັ້ງນີ້ ໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 9.00 ໂມງເຊົ້າ (ເວລາທ້ອງຖີ່ນ) ໂດຍໃຫ້ກຽດເປັນປະທານຂອງທ່ານ ຊ່າງ ຈ້ວງ (Zhang Zhuang), ເຈົ້າຄອງນະຄອນລີວໂຈ. ກອງປະຊຸມຄັ້ງນີ້, ມີແຂກຖືກເຊີນເຂົ້າຮ່ວມທັງໝົດ 157 ຄົນ. ໃນນັ້ນ, ມາຈາກພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ມີທັງໝົດ 88 ຄົນ ແລະ ຈາກບັນດາປະເທດສະມາຊິກອາຊຽນ ມີທັງໝົດ 61 […]

ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023

          ໃນວັນທີ 31 ສິງຫາ 2023 ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ໄດ້ຈັດກອງປະຊຸມ ລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ 6  ແລະ ປິດໂຄງການ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ລະມາມ, ແຂວງ ເຊກອງ, ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄຳພັນ ພະສະແຫວງ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ເຊກອງ ແລະ ທ່ານ ລໍຣິສ ປາເລນຕີນີ […]

ກອງປະຊຸມປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023

          ໃນຕອນເຊົ້າຂອງວັນທີ 18/08/2023 ເວລາ 8:00 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນການກໍ່ສ້າງນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ   ໜ່ວຍສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ກອງປະຊຸມມີສະມາຊິກພັກເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 5 ສະຫາຍ, ສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ ຈຸດປະສົ່ງ ເພື່ອປະເມີນການກໍ່ສ້າງ ໜ່ວຍພັກ, ປອດໃສ, ເຂັ້ມແຂງໜັກແໜ້ນໃນໄລຍະ 1 ປີ ຜ່ານມາຂອງສະມາຊິກພັກ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ […]

ຝຶກອົບຮົມການເພີ່ມຜົນຜະລິດຂອງພືດຜັກໃນລະດູຝົນ ໂດຍການນໍາໃຊ້ເຕັກນິກ ແລະ ແນວພັນທີ່ເໝາະສົມ ເຂົ້າໃນການຜະລິດພືດຜັກ ໃຫ້ແກ່ຊາວກະສິກອນ, ບ້ານ ປົ່ງ, ເມືອງຊນະຄາມ, ແຂວງວຽງຈັນ

         ພືດຜັກມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູ, ງມີວິຕະມິນ ແລະແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ. ນອກຈາກນັ້ນການປູກພືດຜັກ ເປັນການໃຊ້ປະໂຫຍດພື້ນທີ່ດິນ, ທີ່ໃຫ້ຜົນຕອບແທນສູງການຜະລິດພືດຜັກເປັນສິນຄ້າແມ່ນໜຶ່ງໃນກິດຈະກໍາທີ່ນອນໃນນະໂຍບາຍຂອງລັດຖະບານ ແລະ ຕອບສະໜອງກັບວາລະແຫ່ງຊາດ ໃນການສົ່ງເສີມຊາວກະສິກອນຂະໜາດນ້ອຍຜະລິດພືດຜັກ ເພື່ອຄໍ່າປະກັນສະບຽງອາຫານ ແລະ ເປັນສິນຄ່າສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ຫຼຸດຜ່ອນອັດຕາເງີນເຟີ້,ບ້ານ ປົ່ງ,  ເມືອງຊະນະຄາມ, ແຂວງວຽງຈັນ ເປັນເມືອງໜຶ່ງທີ່ ມີມູນເຊື້ອດຸໝັ່ນ ແລະ ຕິດພັນກັບການກະສິກໍາ ໂດຍສະເພາະແມ່ນການປູກຜັກເປັນສິນຄ້າກວມເອົາ 87% ຂອງປະຊາການໃນບ້ານ, ໂດຍສາມາດຕອບສະໜອງຜະລິດຕະພັນພຶດຜັກທັງພາຍໃນເມືອງ ແລະ ສົງອອກຂາຍໃນຕະຫຼາດຂະໜາດໃຫ່ຍຫຼາຍແຫ່ງໃນນະຄອນຫຼວງວຽງຈັນ.     ໃນວັນທີ່ 17 ສິງຫາ 2023 ທີ່ຜ່ານມານີ້  ທາງທີມງານສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ (AFACI_Breeding) ໄດ້ຈັດຝຶກອົບຮົມໃນຫົວຂໍ້ ການເພິ່ມລາຍຮັບໃຫ້ແກຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ ແລະ ເຕັກນິກທີເໝາະສົມເຂົ້າການຜະລິດຜັກໃຫ້ເປັນສິນຄ້າໃຫ້ແກ່ຊາວກະສິກອນ ບ້ານຕົວແບບການຜະລິດພືດຜັກໃນເຮືອນຮົ່ມເປັນສິນຄ້າ, ບ້ານ […]

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ຂອງໜ່ວຍ ກໍາມະບານ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023

          ໃນຕອນເຊົ້າຂອງວັນທີ 15/08/2023 ເວລາ 8:00 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ຂອງໜ່ວຍ ກໍາມະບານ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ຜູ້ຊີ້ນໍາວຽກ 3 ອົງການຈັດຕັ້ງມະຫາຊົນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ດັດສະກອນ ຫົງສີວິໄລ ປະທານກໍາມະບານ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ເຊິ່ງກອງປະຊຸມມີສະມາຊິກກໍາມະບານເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 10 ສະຫາຍ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ […]

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023

           ໃນຕອນເຊົ້າຂອງວັນທີ 4/08/2023 ເວລາ 8:30 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ວຽກງານພະນັກງານ – ລັດຖະກອນ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຂອງ ທ່ານ ປອ ທອງຄູນ ສີສະໄພທອງ   ຜູ້ປະຈໍາການຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍມີສະຫາຍ ໄພທູນ ມູນເສນາ ຄະນະຮັບຜິດຊອບບັ້ນສໍາຫຼວດກວດກາພັກເຂົ້າຮ່ວມ ເຊິ່ງກອງປະຊຸມມີພະນັກງານ – ລັດຖະກອນເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 6 ທ່ານ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງຂອງພະນັກງານ-ລັດຖະກອນ  ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດຂອງສູນ ໃນໄລຍະ 1 […]

ພິທີເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ

            ໃນປະຈຸບັນເນື້ອທີການຜະລິດສາລີແຂງທົ່ວປະເທດປະມານ 110.910 ຮຕ (2021) ມີຄວາມຕ້ອງການເມັດພັນປະມານ 2.200 ໂຕນ, ແຕ່ສະຖາບັນ ມີຄວາມສາມາດໃນການຜະລິດພຽງແຕ່ ປີລະ 5 ຫາ 10 ໂຕນ (ບໍ່ຮອດ 1% ຂອງຄວາມຕ້ອງການ) ເນື່ອງຈາກມີຂໍ້ຈໍາກັດດ້ານພື້ນທີການຜະລິດເມັດພັນ (ພື້ນທີເຮັດການຄົ້ນຄວ້າ ແລະ ພື້ນທີຜະລິດເມັດພັນແມ່ນອັນດ່ຽວກັນ). ອີງຕາມພາລະບົດບາດຂອງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການຮັບຜິດວຽກງານຄົ້ນຄວ້າແນວພັນພືດ ແນວພັນສັດ ແລ້ວຕອບສະຫນອງແນວພັນຕ່າງໆ ໃຫ້ກັບສັງຄົມ, ພິເສດສະຖາບັນ ເປັນເສນາທິການໃນການຮັບຜິດຊອບ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້. ເມື່ອເຫັນໄດ້ເຖີງບັນຫາແນວພັນ ທາງສະຖາບັນຈື່ງ […]

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກຂອງ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023

ໃນຕອນບ່າຍຂອງວັນທີ 2/08/2023 ເວລາ 13:30 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ຂອງໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ສະຫາຍ ພັດທະນາ ແສງອຸ່ນແກ້ວ ເລຂາຊາວໝຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ກອງປະຊຸມມີສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 7 ສະຫາຍ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກໃນໄລຍະ 1 ປີ ຜ່ານມາຂອງສະມາຊິກຊາວໜຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກນໍາສະເໜີວິທີການໃນການຈັດຕັ້ງປະຕິບັດການຕີລາຄາ […]

ການຝຶກອົບຮົມ ແລະ ມອບອຸປະກອນເຮືອນຮົ່ມ, ແນວພັນພືດຜັກໃຫ້ແກ່ຊາວກະສິກອນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ

          ພືດຜັກ ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນວິຕະມິນ ແລະແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ. ນອກຈາກນັ້ນການປູກພືດຜັກ ເປັນການໃຊ້ປະໂຫຍດພື້ນທີ່ດິນ, ທີ່ໃຫ້ຜົນຕອບແທນສູງ. ປັດຈຸບັນຕົ້ນທຶນການຜະລິດພືດຜັກຂ້ອນຂ້າງສູງ. ເນື່ອງຈາກຫຼາຍປັດໃຈ ຕ້ອງໄດ້ ນໍາເຂົ້າ ໂດຍສະເພາະຝຸ່ນ, ແລະ ລາຄາກໍ່ມີການປັບຕົວເພິ່ມຂື້ນ 3-4 ເທົ່າ ແລະ ການຜະລິດພືດຜັກຂອງຊາວກະສິກອນໃນລະດູຝົນແມ່ນພົບບັນຫຼາຍຢ່າງ, ສະມັດຕະພາບຂອງຜົນຜະລິດຕໍ່າ, ມີການລະບາດຂອງພະຍາດ-ແມງໄມ້ ສົ່ງຜົນໃຫ້ຕົ້ນທືນການຜະລິດສູງ ແລະ ມີຄວາມສຽງທີ່ຈະຂາດທືນສູງ.           ເພື່ອເປັນການແກ້ໄຂບັນຫາດັ່ງກ່າວ ແລະ ເປັນການຜັນຂະຫຍາຍວ່າລະແຫ່ງຊາດໃຫ້ປະກົດຜົນເປັນຈິງ,  ໃນວັນທີ່ 21 ກໍລະກົດ 2023 ທີ່ຜ່ານມາທີ່ບ້ານຊຽງມວກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ (AFACI_Breeding) ໄດ້ຈັດຝຶກອົບຮົມໃນຫົວຂໍ້ ການເພິ່ມລາຍຮັບໃຫ້ແກຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ […]