National Agriculture and Forestry Research Institute

ການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ

ພິທີສະເຫຼີມສະຫຼອງ ວັນອາຫານໂລກ 16 ຕຸລາ ສໍາລັບປີນີ້ໄດ້ຈັດຂຶ້ນ ທີ່ສະໜາມກິລາແຫ່ງຊາດ, ເມືອງ ໄຊຍະ, ແຂວງ ໄຊຍະບູລີ ເຊິ່ງກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ແຂວງ ໄຊຍະບູລີ, ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດ. ພາຍໃຕ້ການເປັນປະທານຂອງ ທ່ານ ປະລິນຍາເອກ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ທ່ານ ນ. ຄາຣີນາ ອິມໂມເນນ ຜູ້ປະສານງານລະດັບຊາດຂອງອົງກການສະຫະປະຊາຊາດ (NUDP), ທ່ານ ດຣ ສະຕີເຟັນ ຣູດກາດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) […]